ໂຄສະນາເຜີຍແຜ່ວັດທະນະທຳຫວຽດນາມ ເຖິງບັນດາອົງການການຕ່າງປະເທດ ຢູ່ສາທາລະນະລັດເຊັກ

12:09 | 28/06/2021

ຍສໝ - ເມື່ອບໍ່ດົນມານີ້, ໂດຍການປະສານສົມທົບ ແລະ ສະໜັບສະໜູນການຈັດຕັ້ງ ຂອງສະຖານທູດຫວຽດນາມ ປະຈຳສາທາລະນະລັດເຊັກ ແລະ ຄະນະນຳຂອງສູນການຄ້າ Sapa, ສະມາຄົມພັນລະຍາ, ສາມີຂອງຄະນະທູຕານຸທູດໃນສາທາລະນະລັດເຊັກ (DSA) ໄດ້ໄປຢ້ຽມຢາມ ແລະ ແລກປ່ຽນວັດທະນະທຳທີ່ສູນການຄ້າ Sapa ໃນ Prague, ສາທາລະນະລັດເຊັກ.

ການປັບປຸງສ້າງຄຸນສົມບັດສິນທຳ ແລະ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຈາກພະລັງພາຍໃນຂອງວັດທະນະທຳຫວຽດນາມ ການປັບປຸງສ້າງຄຸນສົມບັດສິນທຳ ແລະ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຈາກພະລັງພາຍໃນຂອງວັດທະນະທຳຫວຽດນາມ
ພະລັງພາຍໃນຂອງວັດທະນະທຳຫວຽດນາມ - ການພັດທະນາ ແລະ ຫັນປະເທດເປັນທັນສະໃໝ ພະລັງພາຍໃນຂອງວັດທະນະທຳຫວຽດນາມ - ການພັດທະນາ ແລະ ຫັນປະເທດເປັນທັນສະໃໝ

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ເພື່ອໂຄສະນາພາບພົດຂອງຊາວຫວຽດນາມ ແລະ ວັດທະນະທຳພື້ນເມືອງຫວຽດນາມ. ຕາມພັນລະຍາຂອງເອກອັກຄະລັດຖະທູດຫວຽດນາມ ປະຈຳສາທາລະນະລັດເຊັກ ທ່ານນາງ ຫງວຽນທຽນຫງາ ໃຫ້ຮູ້ວ່າ, ສະມາຄົມ DSA ໄດ້ຮັບການສ້າງຕັ້ງໃນປີ 2004 ແລະ ໄດ້ຮັບການອຸປະຖຳໂດຍພັນລະຍາຂອງປະທານາທິບໍດີເຊັກ. ໃນແຕ່ລະປີ, ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ DSA ແລະ ສະໜັບສະໜູນຢ່າງຕັ້ງໜ້າ ແລະ ອຸປະຖຳເງິນໃຫ້ແກ່ກອງທຶນການກຸສົນຂອງເຊັກ. ສູນການຄ້າ Sapa ແມ່ນເຂດທຸລະກິດ ແລະ ເປັນສະຖານທີ່ແລກປ່ຽນວັດທະນະທຳ ແລະ ອາຫານພື້ນເມືອງຂອງຊາວຫວຽດນາມ ຢູ່ສາທາລະນະລັດເຊັກ.

ໂຄສະນາເຜີຍແຜ່ວັດທະນະທຳຫວຽດນາມ ເຖິງບັນດາອົງການການຕ່າງປະເທດ ຢູ່ສາທາລະນະລັດເຊັກ
ໂຄສະນາເຜີຍແຜ່ວັດທະນະທຳຫວຽດນາມ ເຖິງບັນດາອົງການການຕ່າງປະເທດ ຢູ່ສາທາລະນະລັດເຊັກ. (ພາບ: VOV)

ທ່ານນາງ ຫງວຽນທຽນຫງາ ກ່າວວ່າ: ບົດບາດຂອງຫວຽດນາມໃນ DSA ແມ່ນມີຄວາມ ສຳຄັນຫຼາຍ. ພວກຂ້າພະເຈົ້າ ຢາກຈັດຕັ້ງການໄປຢ້ຽມຢາມຊຸມຊົນຊາວຫວຽດນາມຢູ່ສາທາລະນະລັດເຊັກ ຢ່າງເປັນປະຈຳ ເພື່ອໂຄສະນາວັດທະນະທຳຫວຽດນາມສູ່ໂລກ ແລະຊ່ວຍໃຫ້ປະຊາຊົນເຂົ້າໃຈກ່ຽວກັບການເຄື່ອນໄຫວຢ່າງຕັ້ງໜ້າຂອງ DSA ຢູ່ສາທາລະນະລັດເຊັກ, ໜູນຊ່ວຍສະຖານທູດໃນບັນດາການເຄື່ອນໄຫວກຸສົນຢູ່ສາທາລະນະລັດເຊັກ”.

ທ່ານນາງ Zahra Ahmed, ປະທານ DSA ໄດ້ສະແດງຄວາມຂອບອົກຂອບໃຈມາຍັງສະຖານທູດຫວຽດນາມ, ສູນການຄ້າ Sapa ທີ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ດ້ວຍບັນຍາກາດອັນເບີກບານມ່ວນຊື່ນ, ເຊິ່ງສະແດງໃຫ້ເຫັນເຖິງການຕ້ອນຮັບແຂກຢ່າງຈິງໃຈຂອງຊາວຫວຽດນາມ. ທ່ານນາງຫວັງວ່າ ໃນອະນາຄົດອັນໃກ້ນີ້ DSA ຈະຈັດງານຕະຫຼາດນັດ ເພື່ອລະດົມທຶນເພື່ອການກຸສົນ ແລະ ຫວັງວ່າສະຖານທູດຫວຽດນາມ ປະຈຳສາທາລະນະລັດເຊັກ ແລະ ປະຊາຄົມຊາວຫວຽດນາມ ຈະເຂົ້າຮ່ວມໂຄງການນີ້.

ເນື່ອງໃນໂອກາດນີ້, ບັນດາຄອບຄົວຂອງອົງການທູຕານຸທູດ ກໍ່ໄດ້ແນະນຳ ແລະ ຊົມບັນດາວັດທະນະທຳ, ເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.