ຫວຽດນາມ ເປັນປະທານກອງປະຊຸມຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ

15:20 | 24/06/2021

ວັນທີ 22 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ, ເປັນປະທານກອງປະຊຸມ ຄັ້ງທີ 64 ຂອງຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI) ຜ່ານລະບົບທາງໄກ, ດ້ວຍບົດບາດປະທານຄະນະ IAI ປີ 2021.

ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະພັດທະນາອັງກິດ ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະພັດທະນາອັງກິດ
ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ
ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ ເປັນປະທານກອງປະຊຸມ ຄັ້ງທີ 64 ຂອງຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI) ຜ່ານລະບົບທາງໄກ, ດ້ວຍຕຳແໜ່ງປະທານຄະນະສະເພາະກິດ IAI. ພາບ: ສຳນັກຂ່າວສານຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ ເປັນປະທານກອງປະຊຸມ ຄັ້ງທີ 64 ຂອງຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI) ຜ່ານລະບົບທາງໄກ, ດ້ວຍຕຳແໜ່ງປະທານຄະນະສະເພາະກິດ IAI. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ ຕີລາຄາສູງສະພາບການຜັນຂະຫຍາຍບັນດາໂຄງການ IAI ກໍ່ຄືໝາກຜົນຂອງກອງປະຊຸມສໍາມະນາພາກພື້ນກ່ຽວກັບ IAI ໃນວັນທີ 21 ພຶດສະພາ 2021 ແລະເວທີປາໄສບັນດາຝ່າຍເຂົ້າຮ່ວມ IAI ໃນວັນທີ 8 ມິຖຸນາ 2021; ທ່ານເນັ້ນໜັກວ່າໝາກຜົນນີ້ຈະແມ່ນປະຖົມປັດໄຈເພື່ອຜັນຂະຫຍາຍບັນດາໂຄງການ IAI ໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນ.

ໃນໄລຍະຈະມາເຖິງ, ຄະນະສະເພາະກິດ IAI ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຜັນຂະຫຍາຍແຜນການປະຕິບັດງານ IAI ໄລຍະ 4 ແລະຄາດຄະເນວ່າຈະຈັດຕັ້ງກອງປະຊຸມ ຄັ້ງທີ 65 ຂອງຄະນະສະເພາະກິດ IAI ແລະກອງປະຊຸມປຶກສາຫາລືຄູ່ຮ່ວມມື IAI ຄັ້ງທີ 11 ໃນເດືອນກັນຍາ 2021. ບັນດາປະເທດອາຊຽນ ໄດ້ຮັບຮອງເອົາ IAI ໃນປີ 2000 ດ້ວຍເປົ້າໝາຍຮັດແຄບຊ່ອງຫວ່າງພັດທະນາລະຫວ່າງບັນດາປະເທດອາຊຽນ, ໜູນຊ່ວຍສະມາຊິກໃໝ່ແມ່ນບັນດາປະເທດ CLMV (ກໍາປູເຈຍ, ລາວ, ມຽນມາ ແລະຫວຽດນາມ) ເຊື່ອມໂຍງເຂົ້າພື້ນຖານເສດຖະກິດພາກພື້ນຢ່າງຄົບຖ້ວນ.

ຖືເປັນສຳຄັນການຮັກສາ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ໃຫ້ຫຼາຍກວ່າອີກ ຖືເປັນສຳຄັນການຮັກສາ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ໃຫ້ຫຼາຍກວ່າອີກ

ໃນວັນທີ 23 ມິຖຸນາ 2021, ຢູ່ຮ່າໂນ້ຍ ສສ.ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ຈຸງ ອຸຍ ຢົງ.

ຊຸກຍູ້ຈິດໃຈລິເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງຫວຽດນາມ ຢູ່ ອົດສະຕາລີ ຊຸກຍູ້ຈິດໃຈລິເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງຫວຽດນາມ ຢູ່ ອົດສະຕາລີ

ເຄືອຂ່າຍປ່ຽນແປງໃໝ່ປະດິດສ້າງຫວຽດນາມ - ອົດສະຕາລີ (NIC-AU) ແລະເຄືອຂ່າຍຊຸກຍູ້ການລິເລີ່ມທຸລະກິດຫວຽດນາມ ຢູ່ ອົດສະຕາລີ (SVF-AU) ຫາກໍ່ຈັດຕັ້ງພິທີມອບລາງວັນການເສັງກ່ຽວກັບການປ່ຽນແປງໃໝ່ປະດິດສ້າງ Hack4Growth ຢູ່ອົດສະຕາລີ ປີ 2021 ປະສົບຜົນສໍາເລັດ.

ງານວາງສະແດງຮູບພາບ 120 ແຜ່ນ ງານວາງສະແດງຮູບພາບ 120 ແຜ່ນ "ມໍລະດົກພາບເອມີເນຊັນໃນການໂຄສະນາການທ່ອງທ່ຽວຫວຽດນາມ"

ຕອນເຊົ້າວັນທີ 22 ມິຖຸນາ, ສະຖາບັນຮູບເງົາຫວຽດນາມ ໄດ້ຈັດຕັ້ງພິທີໄຂງານວາງສະແດງ "ມໍລະດົກພາບເອມີເນຊັນໃນການໂຄສະນາການທ່ອງທ່ຽວຫວຽດນາມ".

la.qdnd.vn

ເຫດການ
302 Found

Found

The document has moved here.