ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

22:18 | 28/06/2021

ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.

ພິທີຕ້ອນຮັບທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ ພິທີຕ້ອນຮັບທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະເຈລະຈາກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະເຈລະຈາກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍພັນລະຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ, ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງສປປ.ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໄດ້ໄປຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 28 – 29 ມິຖຸນາ.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ພາບ: quochoi.vn
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ທີ່ການພົບປະເຈລະຈາ. ພາບ: quochoi.vn
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີວ່າ, ໃນໄລຍະຈະມາເຖິງ ສະພາແຫ່ງຊາດ 2 ປະເທດຈົ່ງຍູ້ແຮງການແລກປ່ຽນບັນດາການຢ້ຽມຢາມ, ພົບປະລະຫວ່າງການນຳສະພາແຫ່ງຊາດ ແລະ ລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ 2 ປະເທດ, ກຸ່ມສະມາຊິກສະແຫ່ງຊາດຍິງ, ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ… ພາບ: quochoi.vn
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສະເໜີໃຫ້ສະພາແຫ່ງຊາດຫວຽດນາມ ໜູນຊ່ວຍ, ຊ່ວຍເຫຼືອສະພາແຫ່ງຊາດລາວ ດ້ານນິຕິບັນຍັດ, ຕິດຕາມກວດກາ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ, ໂດຍສະເພາະໃນໄລຍະຈະມາເຖິງນີ້ ສະພາແຫ່ງຊາດລາວ ຈະພິຈາລະນາຮັບຮອງເອົາແຜນການພັດທະນາເສດຖະກິດ, ສັງຄົມໄລຍະ 5 ປີ. ພາບ: quochoi.vn
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ກໍ່ສະແດງຄວາມຂອບໃຈຕໍ່ໂຄງການຫໍສະພາແຫ່ງຊາດລາວ ທີ່ໄດ້ນຳເຂົ້າເຄື່ອນໄຫວທີ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດລາວ ຊຸດທີ 9 ຜ່າມມາ, ນີ້ແມ່ນຂອງຂວັນທີ່ມີຄວາມໝາຍ, ລໍ້າຄ່າທີ່ສຸດຂອງຫວຽດນາມ, ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນລາວ. ພາບ: quochoi.vn

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.