ລັດຖະບານລາວ ແລະ ຄູ່ຮ່ວມພັດທະນາ ພັດທະນາລະບົບແອັບ ສູນບໍລິການປະຕູດຽວ

15:10 | 24/06/2021

ລັດຖະບານລາວ ກັບອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ຮ່ວມມືກັນພັດທະນາລະບົບ ແອັບສູນບໍລິການປະຕູດຽວ ຫລື Smart (One Door Service Center) ODSC Mobile application ທີ່ນຳໃຊ້ລະບົບຄລາວ (Cloud System), ເຊິ່ງກອງປະຊຸມວິຊາການ ຂອງໜ່ວຍງານຍ່ອຍ ດ້ານປັບປຸງບໍລິຫານ ລັດຖະການ ໃນຫົວຂໍ້ “ ການບໍລິຫານລັດ ທີ່ນໍາໃຊ້ລະບົບເອເລັກໂຕຣນິກ e-governance ແບບທາງໄກ ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ 2021 ທີ່ກະຊວງພາຍໃນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ຈອນຝຣັ່ງຊົວ ກູດໂນດ (Jean-François Cuénod) ຫົວໜ້າອົງການຮ່ວມມື ເພື່ອການພັດທະນາ ຂອງປະເທດສະວິດເຊີແລນ ແລະ ທ່ານ ຊອນ ໂອຄອນແນວ ຫົວໜ້າໜ່ວຍປົກຄອງ ອົງການ UNDP.

ອົງການຈັດຕັ້ງສັງຄົມສະໜັບສະໜູນ ລັດຖະບານລາວ ຕອບໂຕ້ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຢູ່ 10 ແຂວງ ອົງການຈັດຕັ້ງສັງຄົມສະໜັບສະໜູນ ລັດຖະບານລາວ ຕອບໂຕ້ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຢູ່ 10 ແຂວງ
ລັດຖະບານລາວ ແລະ ອົງການ ສປຊ ທົບທວນຄືນ ການຈັດຕັ້ງປະຕິບັດ ຂອບການຮ່ວມມື ໃນໄລຍະຜ່ານມາ ລັດຖະບານລາວ ແລະ ອົງການ ສປຊ ທົບທວນຄືນ ການຈັດຕັ້ງປະຕິບັດ ຂອບການຮ່ວມມື ໃນໄລຍະຜ່ານມາ
ພາບປະກອບ
ພາບປະກອບ

ທ່ານ ຄໍາມູນ ວິພົງໄຊ ໄດ້ກ່າວວ່າ: ເຕັກໂນໂລຊີ ດິຈິຕອນ ໄດ້ພັດທະນາຢ່າງວ່ອງໄວ ແລະ ເປັນກຸນແຈສໍາຄັນ ໂດຍສະເພາະ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນການຂັບເຄື່ອນທຸກຂະແໜງການ ໃຫ້ມີການພັດທະນາ ຢ່າງກ້າວກະໂດດ ແລະ ມີຄວາມຈໍາເປັນ ຕ້ອງເລັ່ງຫັນເປັນທັນສະໄໝ ຕັ້ງແຕ່ເດັກນ້ອຍອະນຸບານ, ປະຖົມ ກໍໄດ້ເລີ່ມຮຽນທາງອອນລາຍ ລວມເຖິງຜູ້ບໍລິຫານລະດັບສູງ ໂດຍສະເພາະ ການນໍາໃຊ້ ITC ເຂົ້າໃນວຽກງານບໍລິຫານ ແລະ ພັດທະນາບຸກຄະລາກອນ, ເຊິ່ງເນັ້ນນໍາໃຊ້ລະບົບຮ່ວມກັນ, ລະບົບທີ່ມີ ມາດຕະຖານ ແລະ ເຊື່ອມຕໍ່ກັນໄດ້ ເພື່ອຫລຸດຜ່ອນການລົງທຶນຊໍ້າຊ້ອນ, ເຊັ່ນການນໍາໃຊ້ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ (e-Government Center), ເພື່ອເພີ່ມປະສິດ ທິພາບ ການດໍາເນີນງານ ຂອງລັດຖະບານ, ນໍາເອົາການບໍລິການຂອງລັດ ໄປສູ່ປະຊາຊົນ ໂດຍນໍາໃຊ້ເອເລັກ ໂຕຣນິກເປັນການສື່ສານ ໃນການໃຫ້ບໍລິການ ໂດຍແນໃສ່ໃຫ້ວຽກງານ ມີປະສິດທິຜົນສູງ, ມີຄວາມສະດວກ, ວ່ອງໄວ, ປອດໄພ, ໂປ່ງໃສ ແລະ ປະຢັດ.

ກະຊວງພາຍໃນ ໃນຖານະເປັນເສນາທິການ ໃຫ້ລັດຖະບານ ກໍໄດ້ມີຄວາມພະຍາຍາມ ໃນການປະຕິຮູບຂັ້ນຕອນ ການບໍລິການ ໃຫ້ວ່ອງໄວ ແລະ ມີປະສິດທິພາບມາຕະຫລອດ ແລະ ໄດ້ມີການແລກປ່ຽນ ໃນລະດັບອາຊຽນຫລາຍຄັ້ງ. UNDP ແລະ ສະວິດເຊີແລນ ໄດ້ໃຫ້ການສະໜັບສະໜູນ ການລິເລີ່ມວຽກງານ ການຄຸ້ມຄອງຂໍ້ມູນລັດລັດຖະກອນ ຈົນປັດຈຸບັນ ສາມາດມີບັດລັດຖະກອນ ທີ່ທັນສະໄໝ ເຊິ່ງໄດ້ເລີ່ມນຳໃຊ້ ໃນຂອບເຂດທົ່ວປະເທດ, ອີກວຽກງານໜຶ່ງກໍແມ່ນ ສູນບໍລິການຜ່ານປະຕູດຽວ ໃກ້ຈະສໍາເລັດການ ນໍາໃຊ້ແອບພິເຄຊັນ ແລະ ຈະເປັນຊ່ອງທາງໃຫ້ປະຊາຊົນ ສາມາດມີຄໍາຄິດຄໍາເຫັນ ແລະ ຕິດຕາມເອກະສານ ທີ່ມາໃຊ້ການບໍລິການ ຢູ່ສູນປະຕູດຽວ ໄດ້ຢ່າງສະດວກສະບາຍ, ປະຢັດເວລາ ແລະ ມີປະສິດທິພາບ.

ລັດຖະບານລາວ ສະໜອງທຶນເພີ່ມໃຫ້ 4 ສະຖາບັນການເງິນ ທີ່ເຂົ້າຮ່ວມໂຄງການປ່ອຍກູ້ໃຫ້ທຸລະກິດຂະໜາດນ້ອຍ ລັດຖະບານລາວ ສະໜອງທຶນເພີ່ມໃຫ້ 4 ສະຖາບັນການເງິນ ທີ່ເຂົ້າຮ່ວມໂຄງການປ່ອຍກູ້ໃຫ້ທຸລະກິດຂະໜາດນ້ອຍ

ຢູ່ປະເທດລາວແມ່ນມີວິສາຫະກິດເກີດຂຶ້ນຫຼາຍ ແຕ່ວິສາຫະກິດຂະໜາດໃຫຍ່ແມ່ນກວມເອົາສ່ວນໜ້ອຍ, ຈຳນວນຫຼາຍຍັງແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງທຸລະກິດເຫຼົ່ານັ້ນກຳລັງຂະຫຍາຍກິດຈະການຂອງຕົນ ຈຶ່ງມີຄວາມຕ້ອງການເງິນຈຳນວນບໍ່ໜ້ອຍເພື່ອໄປເປັນຕົ້ນທຶນ ແຕ່ການເຂົ້າເຖິງເງິນກູ້ຢືມນັ້ນບໍ່ງ່າຍປານໃດ, ສະນັ້ນການສະໜອງທຶນຂອງກອງທຶນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແມ່ນມີ ຄວາມຈຳເປັນເພື່ອຊຸກຍູ້ສົ່ງເສີມບັນດາກິດຈະການຂະໜາດນ້ອຍໃຫ້ເຕີບໃຫຍ່ເຂັ້ມແຂງເມືອໜ້າ.

ADB ແລະ ລັດຖະບານລາວ ລົງນາມສັນຍາເງິນກູ້ ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດໂຄວິດ-19 ADB ແລະ ລັດຖະບານລາວ ລົງນາມສັນຍາເງິນກູ້ ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດໂຄວິດ-19

ລັດຖະບານລາວ ໄດ້ເງິນກູ້ຈາກທະນາຄານ ພັດທະນາອາຊີ (ADB) ເພີ່ມມູນຄ່າ 20 ລ້ານໂດລາ ສະຫະລັດ ເພື່ອສະໜັບສະໜູນ ການຕອບໂຕ້ການແຜ່ລະບາດ ຂອງພະຍາດອັກເສບປອດ ຈາກ ເຊື້ອຈຸລະໂລກ ສາຍພັນໃໝ່ (ໂຄວິດ-19) ໃນປະເທດ.

ລັດຖະບານລາວ ສຸມໃສ່ຄົ້ນຄວ້າພິຈາລະນາ 6 ຫົວຂໍ້ທີ່ສຳຄັນ ລັດຖະບານລາວ ສຸມໃສ່ຄົ້ນຄວ້າພິຈາລະນາ 6 ຫົວຂໍ້ທີ່ສຳຄັນ

ໃນວັນທີ 19 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ໄຂກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2019, ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີບັນດາຮອງນາຍົກ, ລັດຖະມົນຕີ, ເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

kpl.gov.la

ເຫດການ
302 Found

Found

The document has moved here.