ຫວຽດນາມ ຮັບວັກຊິນກັນ COVID-19 ເກືອບ 1 ລ້ານໂດສ ຈາກລັດຖະບານຍີ່ປຸ່ນ

15:24 | 20/06/2021

ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ໄດ້ຕາງໜ້າລັດຖະບານ ຮັບວັກຊິນກັນພະຍາດ COVID-19 ຂອງລັດຖະບານຍີ່ປຸ່ນ ຈຳນວນເກືອບ 1 ລ້ານໂດສ ເພື່ອອຸປະຖຳຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດ COVID-19.

ອົດສະຕາລີ ແລະ UNICEF ໜູນຊ່ວຍຫວຽດນາມ ປະຕິບັດໂຄງການສັກວັກຊິນກັນໂຄວິດ-19 ອົດສະຕາລີ ແລະ UNICEF ໜູນຊ່ວຍຫວຽດນາມ ປະຕິບັດໂຄງການສັກວັກຊິນກັນໂຄວິດ-19
ເລີ່ມ​ສັກວັກ​ຊິນກັນ​ໂຄວິດ - 19 ຊະ​ນິດທີ 2 ຂອງ ຫວຽດ​ນາມ ເລີ່ມ​ສັກວັກ​ຊິນກັນ​ໂຄວິດ - 19 ຊະ​ນິດທີ 2 ຂອງ ຫວຽດ​ນາມ

ວັກຊີນນີ້ມີຊື່ວ່າ VAEVRIA Intramuscular Injection (ຊື່ໜຶ່ງອີກຂອງວັກຊີນ COVID-19 AstraZeneca Injection), ມາໃນຮູບແບບທາດແຫຼວສັກໃສ່ກ້າມຊີ້ນ, ກ່ອງໜຶ່ງມີ 10 ໂດສ, ແຕ່ລະໂດສ 0.5 ml.

ຫວຽດນາມ ຮັບວັກຊິນກັນ COVID-19 ເກືອບ 1 ລ້ານໂດສ ຈາກລັດຖະບານຍີ່ປຸ່ນ
ຫວຽດນາມ ຮັບວັກຊິນກັນ COVID-19 ເກືອບ 1 ລ້ານໂດສ ຈາກລັດຖະບານຍີ່ປຸ່ນ.

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ແບ່ງປັນວ່າ, ນີ້ແມ່ນຂອງຂວັນທີ່ລໍ້າຄ່າ, ສະແດງໃຫ້ເຫັນສາຍພົວພັນອັນດີງາມຂອງລັດຖະບານ ແລະປະຊາຊົນຍີ່ປຸ່ນ ກັບລັດຖະບານ ແລະປະຊາຊົນຫວຽດນາມ, ໂດຍສະເພາະແມ່ນໃນສະພາບການທີ່ສັບສົນແລະຂາດແຄນການສະໜອງວັກຊີນທົ່ວໂລກ.

ທ່ານ Yamada Takio - ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ ກໍ່ໄດ້ເນັ້ນໜັກວ່າ ນີ້ແມ່ນສິ່ງທີ່ພິສູດສະແດງໃຫ້ເຫັນເຖິງນ້ຳໃຈມິດຕະພາບອັນເລິກເຊິ່ງ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ. ຍີ່ປຸ່ນປາດຖະໜາ ຢາກເຊື່ອມໂຍງເຂົ້າກັບສາກົນ, ໂດຍສະເພາະແມ່ນຫວຽດນາມ ເພື່ອຮ່ວມກັນເອົາຊະນະພະຍາດ COVID-19.

ນີ້ແມ່ນຄັ້ງທີ 5 ທີ່ວັກຊີນ AstraZeneca ຕ້ານພະຍາດ COVID-19 ມາຮອດປະເທດຫວຽດນາມ. ໂດຍລວມແລ້ວ, ຫວຽດນາມ ໄດ້ຮັບວັກຊີນນີ້້ ເກືອບ 3.9 ລ້ານໂດສ ນີ້ ແລະ ກຳລັງຈັດຕັ້ງປະຕິບັດການສັກຢາປ້ອງກັນຢູ່ບັນດາທ້ອງຖິ່ນ.

WHO ຈະ​ຊຸກ​ຍູ້​ການ​ສົ່ງ​ແຫຼ່ງວັກ​ຊິນ​ໃນ​ກົນ​ໄກ COVAX ໃຫ້​ແກ່​ຫວຽດ​ນາມ ໂດຍ​ໄວ WHO ຈະ​ຊຸກ​ຍູ້​ການ​ສົ່ງ​ແຫຼ່ງວັກ​ຊິນ​ໃນ​ກົນ​ໄກ COVAX ໃຫ້​ແກ່​ຫວຽດ​ນາມ ໂດຍ​ໄວ

ທ່ານຮອງນາຍົກລັດຖະມົນຕີ ຫວຸ້ດຶກດາມ ສະເໜີໃຫ້ WHO ຈົ່ງຊຸກຍູ້ການສົ່ງວັກຊິນໃນໂຄງການ COVAX ໃຫ້ແກ່ຫວຽດນາມ ໂດຍໄວ, ເພີ່ມທະວີການຮ່ວມມືຖ່ອຍຖອດເຕັກໂນໂລຊີ ເພື່ອຫວຽດນາມ ກາຍເປັນສູນຜະລິດວັກຊິນໃນພາກພື້ນ.

ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ສະຖານທູດຫວຽດນາມ ປະຈຳ ອີຢິບ ໄດ້ປຸກລະດົມການຂົນຂວາຍແຜ່ບໍລິຈາກໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢຸ່ຫວຽດນາມ

ກອງປະຊຸມສະມັດຊາໃຫຍ່ IPU-142: ຕ້ອງການຄວາມສະເໝີພາບ ໃນການເຂົ້າເຖິງຢາວັກຊິນ COVID-19 ກອງປະຊຸມສະມັດຊາໃຫຍ່ IPU-142: ຕ້ອງການຄວາມສະເໝີພາບ ໃນການເຂົ້າເຖິງຢາວັກຊິນ COVID-19

ຍສໝ - ກອງປະຊຸມສະມັດຊາໃຫຍ່ IPU-142 ໄດ້ປຶກສາຫາລືຫຼາຍບັນຫາສຳຄັນຂອງລັດຖະສະພາ, ສະເໜີ ວິທີການແກ້ໄຂ ເພື່ອເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືສາກົນເພື່ອເປັນການຕອບໂຕ້ກັບການປ້ອງກັນພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.