ອັງກິດ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ອາຊຽນ

15:43 | 26/06/2021

ວັນທີ 23 ມິຖຸນາ, ຢູ່ສໍານັກງານສູນກາງພັກ, ທ່ານ ເຈິ່ນຕ໊ວນແອັງ, ກໍາມະການກົມການເມືອງ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ໃຫ້ການຕ້ອນຮັບທ່ານ Greg Hands, ຮອງລັດຖະມົນຕີຮັບຜິດຊອບນະໂຍບາຍການຄ້າ, ກະຊວງການຄ້າສາກົນແຫ່ງລາຊະອານາຈັກອັງກິດ.

ອັງກິດ ແລະ ຫວຽດນາມ ລົງນາມຈົດໝາຍເຈດຈຳນົງກ່ຽວກັບການສົມທົບກັນສ້າງຄັງຂໍ້ມູນການຄ້າແຫ່ງຊາດຂອງຫວຽດນາມ ອັງກິດ ແລະ ຫວຽດນາມ ລົງນາມຈົດໝາຍເຈດຈຳນົງກ່ຽວກັບການສົມທົບກັນສ້າງຄັງຂໍ້ມູນການຄ້າແຫ່ງຊາດຂອງຫວຽດນາມ
ນັກຊ່ຽວຊານສາກົນ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາພາກພື້ນ ນັກຊ່ຽວຊານສາກົນ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາພາກພື້ນ
ອັງກິດ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ອາຊຽນ
ທ່ານ ເຈິ່ນຕ໊ວນແອັງ ຫົວໜ້າຄະນະເສດຖະກິດສູນກາງ ຕ້ອນຮັບທ່ານ Greg Hands, ຮອງລັດຖະມົນຕີຮັບຜິດຊອບນະໂຍບາຍການຄ້າ, ກະຊວງການຄ້າສາກົນແຫ່ງລາຊະອານາຈັກອັງກິດ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ເຈິ່ນຕ໊ວນແອັງ ຢັ້ງຢືນວ່າ ພັກ ແລະລັດຫວຽດນາມ ຍາມໃດກໍ່ມານະພະຍາຍາມ ແລະໃຫ້ຄໍາໝັ້ນສັນຍາສູງສຸດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເມື່ອແລກປ່ຽນກ່ຽວກັບນະໂຍບາຍພັດທະນາພະລັງງານຢູ່ຫວຽດນາມ, ທ່ານ ເຈິ່ນຕ໊ວນແອັງ ຢັ້ງຢືນວ່າ ແຜນນະໂຍບາຍຂອງພັກ ແລະລັດ ແມ່ນບຸລິມະສິດສູງໃຫ້ແກ່ການພັດທະນາພະລັງງານຜະລິດຄືນໃໝ່, ຊຸກຍູ້ການພັດທະນາໂຄງການພະລັງງານສະອາດ ແລະຫຼຸດຜ່ອນການພັດທະນາບັນດາໂຮງງານນໍາໃຊ້ຖ່ານເທື່ອລະກ້າວໃນທົ່ວປະເທດ; ສະເໜີລາຊະອານາຈັກອັງກິດ ສືບຕໍ່ໜູນຊ່ວຍຫວຽດນາມ ໃນການພັດທະນາພະລັງງານຜະລິດຄືນໃໝ່ ແລະຫັນໄປສູ່ພື້ນຖານເສດຖະກິດປ່ອຍກາກບອນຕໍ່າ.

ສ່ວນທ່ານ Greg Hands ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ບັນດາປະເທດອາຊຽນ; ຕີລາຄາສູງແຜນນະໂຍບາຍ, ກໍານົດທິດ ແລະບັນດາໝາກຜົນບັນລຸໄດ້ຂອງຫວຽດນາມ ໃນການພັດທະນາພະລັງງານຜະລິດຄືນໃໝ່; ສະເໜີຫວຽດນາມ ລະດົມແຫຼ່ງກໍາລັງ, ເສີມຂະຫຍາຍ ແລະຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານພະລັງງານຜະລິດຄືນໃໝ່ໃຫຍ່ທີ່ສຸດຂອງຫວຽດນາມ ຢ່າງມີປະສິດທິຜົນ; ສະແດງຄວາມຂອບໃຈຫວຽດນາມ ຍ້ອນໄດ້ເຂົ້າຮ່ວມ ແລະສະໜັບສະໜູນການເຈລະຈາເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ຂອງລາຊະອານາຈັກອັງກິດ.

ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ ອົງການ UNFPA ຫວຽດນາມ ໄດ້ໜູນຊ່ວຍແມ່ຍິງ ແລະ ເດັກຍິງ ຢູ່ບັກຢາງ, ບັກນິງ, ນະຄອນໂຮຈິມິນ

ຍສໝ - ໃນວັນທີ 22 ມິຖຸນາ, ກອງທຶນປະຊາກອນສະຫະປະຊາຊາດ (UNFPA) ປະຈຳຫວຽດນາມ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນ ປະມານ 5,100 ຊຸດ ໃຫ້ ທ່ານ ຫງວຽນຊວນດິງ - ຮອງປະທານຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມ ເພື່ອໃຫ້ສະມາຄົມມອບເຄື່ອງອຸປະຖຳດັ່ງກ່າວນີ້ໃຫ້ແກ່ແມ່ຍິງ, ເດັກຍິງມີຄວາມສ່ຽງຕໍ່ການໃຊ້ຄວາມຮຸນແຮງທາງເພດ ຍ້ອນຜົນຮ້າຍຂອງການລະບາດຂອງພະຍາດ COVID-19 ຢູ່ແຂວງບັກຢາງ, ບັກນິງ ແລະ ນະຄອນໂຮ່ຈີມິນ.

ຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ - ສິງກະໂປ ຢ່າງຮອບດ້ານ ຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ - ສິງກະໂປ ຢ່າງຮອບດ້ານ

ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຊີ້ແຈ້ງວ່າ, ອຳນາດການປົກຄອງຂອງນະຄອນພວມຍູ້ໄວຄວາມຄືບໜ້າໃນການສ້າງນະຄອນອັດສະລິຍະ.

ຫວຽດນາມ ເປັນປະທານກອງປະຊຸມຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ຫວຽດນາມ ເປັນປະທານກອງປະຊຸມຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ

ວັນທີ 22 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ, ເປັນປະທານກອງປະຊຸມ ຄັ້ງທີ 64 ຂອງຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI) ຜ່ານລະບົບທາງໄກ, ດ້ວຍບົດບາດປະທານຄະນະ IAI ປີ 2021.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.