ຫວຽດ​ນາມ - ອັງ​ກິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

13:45 | 23/06/2021

ທ່ານລັດຖະມົນຕີ Dominic Raab ເນັ້ນໜັກວ່າ ອັງກິດຖືເປັນສຳຄັນການພັດທະນາການພົວພັນກັບ ຫວຽດນາມ ໃນສະພາບການປະເທດອັງກິດພາຍຫຼັງ Brexit ດັດປັບນະໂຍບາຍມຸ່ງໄປສູ່ພາກພື້ນ ມາຫາສະໝຸດອິນເດຍ - ປາຊີຟິກ.

ຊາວ​ຫວຽດ​ນາມອາ​ໄສ​ຢູ່ອາ​ເມ​ລິ​ກາພິມ​ຈຳ​ໜ່າຍ​ປື້ມ 2 ພາ​ສາຫວຽດ​ແລະອັງ​ກິດຈຳນວນ 2 ແບບປຶ້ມ​ໃຫ້ສຳລັບເຍົາ​ວະ​ຊົນ ຊາວ​ຫວຽດ​ນາມອາ​ໄສ​ຢູ່ອາ​ເມ​ລິ​ກາພິມ​ຈຳ​ໜ່າຍ​ປື້ມ 2 ພາ​ສາຫວຽດ​ແລະອັງ​ກິດຈຳນວນ 2 ແບບປຶ້ມ​ໃຫ້ສຳລັບເຍົາ​ວະ​ຊົນ
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ​ກຳ​ນົດ 2 ຈຸດ​ສຸມ​ປະ​ຕິ​ບັດ​ງານ​ໃນ​ປີ 2021 ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ​ກຳ​ນົດ 2 ຈຸດ​ສຸມ​ປະ​ຕິ​ບັດ​ງານ​ໃນ​ປີ 2021
ຫວຽດ​ນາມ - ອັງ​ກິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ Dominic Raab. (ພາບ: VGP)

ຕອນບ່າຍວັນທີ 22 ມີຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ Dominic Raab ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມການສົນທະນາປຶກສາຫາລື ກ່ຽວກັບນະໂຍບາຍຂັ້ນສູງ ອາຊີ - ເອີລົບ (ASEM). ທີ່ການຕ້ອນຮັບທ່ານ ປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ສອງຝ່າຍຄວນສືບຕໍ່ຊຸກຍູ້ທ່າພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງຝ່າຍ, ນຳບັນດາເນື້ອໃນການຮ່ວມມື ຂອງ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ ເຂົ້າສູ່ລວງເລິກ ມີປະສິດທິຜົນ ແລະ ແທດຈິງ. ທ່ານເນັ້ນໜັກວ່າ ສອງຝ່າຍຄວນສົມທົບປະຕິບັດສັນຍາການຄ້າເສລີ ຫວຽດນາມ - ອັງກິດ ຢ່າງມີປະສິດທິຜົນ ແນໃສ່ສ້າງບາດກ້າວບຸກທະລຸກ່ຽວກັບການແລກປ່ຽນການຄ້າ ແລະ ການຮ່ວມມືລົງທຶນ; ທ່ານຢືນຢັນວ່າ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ວິສາຫະກິດອັງກິດເຂົ້າມາລົງທຶນໃນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ.

ສ່ວນທ່ານລັດຖະມົນຕີ Dominic Raab ເນັ້ນໜັກວ່າ ອັງກິດຖືເປັນສຳຄັນການພັດທະນາການພົວພັນກັບ ຫວຽດນາມ ໃນສະພາບການປະເທດອັງກິດພາຍຫຼັງ Brexit ດັດປັບນະໂຍບາຍມຸ່ງໄປສູ່ພາກພື້ນ ມາຫາສະໝຸດອິນເດຍ - ປາຊີຟິກ. ທ່ານໄດ້ແຈ້ງໃຫ້ທ່ານປະທານ ຫງວຽນຊວັນຟຸກ ຮັບຊາບວ່າ: ກອງທຶນ ການເງິນ ອັງກິດ ໄດ້ສະໜອງເງິນ 4 ຕື້ USD ເພື່ອຊ່ວຍໜູນບັນດາວິສາຫະກິດອັງກິດ ເພີ່ມທະວີການລົງທຶນຢູ່ ຫວຽດນາມ. ທ່ານ ຢືນຢັ່ນເຖິງຄວາມສຳຄັນຂອງການຮັບປະກັນສິດເສລີໃນການເດີນເຮືອ, ການບິນຄວາມໝັ້ນຄົງ ແລະ ສັນຕິພາບຢູ່ທະເລຕາເວັນອອກ ແລະ ເນັ້ນໜັກເຖິງການເຄົາລົບກົດໝາຍສາກົນໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ໃນວັນດຽວກັນ ທ່ານ ລັດຖະມົນຕີ Dominic Raab ໄດ້ມີການເຈລະຈາ ກັບທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ. ທ່ານ ລັດຖະມົນຕີ Dominic Raab ໄດ້ຢືນຢັ່ນວ່າ ອັງກິດ ມີຄວາມຫວັງຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ສົມທົບຢ່າງແໜ້ນແຟ້ນ ກັບຫວຽດນາມ. ລັດຖະມົນຕີທັງສອງທ່ານໄດ້ເນັ້ນໜັ້ກວ່າ ຄວນນຳໃຊ້ບັນດາໂອກາດອັນໃຫຍ່ຫຼວງຈາກສັນຍາການຄ້າສອງຝ່າຍ ຫວຽດນາມ - ອັງກິດ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງກ່ວາອີກ ໃນການແລກປ່ຽນການຄ້າ ແລະ ການຮ່ວມມືລົງທຶນ.

ກອ່ນໜ້ານັ້ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາ ອັງກິດ Dominic Raab ໄດ້ມີການພົບປະກັບທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລິມ.

ຊາວ​ຫວຽດ​ນາມອາ​ໄສ​ຢູ່ອາ​ເມ​ລິ​ກາພິມ​ຈຳ​ໜ່າຍ​ປື້ມ 2 ພາ​ສາຫວຽດ​ແລະອັງ​ກິດຈຳນວນ 2 ແບບປຶ້ມ​ໃຫ້ສຳລັບເຍົາ​ວະ​ຊົນ ຊາວ​ຫວຽດ​ນາມອາ​ໄສ​ຢູ່ອາ​ເມ​ລິ​ກາພິມ​ຈຳ​ໜ່າຍ​ປື້ມ 2 ພາ​ສາຫວຽດ​ແລະອັງ​ກິດຈຳນວນ 2 ແບບປຶ້ມ​ໃຫ້ສຳລັບເຍົາ​ວະ​ຊົນ

ຍ​ສ​ໝ - ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວມາ​ຈາກ​ເຕີມ​ເລ (ຊາວ​ອາ​ເມ​ລິ​ກາເຊື້ອ​ຊາດ​ຫວຽດ​ນາມ) ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ມາ​ຊິກ​ສ້າງ​ຕັ້ງ TinyWrist ດ້ວຍ​ຄວາມ​ປ​າດ​ຖະ​ໜາ​ຢາກ​​ສອນ ຫວຽດ​ນາມ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ​ໃຫ້​ແກ່​ລູກຫຼານ​, ແຕ່​ບໍ່​ມີ​ປຶ້ມເປັນພາສາ​ຫວຽດ ສຳລັບ​ເດັກ​ນ້ອຍ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ​ກຳ​ນົດ 2 ຈຸດ​ສຸມ​ປະ​ຕິ​ບັດ​ງານ​ໃນ​ປີ 2021 ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ​ກຳ​ນົດ 2 ຈຸດ​ສຸມ​ປະ​ຕິ​ບັດ​ງານ​ໃນ​ປີ 2021

ຍ​ສ​ໝ - ຕາມ​ຮ່າງ​ບົດ​ລາຍ​ງານ​ສະຫຼຸ​ບ​ການ​ປະ​ຕິ​ບັດ​ງານ ປີ 2020, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປະ​ຕິ​ບັດ​ວານ​ປີ 2021, ປີ 2020 ເຖິງວ່າ ຖືກ​ຜົ​ນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຕາມ, ແຕ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ​ຍັງ​ດຳ​ເນີນ​ໄປ​ຢ່າງ​ຕັ້ງ​ໜ້າ. ສະ​ມາ​ຄົມ​ໄດ້​ຍູ້​ແຮງ​ການ​ເພີ່ມ​ທະ​ວີ​ຮູບ​ແບບ​ການ​ເຄື່ອນ​ໄຫວ​ທາງ​ອອນ​ລາຍ, ແລ​ກ​ປ່ຽ​ໜ​ຜ່ານ​ຈົດ​ໝາຍ, ອີ​ແມວ ແລະ ສື່​ສັງ​ຄົມ​ອອນ​ລາຍ.

ສະ​ມາ​ຄົມ Nails ຫວຽດ​ນາມ ອາ​ໄສ​ຢູ່ UK - ສະ​ຖານ​ທີ່​ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອັງ​ກິດ ສະ​ມາ​ຄົມ Nails ຫວຽດ​ນາມ ອາ​ໄສ​ຢູ່ UK - ສະ​ຖານ​ທີ່​ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອັງ​ກິດ

ຍ​ສ​ໝ - ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ໃຫ້​ບັນ​ດາ​ນ້ອງ​ນ້ອຍ​ໃນ​ປະ​ຊາ​ຄົມ​ຫວຽດ​ນາມ ອາ​ໄສ​ຢູ່​ອັງ​ກິດ ທຳ​ຄວາມ​ລຶ້ງ​ເຄີຍ​ກັບ​ບາງວີ​ຊາ​ຝຶກ​ຝົນ​ຮ່າງ​ກາຍ, ໃນ​ໄລ​ຍະ​ຜ່ານ​ມາ, ສະ​ມາ​ຄົມ Nails ຫວຽດ​ນາມ ຢູ່ UK (NVA) ໄດ້​ສົມ​ທົບ​ກັບ​ຜູ້​ທີ່​ມີ​ທັກ​ສະ​ເປີດ​ຫ້ອງ​ສອນ​ພື້ນ​ຖານ​ໂດຍ​ບໍ່​ເສຍ​ຄ່າ​ຜ່ານ ໂປ​ແກຼມ zoom. ຫ້ອງ​ຮຽນ​ດຶງ​ດູດ​ໄດ້​ການ​ເຂົາ​ຮ່ວມ​ຂອງ​ນັກ​ຮຽນ​ເປັນ​ຈຳ​ນວນຫຼາຍ.

vovworld.vn

ເຫດການ
302 Found

Found

The document has moved here.