ກະຊວງປ້ອງກັນປະເທດຫວຽດນາມ ໜູນຊ່ວຍວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດລາວ

15:04 | 18/06/2021

ຍສໝ - ໃນຕອນເຊົ້າວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີມອບບັດດາເຄື່ອງອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ໂດຍກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດລາວ.

ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ຊ່ວຍຫວຽດນາມໃນການຕ້ານການລະບາດພະຍາດ ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ຊ່ວຍຫວຽດນາມໃນການຕ້ານການລະບາດພະຍາດ
ຫວຽດນາມ ສະເໜີເຮັດປະມວນກົດແຫ່ງການປະພຶດຢູ່ທະເລຕາເວັນອອກໃຫ້ສຳເລັດໂດຍໄວ ຫວຽດນາມ ສະເໜີເຮັດປະມວນກົດແຫ່ງການປະພຶດຢູ່ທະເລຕາເວັນອອກໃຫ້ສຳເລັດໂດຍໄວ
ກະຊວງປ້ອງກັນປະເທດຫວຽດນາມ ໜູນຊ່ວຍວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດລາວ
ກະຊວງປ້ອງກັນປະເທດຫວຽດນາມ ໜູນຊ່ວຍວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດລາວ. ພາບ: qdnd.vn

ທີ່ພິທີມອບຮັບ, ທ່ານພົນຕີ ຫວູຈຽນຖັງ ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ເນັ້ນໜັກວ່າ, ໃນສະພາບການພະຍາດໂຄວິດ-19 ກໍາລັງສົ່ງຜົນສະທ້ອນເຖິງສອງປະເທດຫວຽດນາມ ແລະລາວ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕົກລົງສືບຕໍ່ໜູນຊ່ວຍວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຈໍານວນໜຶ່ງໃຫ້ກະຊວງປ້ອງກັນປະເທດລາວ. ທ່ານພົນຕີ ຫວູຈຽນຖັງ ໃຫ້ຮູ້ວ່າ, ກະຊວງປ້ອງກັນປະເທດຫວຽດນາມ ປາດຖະໜາຢາກພ້ອມກັບກະຊວງປ້ອງກັນປະເທດລາວ ຮ່ວມແຮງຮ່ວມໃຈກັບລັດຖະບານສອງປະເທດ ຍູ້ຖອຍໂລກລະບາດໂດຍໄວ, ນໍາການດໍາລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ ແລະພັດທະນາເສດຖະກິດປະເທດຊາດ.

ສ່ວນທ່ານ ແສງເພັດ ຮຸ່ງບຸນບວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເມື່ອພະຍາດ ໂຄວິດ-19 ແຜ່ລະບາດຮອບໃໝ່ຢູ່ ລາວ ແຕ່ເດືອນ ເມສາ ປີ 2021, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມານະພະຍາຍາມຊ່ວຍເຫຼືອກະຊວງປ້ອງກັນປະເທດລາວ, ເປັນຕົ້ນຄື: ສົ່ງຄະນະຊ່ຽວຊານ, ໜູນຊ່ວຍວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19. ຍ້ອນມີການຊ່ວຍເຫຼືອຢ່າງທັນການ ແລະມີປະສິດທິຜົນນັ້ນ ໄດ້ປະກອບສ່ວນສໍາຄັນເຂົ້າໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ລາວ. ໂດຍຕອບສະໜອງຕາມການສະເໜີຂອງກະຊວງປ້ອງກັນປະເທດລາວ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສືບຕໍ່ໜູນຊ່ວຍວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຈໍານວນໜຶ່ງ, ເຊິ່ງໄດ້ເປັນການສະແດງໃຫ້ເຫັນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ.

ຄາດວ່າ, ກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ຈະດໍາເນີນການມອບຮັບວັດຖຸອຸປະກອນການແພດດັ່ງກ່າວໃຫ້ຜູ້ຕາງໜ້າກະຊວງປ້ອງກັນປະເທດລາວ ຢູ່ດ່ານສາກົນລາວບ້າວ (ແຂວງກວ້າງຈີ້) ໃນວັນທີ 20 ມິຖຸນາ 2021.

ກ່ອນໜ້ານັ້ນ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການຂອງຫວຽດນາມ ກໍ່ໄດ້ໜູນຊ່ວຍເຄື່ອງອຸປະກອນການແພດຈຳນວນໜຶ່ງ ໃຫ້ແກ່ ລາວ ເພື່ອ ຮັບໃຊ້ໃຫ້ແກ່ວຽກງານ ປ້ອງກັນ, ຕ້ານໂລກລະບາດ. ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົ່ງຄະນະຜູ້ຊ່ຽວຊານສາທາທະນະສຸກ ແລະ ໜູນຊ່ວຍກະຊວງປ້ອງກັນປະເທດລາວ.

Samsung ຮ່ວມມືກັບຫວຽດນາມເພື່ອຕໍ່ສູ້ຕ້ານພະຍາດ COVID-19 Samsung ຮ່ວມມືກັບຫວຽດນາມເພື່ອຕໍ່ສູ້ຕ້ານພະຍາດ COVID-19

ຍສໝ - ໃນວັນທີ 16 ມິຖຸນາ, Samsung ຫວຽດນາມ ໄດ້ເປັນກຽດຮັບໃບຍ້ອງຍໍສຳລັບການປະກອບສ່ວນເຂົ້າໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢູ່ແຂວງບັກຢາງ (6 ຕື້ດົງ) ແລະ ບາງທ້ອງຖິ່ນອື່ນໆ.

ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ

ວັນທີ 17 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການເຈລະຈາທາງອອນລາຍກັບທ່ານປະທານສະພາແຫ່ງຊາດຈີນ ລີ໊ຈານຊູ.

ຄວາມຫຍຸ້ງຍາກໃນຍຸດທະສາດວັກຊີນ COVID-19 ຂອງຫວຽດນາມ ຄວາມຫຍຸ້ງຍາກໃນຍຸດທະສາດວັກຊີນ COVID-19 ຂອງຫວຽດນາມ

ຍສໝ - ດ້ວຍຍຸດທະສາດວັກຊີນ COVID-19, ຫວຽດນາມ ຫວັງວ່າຈະສາມາດທຽບທັນກັບບັນດາປະເທດອື່ນໆໃນໂລກ ໃນການສັກຢາວັກຊີນກັນພະຍາດ ແລະ ສ້າງການຕ້ານທານຕໍ່ພະຍາດໃນຊຸມຊົນ. ເຖິງຢ່າງໃດກໍ່ຕາມ, ການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ ຈະປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ...

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.