ວັນທີ 31 ພຶດສະພາ: ສະພາບການໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ແລະ ໃນ ໂລກ | |
ກອງພົນ 11, ທະຫານເຂດ 4 ມອບອຸປະກອນການແພດໜູນຊ່ວຍລາວປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 |
![]() |
ພາບປະກອບ |
ໃນວັນທີ 23 ມິຖຸນາ 2021 ມີຜູ້ເດີນທາງເຂົ້າມາດ່ານຕ່າງໆ ໃນ ສປປ ລາວ ຈຳນວນທັງໝົດ 2.499 ຄົນ, ທັງໝົດແມ່ນຖືກນຳສົ່ງ ໄປຈຳກັດບໍລິເວນ 14 ວັນ ຢູ່ສະຖານທີ່ ທີ່ຄະນະສະເພາະກິດກຳນົດໄວ້. ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 43 ສູນ ແລະ ມີຜູ້ຈໍາກັດບໍລິເວນ 4.083 ຄົນ. ສຳລັບສະຖານທີ່ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ ໂຄວິດ-19 ສຳລັບນະຄອນຫລວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ, ຈຸດກວດນອກສະຖານທີ່ ຢູ່ໂຮງຮຽນ ສີໂຄດ ໃຫ້ບໍລິການເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ຫາ ວັນອາທິດ) ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູ່ບ້ານໃດ ຈະມີທີມງານເຄື່ອນທີ່ໄປເກັບ ຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດທີ່ມີກໍລະນີ ຜູ້ຕິດເຊື້ອໃໝ່ ປັດຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ມີ 13 ບ້ານ ໃນ 4 ເມືອງ; ບ້ານໃໝ່ທີ່ຖືກ ກຳນົດເປັນເຂດແດງ ມີ 2 ບ້ານ ຄື: ບ້ານໂພນຕ້ອງສະຫວາດ, ເມືອງຈັນທະບູລີ ແລະ ບ້ານໂນນແກ້ວ, ເມືອງສີໂຄດຕະບອງ.
ພ້ອມນີ້, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຍັງໃຫ້ຮູ້ວ່າ: ປັດຈຸບັນ ອົງການອະນາໄມໂລກ ໄດ້ຈັດແບ່ງສາຍພັນ ໂຄວິດ-19 ອອກເປັນ 2 ໝວດໃຫຍ່ ຄື: ໝວດທີ 1 ສາຍພັນທີ່ໜ້າເປັນຫ່ວງ, ໝວດທີ 2 ສາຍພັນທີ່ຄວນເຝົ້າລະວັງ. ສຳລັບໝວດທີ 1 ນັ້ນ, ຈະມີສາຍພັນ ອານຟ້າ (ສາຍພັນອັງກິດ ), ເບຕ້າ (ສາຍພັນອາຟຣິກາໃຕ້), ກາມມ້າ (ສາຍພັນບຣາຊິວ) ແລະ ເດວຕ້າ (ສາຍພັນອິນເດຍ), ເຊິ່ງສາຍພັນທີ່ຢູ່ໃນ ໝວດທີ 1 ແມ່ນສາມາດແຜ່ເຊື້ອໄດ້ໄວ ແລະ ມີຄວາມຮຸນແຮງ; ສຳລັບໝວດທີ 2 ປະກອບດ້ວຍ ແອັບຊີລອນ (ອາເມລິກາ), ເຊຕ້າ (ບຣາຊິວ), ເອຕ້າ (ພົບເຫັນໃນຫລາຍປະເທດ), ເຕຕ້າ (ຟີລິບປິນ), ອີໂອຕ້າ (ອາເມລິກາ) ແລະ ກັບປ້າ (ອິນເດຍ), ເຊິ່ງສາມາດເຮັດໃຫ້ເກີດ ມີການແຜ່ເຊື້ອ ໃນຊຸມຊົນ ຫລື ເກີດມີການຕິດເຊື້ອເປັນຫລາຍຈຸ້ມ ຫລື ພົບເຫັນໄດ້ໃນຫລາຍປະເທດ.
![]() | ມອບເງິນເປັນຈຳນວນ 500 ລ້ານດົ່ງໃຫ້ແກ່ພະສົງພຸດທະສາສະໜາ ກຳປູເຈຍ ແລະ ຊາວຫວຽດນາມ ອາໄສຢູ່ກຳປູເຈຍທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ວັນທີ 29 ເມສາ ຍສໝ - ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫວູກວາງມິງໄດ້ສົ່ງຄຳຢຶ້ຢາມຖາມຂ່າວຢ່າງສຸດໃຈໄປຍັງ ສະພາບໍລິຫານງານພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ລາຊະອານາຈັກ ກຳປູເຈຍ, ພ້ອມທັງມອບເງິນເປັນຈຳນວນ 250 ລ້ານດົ່ງ ຂອງສະມາຄົມພຸດທະສາສະໜາ ຫວຽດນາມໃຫ້ແກ່ ສະມາຄົມພຸດທະສາສະໜາ ລາຊະອານາຈັກ ກຳປູເຈຍ. |
![]() | ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021 ຍສໝ - ເມື່ອບໍ່ດົນມານີ້, ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021. |
![]() | ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ລາວ ຄາດວ່າຈະໃຫ້ສຳເລັດທັງໝົດ 100% ແລະ ມອບ-ຮັບ ໃຫ້ລັດຖະບານລາວ ພາຍໃນເດືອນ ມິຖຸນາ 2021 ມາຮອດປັດຈຸບັນ ສະເພາະການກໍ່ສ້າງ ຫ້ອງປະຊຸມໃຫຍ່ ສະພາແຫ່ງຊາດ ແມ່ນສຳເລັດ 100%, ພາຍໃນຫ້ອງປະຊຸມ ແມ່ນມີຄວາມພ້ອມ ໃນທຸກດ້ານ ເພື່ອຮັບ ໃຊ້ກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນຢ່າງເປັນ ທາງການ ໃນລະຫວ່າງ ວັນທີ 22-26 ມີນາ 2021 ນີ້. |
kpl.gov.la