ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ຊ່ວຍຫວຽດນາມໃນການຕ້ານການລະບາດພະຍາດ

12:08 | 18/06/2021

ຍສໝ - ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ສືບຕໍ່ລະດົມເງິນໄດ້ຫຼາຍຮ້ອຍລ້ານກີບ ເພື່ອອຸປະຖຳຫວຽດນາມ ໃນການຕ້ານການລະບາດຂອງພະຍາດ COVID-19.

ຊາວຫວຽດນາມຢູ່ອາເມລິກາຮ່ວມແຮງຮ່ວມໃຈພ້ອມກັບພໍ່ແມ່ປະຊາຊົນພາຍໃນປະເທດ ປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19 ຊາວຫວຽດນາມຢູ່ອາເມລິກາຮ່ວມແຮງຮ່ວມໃຈພ້ອມກັບພໍ່ແມ່ປະຊາຊົນພາຍໃນປະເທດ ປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19
ສະມາຄົມການພັດທະນາເສດຖະກິດ, ວັດທະນະທຳ ແລະ ການສຶກສາ ໄຕ້ຫວັນ - ຫວຽດນາມ ໄດ້ສະໜັບສະໜູນກອງທຶນວັກແຊງປ້ອງກັນ ແລະ ຄວບຄຸມ COVID-19 ສະມາຄົມການພັດທະນາເສດຖະກິດ, ວັດທະນະທຳ ແລະ ການສຶກສາ ໄຕ້ຫວັນ - ຫວຽດນາມ ໄດ້ສະໜັບສະໜູນກອງທຶນວັກແຊງປ້ອງກັນ ແລະ ຄວບຄຸມ COVID-19

ໃນຕອນບ່າຍຂອງວັນທີ 15 ມິຖຸນາ, ທ່ານ ລຶວແມັ້ງຮ່າ - ຜູ້ອຳນວຍການໃຫຍ່ຂອງ UNITEL (ບໍລິສັດຮ່ວມທຸລະກິດລະຫວ່າງໂທລະຄົມລາວ ແລະ ກຸ່ມບໍລິສັດໂທລະຄົມທະຫານ VIETTEL ຫວຽດນາມ) ໄດ້ໄປຍັງສະຖານທູດຫວຽດນາມ ປະຈຳລາວ ເພື່ອມອບຈຳນວນເງິນ 200 ລ້ານກີບ (ທຽບເທົ່າ 20,000 ໂດລາສະຫະລັດ) ເພື່ອສະໜັບສະໜູນກອງທຶນວັກຊີນ COVID-19 ຂອງຫວຽດນາມ.

ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ຊ່ວຍຫວຽດນາມໃນການຕ້ານການລະບາດພະຍາດ

ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ຊ່ວຍຫວຽດນາມໃນການຕ້ານການລະບາດພະຍາດ. (ພາບ: VOV)

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໋າຮຸ່ງ ໄດ້ສະແດງຄວາມຂອບໃຈພະນັກງານບໍລິສັດ UNITEL, ເຖິງວ່າຈະມີຄວາມຫຍຸ້ງຍາກຫລາຍຢ່າງ ໃນການດຳເນີນທຸລະກິດຍ້ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ກໍ່ຕາມ, ແຕ່ຍັງໄດ້ແບ່ງສ່ວນໜຶ່ງຂອງກຳໄລ ສະໜັບສະໜູນລັດຖະບານ ແລະ ປະຊາຊົນຫວຽດນາມ ເພື່ອຕ້ານໂລກລະບາດ.

ກ່ອນໜ້ານີ້, ໃນຕອນບ່າຍວັນທີ 14 ມິຖຸນາ, ທ່ານນາງອັກຄະລັດຖະທູດ ຈິງຖິເຕີມ ໄດ້ໃຫ້ການຕ້ອນຮັບ ທ່ານ ທອງສະຫວັນ ວົງສີພັນ - ຮອງເລຂາພັກແຂວງ ວຽງຈັນ ໃນການມາຢ້ຽມ ແລະ ມອບເງິນຈຳນວນ 100 ລ້ານກີບ (ທຽບເທົ່າ 10,000 ໂດລາສະຫະລັດ) ໃຫ້ແຂວງແຮກສ່ຽວ ຫາຍເຢືອງ (ຫວຽດນາມ) ເພື່ອນຳໃຊ້ເຂົ້າໃນການປ້ອງກັນການລະບາດຂອງພະຍາດ COVID-19.

ນັ້ນສະແດງໃຫ້ເຫັນນໍ້າໃຈສາມັກຄີ, ມິດຕະພາບພິເສດ, ການແບ່ງປັນຄວາມຫຍຸ້ງຍາກ ເຊິ່ງໄດ້ກາຍເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ - ລາວ.

ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມມືສະໜັບສະໜູນກອງທຶນວັກຊີນພະຍາດ COVID-19 ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມມືສະໜັບສະໜູນກອງທຶນວັກຊີນພະຍາດ COVID-19

ຍສໝ - ສະຖານທູດຫວຽດນາມ ປະຈຳບັນດາປະເທດປະຈຳຖິ່ນ ໄດ້ເປີດການປຸກລະດົມບໍລິຈາກ; ຜູ້ຕາງໜ້າບັນດາສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ ແລະ ບຸກຄົນທີ່ມຸ່ງໜ້າ ສູ່ບ້ານເກີດເມືອງນອນຂອງຕົນ, ໄດ້ມາເຖິງສະຖານທູດ ເພື່ອປະກອບສ່ວນ ແລະ ສະໜັບສະໜູນກອງທຶນການສັກຢາປ້ອງກັນພະຍາດ COVID-19 ຢູ່ຫວຽດນາມ ...

ລາວ ໜູນຊ່ວຍຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19 ລາວ ໜູນຊ່ວຍຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19

ໃນສະພາບທີ່ຫວຽດນາມ ກໍາລັງສຸມໃສ່ຮັບມືກັບການຜັນແປທີ່ສັບສົນຂອງພະຍາດໂຄວິດ-19, ໃນຊຸມວັນຜ່ານມາ, ແຂວງຕ່າງໆຂອງລາວ ໄດ້ສະໜັບສະໜູນເງິນເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະປະຊາຊົນຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19.

ວິສາຫະກິດລາວ ສະໜັບສະໜູນກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ວິສາຫະກິດລາວ ສະໜັບສະໜູນກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ

ເພື່ອຮ່ວມແຮງຮ່ວມໃຈກັບລັດຖະບານ ແລະປະຊາຊົນຫວຽດນາມ ໃນການຕໍ່ສູ້ປ້ອງກັນ, ຕ້ານພະຍາດໂຄວິດ-19, ຕອນເຊົ້າວັນທີ 10 ມິຖຸນາ, ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ (ລາວ) ໄດ້ບໍລິຈາກເງິນສົດ ແລະວັດຖຸດ້ວຍມູນຄ່າທັງໝົດ 1 ລ້ານໂດລາສະຫະລັດໃຫ້ແກ່ກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.