ປະກອບສ່ວນເຮັດໃຫ້ການພົວພັນສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈຫວຽດນາມ-ລາວ ເລິກເຊິ່ງກວ່າອີກ

13:34 | 27/06/2021

ໂດຍຮັບຄໍາເຊີນຂອງທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະພັນລະຍາ, ທ່ານ ຫງວຽນຊວນຟຸກ, ປະທານປະເທດແຫ່ງ ສສ ຫວຽດນາມ ແລະພັນລະຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະລັດລາວ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28-29 ມິຖຸນາ 2021.

ຄວາມປະທັບໃຈຂອງໝາກລິ້ນຈີ່ແກ່ນນ້ອຍ ແທັງຮ່າ ຫວຽດນາມ ໃນປະເທດແບນຊິກ ຄວາມປະທັບໃຈຂອງໝາກລິ້ນຈີ່ແກ່ນນ້ອຍ ແທັງຮ່າ ຫວຽດນາມ ໃນປະເທດແບນຊິກ
ອັງກິດ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ອາຊຽນ ອັງກິດ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ອາຊຽນ
ປະກອບສ່ວນເຮັດໃຫ້ການພົວພັນສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈຫວຽດນາມ-ລາວ ເລິກເຊິ່ງກວ່າອີກ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນການໄປຢ້ຽມຢາມຕ່າງປະເທດຄັ້ງທໍາອິດຂອງທ່ານ ທອງລຸນ ສີສຸລິດ ໃນຖານະຕໍາແໜ່ງເປັນເລຂາທິການໃຫຍ່, ປະທານປະເທດລາວ ອາຍຸການ 2021-2026, ປະກອບສ່ວນຢັ້ງຢືນແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງທັງສອງປະເທດ, ພິເສດແມ່ນຖືເປັນສໍາຄັນ, ຮັກສາ ແລະພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ ຢ່າງບໍ່ຢຸດຢັ້ງ. ການຢ້ຽມຢາມກໍ່ປະກອບສ່ວນເຮັດໃຫ້ການພົວພັນສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈກັນລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດໃນອະຍຸການໃໝ່.

ການພົວພັນສະໜິດຕິດພັນ, ສັດຊື່ບໍລິສຸດ

ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ຜ່ານປະຫວັດສາດແຫ່ງການຕໍ່ສູ້ທີ່ທຸກຍາກລໍາບາກ, ຜ່ານການທົດສອບນາໆປະການ, ການພົວພັນຫວຽດນາມ ແລະລາວ ນັບມື້ນັບສະໜິດຕິດພັນ, ສັດຊື່ບໍລິສຸດ, ໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ. ດ້ວຍພື້ນຖານອັນໝັ້ນຄົງໂດຍປະທານ ໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ ພ້ອມກັບບັນດາການນໍາສືບທອດຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດເພີ່ມພູນຄູນສ້າງ, ການພົວພັນຫວຽດນາມ-ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນານັບມື້ນັບເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນສໍາຄັນເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ, ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ແຕ່ລະປະເທດ.

ການພົວພັນດ້ານການເມືອງຂອງສອງປະເທດສືບຕໍ່ໄດ້ຮັບການເພີ່ມທະວີ ແລະນັບມື້ນັບເຂົ້າສູ່ລວງເລິກ, ສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈ, ຮັກສາບົດບາດແກ່ນສານກໍານົດທິດສັງລວມໃນການພົວພັນສອງປະເທດ. ສອງຝ່າຍໄດ້ສົມທົບກັນຈັດຕັ້ງການຢ້ຽມຢາມ, ພົບປະເຊິ່ງກັນ ແລະກັນລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດເປັນຢ່າງດີ; ເຊັນເອກະສານຮ່ວມມືສໍາຄັນຫຼາຍສະບັບລະຫວ່າງສອງພັກ, ສອງລັດຖະບານ; ສຸມໃສ່ຜັນຂະຫຍາຍການປະຕິບັດບັນດາຖະແຫຼ່ງການຮ່ວມ ແລະຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດເປັນຢ່າງດີ...

ສອງຝ່າຍກໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຈັດກອງປະຊຸມສໍາມະນາກ່ຽວກັບທິດສະດີ ແລະບົດຮຽນຕົວຈິງໃນວຽກງານກໍ່ສ້າງພັກ, ຄຸ້ມຄອງດ້ານເສດຖະກິດ-ສັງຄົມ, ຮ່ວມມື, ກໍ່ສ້າງພະນັກງານບໍລິຫານທຸກຂັ້ນຂອງລາວ. ສອງຝ່າຍສົມທົບກັນໂຄສະນາຢ່າງເລິກເຊິ່ງກວ້າງຂວາງ ກ່ຽວກັບມູນເຊື້ອສາຍພົວພັນສະມັກຄີແບບພິເສດຫວຽດນາມ-ລາວ; ຈັດຕັ້ງບັນດາວັນບຸນສໍາຄັນຂອງສອງພັກ, ສອງລັດເປັນຢ່າງດີ; ໂຄສະນາຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ, ໂດຍສະເພາະແມ່ນໃຫ້ລຸ້ນໜຸ່ມເນື່ອງໃນເຫດການສໍາຄັນຍິ່ງໃນການພົວພັນລະຫວ່າງສອງປະເທດ; ຜັນຂະຫຍາຍການກໍ່ສ້າງບາງກິດຈະກໍາ ແລະບູລະນະບັນດາປູຊະນີຍະສະຖານປະຫວັດສາດກ່ຽວກັບການພົວພັນຫວຽດນາມ-ລາວ ຢູ່ແຕ່ລະປະເທດ...

ປີ 2020 ແລະຊຸມເດືອນຕົ້ນປີ 2021, ໃນສະພາບພະຍາດໂຄວິດ-19 ລະບາດ ແລະຜັນແປຢ່າງສັບສົນ, ສອງຝ່າຍຍັງຈັດການພົບປະຂັ້ັນສູງດ້ວຍຮູບການທີ່ສອດຄ່ອງເປັນປະຈໍາ...

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດສືບຕໍ່ໄດ້ຮັບການຢ້ັງຢືນວ່າ ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນແບບພິເສດຫວຽດນາມ ແລະລາວ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ; ປະຕິບັດຕາມອະນຸສັນຍາ ແລະແຜນການຮ່ວມມືປະຈຳປີລະຫວ່າງສອງກະຊວງປ້ອງກັນປະເທດ, ສອງກະຊວງຕໍາຫຼວດເປັນຢ່າງດີ; ຮ່ວມມືກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ເປັນປົກກະຕິ ແລະພັດທະນາແບບຍືນຍົງ; ປະຕິບັດສໍາເລັດໂຄງການປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ-ລາວ ແລະເຊັນເອກະສານນິຕິກໍາສໍາຄັນສອງສະບັບແມ່ນ “ອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນຫວຽດນາມ-ລາວ” ແລະ “ສັນຍາກ່ຽວກັບລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງລັດຖະບານຫວຽດນາມ ແລະລັດຖະບານລາວ” (ປີ 2016).

ການຮ່ວມມືໃນຫຼາຍຂົງເຂດ

ດ້ວຍພື້ນຖານໝັ້ນຄົງແມ່ນການພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນ, ມີເນື້ອແທ້, ການພົວພັນດ້ານເສດຖະກິດຂອງສອງປະເທດກໍ່ນັບມື້ນັບພັດທະນາ. ໄລ່ມາຮອດປະຈຸບັນ, ຫວຽດນາມ ມີ 413 ໂຄງການລົງທຶນເຂົ້າລາວ, ດ້ວຍຍອດຈໍານວນເງິນລົງທຶນແມ່ນ 4,22 ຕື້ໂດລາສະຫະລັດ, ເພີ່ມຂຶ້ນປະມານ 30% ເມື່ືອທຽບໃສ່ປີ 2010 ແລະໄດ້ປ່ອຍເງິນສະສົມປະມານ 2,2 ຕື້ໂດລາສະຫະລັດ. ບາງໂຄງການໃຫຍ່ໄດ້ສໍາເລັດແລ້ວ, ເສີມຂະຫຍາຍມີປະສິດທິຜົນ, ຜະລິດດໍາເນີນທຸລະກິດມີກໍາໄລ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການພັດທະນາຂອງສອງປະເທດ.

ໄລຍະ 2016-2020, ຍອດວົງເງິນການຄ້າລະຫວ່າງສອງປະເທດບັນລຸປະມານ 4,8 ຕື້ໂດລາສະຫະລັດ. ວົງເງິນການຄ້າມີການເຕີບໂຕໂດຍພື້ນຖານ, ມາຮອດປະຈຸບັນບັນລຸກວ່າ 1 ຕື້ໂດລາສະຫະລັດ ແລະໄດ້ມີບັນດາບາດກ້້າວພັດທະນາຢ່າງຕັ້ງໜ້າ. ສອງຝ່າຍສືບຕໍ່ປະຕິບັດບັນດາກົນໄກບູລິມະສິດກ່ຽວກັບພາສີນໍາເຂົ້າ-ສົ່ງອອກສິນຄ້າທີ່ມີແຫຼ່ງກໍາເນີດຈາກສອງປະເທດ ແລະບັນຊີລາຍຊື່ສິນຄ້ານັບມື້ນັບເພີ່ມຂຶ້ນ.

ກ່ຽວກັບການຮ່ວມມືດ້ານການສຶກສາ-ບໍາລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດໃຫ້ລາວ, ສອງຝ່າຍເອົາໃຈໃສ່ເປັນພິເສດເຖິງການຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນຂົງເຂດສຶກສາ-ບໍາລຸງສ້າງພັດທະນາຊັບພະຍາກອນມະນຸດ. ແຜນຮ່າງຍົກສູງຄຸນນະພາບ ແລະປະສິດທິຜົນການຮ່ວມມືຫວຽດນາມ-ລາວ ໃນຂົງເຂດການສຶກສາ ແລະພັດທະນາຊັບພະຍາກອນມະນຸດໄລຍະ 2011-2020 ໄດ້ສ້າງການປ່ຽນແປງຢ່າງຕັ້ງໜ້າໃນວຽກງານກໍ່ສ້າງຊັບພະຍາກອນມະນຸດໃຫ້ລາວ; ຊຸກຍູ້ຂົງເຂດສອນວິຊາຊີບຜ່ານການສະໜອງບັນດາອຸປະກອນຮັບໃຊ້ໃຫ້ແກ່ການສອນວິຊາຊີບຂອງລາວ.

ການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຄັ້ງນີ້ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ມີຄວາມໝາຍພິເສດ, ສືບຕໍ່ຢັ້ງຢືນຄວາມສາມັກຄີ, ສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈ, ສັດຊື່ບໍລິສຸດ, ສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ພັກ, ລັດ ແລະປະຊາຊົນລາວ. ທັງແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນບົດຮຽນໃນການພັດທະນາ, ບັນດາມາດຕະການຊຸກຍູ້ປະຕິບັດບັນດາຂໍ້ຕົກລົງຂັ້ນສູງສອງພັກ, ສອງລັດໃນປີ 2021 ແລະໃນຊຸມປີຕໍ່ໄປໃຫ້ມີປະສິດທິຜົນ...

la.qdnd.vn

302 Found

Found

The document has moved here.