ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ

12:51 | 24/06/2021

ຕອນບ່າຍວັນທີ 22 ມິຖຸນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ACMECS 9, ກອງປະຊຸມສຸດຍອດ CLMV 10 ແລະກອງປະຊຸມສຸດຍອດ CLV 11 ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ACMECS 9, ກອງປະຊຸມສຸດຍອດ CLMV 10 ແລະກອງປະຊຸມສຸດຍອດ CLV 11
ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຄະນະຜູ້ແທນວິສາຫະກິດ ປະເທດຈີນ ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຄະນະຜູ້ແທນວິສາຫະກິດ ປະເທດຈີນ
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໃນການໂອ້ລົມທາງໂທລະສັບກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ. ພາບ: ສໍານັກຂ່າວສານຫວຽດນາມ
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໃນການໂອ້ລົມທາງໂທລະສັບກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ. ພາບ: ສໍານັກຂ່າວສານຫວຽດນາມ

ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບເຢຍລະມັນ, ປາດຖະໜາຢາກເຮັດໃຫ້ການພົວພັນທີ່ໃກ້ຊິດສະໜິດສະໜົມ ແລະມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດໃນທຸກຂົງເຂດເລິກເຊິ່ງຂຶ້ນຕື່ມ. ທ່ານນາງນາຍົກລັດຖະມົນຕີ Angela Merkel ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນໃນນະໂຍບາຍມຸ່ງໄປສູ່ພາກພື້ນຂອງເຢຍລະມັນ, ເຊີດຊູການພົວພັນຮ່ວມມືລະຫວ່າງຫວຽດນາມ-ເຢຍລະມັນ ແລະເນັ້ນໜັກວ່າ ສອງປະເທດພວມຢືນຢູ່ຕໍ່ໜ້າກາລະໂອກາດ, ແງ່ຫວັງອັນໃຫຍ່ຫຼວງ ເຊິ່ງຄວນເສີມຂະຫຍາຍຢ່າງແຮງ.

ສອງຝ່າຍໄດ້ເຫັນດີເປັນເອກະພາບເຊື່ອມຕໍ່ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງຄືນໃໝ່ໂດຍໄວ, ປັບປຸງກົນໄກຮ່ວມມື, ໃນນັ້ນເອົາໃຈໃສ່ຍົກສູງປະສິດທິຜົນຂອງຄະນະກໍາມະການປະສົມກ່ຽວກັບການຮ່ວມມືເສດຖະກິດຫວຽດນາມ-ເຢຍລະມັນ. ກ່ຽວກັບດ້ານເສດຖະກິດ, ສອງຝ່າຍໄດ້ຢືນຢັນວ່າຈະສົມທົບກັນຢ່າງແໜ້ນແຟ້ນ, ຂຸດຄົ້ນກາລະໂອກາດທີ່ສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ນຳມາໃຫ້ຢ່າງມີປະສິດທິຜົນ.

ທ່ານ ຟ້າມມີງຈິ໊ງ ສະເໜີໃຫ້ລັດຖະບານເຢຍລະມັນ ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ-ສິນໃນນ້ຳ, ຊຸກຍູ້ຄະນະກຳມະການເອີຣົບ (EC) ຍົກເລີກ “ບັດເຫຼືອງ” ຕໍ່ກັບສິນໃນນ້ຳຂອງຫວຽດນາມ, ສຳເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA)ໂດຍໄວ. ທ່ານ ຟ້າມມີງຈິ໊ງ ສະເໜີໃຫ້ເຢຍລະມັນ ສ້າງເງື່ອນໄຂສະດວກເພື່ອໃຫ້ຫວຽດນາມ ໄດ້ສຳຜັດກັບແຫຼ່ງວັກຊິນໂດຍໄວ ແລະຮ່ວມມືຖ່າຍຖອດເຕັກໂນໂລຢີຜະລິດວັກຊິນກັບບັນດາບໍລິສັດການຢາຂອງເຢຍລະມັນ.

ເມື່ອແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເນັ້ນໜັກເຖິງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນທະເລ, ການບິນ ແລະເຄົາລົບກົດໝາຍສາກົນທີ່ເປັນຜົນປະໂຫຍດລວມຂອງປະຊາຄົມສາກົນ; ເຫັນດີເປັນເອກະພາບຊຸກຍູ້ບັນດາຝ່າຍປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະເຂັ້ມງວດ ແລະເຈລະຈາສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​​ຟຸກ ສົ່ງຈົດໝາຍ​ເຖິງ​ນາຍົກລັດຖະມົນຕີຍີ່ປຸ່ນ ​ແລະ ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ນາຍົກລັດຖະມົນຕີ​ເຊັກ​ ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​​ຟຸກ ສົ່ງຈົດໝາຍ​ເຖິງ​ນາຍົກລັດຖະມົນຕີຍີ່ປຸ່ນ ​ແລະ ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ນາຍົກລັດຖະມົນຕີ​ເຊັກ​

ຍສໝ - ຕອນບ່າຍວັນທີ 23 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ເຊັກ Andrej Babis ເພື່ອປຶກສາຫາລືບາງມາດຕະການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19.

ນາຍົກລັດຖະມົນຕີຫວຽດນາມ ທ່ານ ຫງວຽນຊວນຟຸກ ພົບປະກັບປະທານາທິບໍດີມຽນມາ ນາຍົກລັດຖະມົນຕີຫວຽດນາມ ທ່ານ ຫງວຽນຊວນຟຸກ ພົບປະກັບປະທານາທິບໍດີມຽນມາ

ຍສໝ - ຕອນເຊົ້າວັນທີ 17 ທັນວາ, ພິທີຕ້ອນຮັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບຄະນະຜູ້ແທນ ໄດ້ດໍາເນີນຢູ່ທໍານຽບປະທານາທິບໍດີ, ນະຄອນຫຼວງ ສາທາລະນະລັດ ສະຫະພາບມຽນມາ, ພາຍໃຕ້ການເປັນປະທານຂອງທ່ານ U Win Myint ປະທານາທິບໍດີມຽນມາ. ພາຍຫຼັງພິທີຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ U Win ...

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ

ໃນລະຫວ່າງວັນທີ 6-8 ທັນວາ 2018, ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ນໍາໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາຊະອານາຈັກ ກໍາປູເຈຍ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

la.qdnd.vn

ເຫດການ
302 Found

Found

The document has moved here.