ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ

19:30 | 24/06/2021

ຍສໝ - ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ.

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ສືບ​ຕໍ່​ໃຫ້​ການສະ​ໜັບ​ສະ​ໜູນ​ແກ່ບ​ັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ສືບ​ຕໍ່​ໃຫ້​ການສະ​ໜັບ​ສະ​ໜູນ​ແກ່ບ​ັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ
ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ” ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ”
ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ
ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ. ພາບ: TTXVN

ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ ໄດ້ມອບເງິນຈຳນວນ 200.000 USD ໃຫ້ແກ່ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ເພື່ອປະກອບສ່ວນເຂົ້າໃນກອງທຶນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ ໃຫ້ຮູ້ວ່າ ຈຳນວນເງິນດັ່ງກ່າວ ແມ່ນນ້ຳຈິດນ້ຳໃຈ, ຄວາມຮັກແພງຂອງພະນັກງານ, ນັກຮົບ ກະຊວງປ້ອງກັນປະເທດລາວ ທີ່ມີຕໍ່ປະຊາຊົນ ຫວຽດນາມ, ພ້ອມທັງເປັນການສະແດງໃຫ້ເຫັນນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ເມື່ອປະສົບກັບຄວາມຫຍຸ້ງຍາກ ຫຼື ໄພພິບັດ.

ໂດຍຕາງໜ້າໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈຕໍ່ຄວາມເອົາໃຈໃສ່ຂອງກະຊວງປ້ອງກັນປະເທດລາວ ພ້ອມທັງຢັ້ງຢືນວ່າ ຈະຝາກຈຳນວນເງິນດັ່ງກ່າວກັບເມືອ ຫວຽດນາມ ໃນເວລາໄວທີ່ສຸດ.

ມາຮອດປັດຈຸບັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຮັບເງິນສົດຈຳນວນກວ່າ 1,2 ລ້ານ USD ພ້ອມດ້ວຍວັດຖຸອຸປະກອນການແພດຂອງລາວ ທີ່ຊ່ວຍເຫຼືອ ຫວຽດນາມ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ສ​ປ​ຊ ຕີ​ລາ​ຄາ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ຂອງ ຫວຽດ​ນາມ​ໃນ​ການ​ປິ່ນ​ປົວ​ໂລກ​ລະ​ບາດ​ໂຄວິດ - 19 ສ​ປ​ຊ ຕີ​ລາ​ຄາ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ຂອງ ຫວຽດ​ນາມ​ໃນ​ການ​ປິ່ນ​ປົວ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ພາຍຫຼັງໄດ້ຮັບການປິ່ນປົວຢ່າງຕັ້ງໜ້າຕາມຂັ້ນຕອນການແຍກຕົວທີ່ເຄັ່ງຄັດ, ດ້ວຍກຳລັງຄວາມສາມາດດ້ານວິຊາການ ແລະ ຄວາມສຸດຈິດສຸດໃຈຂອງບັນດາແພດໝໍ ຫວຽດນາມ ແລ້ວ, ຄົນເຈັບດັ່ງກ່າວໄດ້ຄ່ອຍໆມີການອາການດີຂຶ້ນ, ຫາຍດີເປັນປົກກະຕິ ແລະ ອອກຈາກ ຫວຽດນາມ ໃນວັນທີ 15 ມິຖຸນາ 2021 ເພື່ອສືບຕໍ່ການປະຕິບັດງານຂອງຕົນ.

ນ້ຳ​ໃຈອັນອົບອຸ່ນຂອງທະ​ຫານ - ປະ​ຊາ​ຊົນ​ຢູ່​ປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ນ້ຳ​ໃຈອັນອົບອຸ່ນຂອງທະ​ຫານ - ປະ​ຊາ​ຊົນ​ຢູ່​ປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ​ທ່ານຮ້ອຍ​ໂທ ເຈິ່ນງອກ​ເຊີນ, ພະ​ນັກ​ງານ​ຄວບ​ຄຸມກວດກາ​ປ້ອມ​ປ້ອງ​ກັນ​ຊາຍ​ແດນວິງ​ເງືອນ ແບ່ງ​ປັນ​ວ່າ “​ຍ້ອນ​ຕ້ອງ​ປະ​ຕິ​ບັດ​ໜ້າ​ທີ່, ​ດັ່ງ​ນັ້ນປີນີ້ ຂ້າ​ພະ​ເຈົ້າ ແລະ ອ້າຍ​ນ້ອງ​ຢູ່​ປ້ອມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ບໍ່​ສາ​ມາດ​ກັບ​ຄືນເມືອຢາມ​ບ້ານ​ໄດ້, ແຕ່​ເມື່ອ​ໄດ້​ກິນ​ບັນ​ແຊ່ວຢູ່​ປ້ອມ​ໃນ​ໂອ​ກາດ​ວັນ​ບຸນ​ດ​ວານ​ເງາະ, ກໍ່​ຮູ້​ສຶກວ່າ​ແຊບ ແລະ ອົບ​ອຸ່ນ​ໃຈຂຶ້ນຕື່ມ​.​.”

ຊ​າວ​ຫວຽດ​ນາມ  ອາ​ໄສ​ຢູ່​ຕ່າງ​ປະ​ເທດແລະບັນ​ດາ​ວິ​ສາ​ຫະ​ກິດ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນບັກ​ນິງແລະບັກ​ຢາງໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຊ​າວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດແລະບັນ​ດາ​ວິ​ສາ​ຫະ​ກິດ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນບັກ​ນິງແລະບັກ​ຢາງໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຫ້ອງເກັບຕົວຢ່າງດັ່ງກ່າວ ມ​ີ​ຂັ້ນ​ຕອນ​ການ​ເຄື່ອນ​ໄຫວ​ທີ່​ງາຍ​ດ່າຍ, ເພີ່ມ​ທະ​ວີ​ຄວາມ​ປອດ​ໄພ​, ສາ​ມາດມ້າງອອກ ແລະ ຕິດ​ຕັ້ງ​ຢ່າງ​ງ່າຍ​ດາຍ ເມື່ອ​ຕ້ອງ​ນຳ​ໃຊ້​ຢູ່​ເຂດ​ເກັບຕົວ​ຢ່າງ​ທີ່​ມີ​ຄວາມ​ສ່ຽງ​ສູງ.

ໄຊພອນ

ເຫດການ
302 Found

Found

The document has moved here.