ມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ບັນລຸ 904 ລ້ານໂດລາ

14:56 | 24/06/2021

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ບັນລຸໄດ້ປະມານ 904 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 425 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 479 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 54 ລ້ານໂດລາສະຫາລັດ. ​ໃນ​ນັ້ນ, ປະເທດທີ່ ສປປ ລາວ ສົ່ງອອກຫລັກ ​ແມ່ນ ສປ ຈີນ, ມູນ​ຄ່າ​ປະມານ 168 ລ້ານໂດລາ, ຫວຽດນາມ 106 ລ້ານໂດລາ, ໄທ 60 ລ້ານໂດລາ, ສະວິດເຊີແລນ 17 ລ້ານໂດລາ ແລະ ເຢຍລະມັນ 7 ລ້ານໂດລາ. ສ່ວນປະເທດທີ່ ສປປ ລາວ ນໍາເຂົ້າຫລັກ ມີ ປະ​ເທດໄທ ມູນ​ຄ່າ​ປະມານ 227 ລ້ານໂດລາ, ສປ ຈີນ 117 ລ້ານໂດລາ, ຫວຽດນາມ 39 ລ້ານໂດລາ, ຢີ່ປຸ່ນ 16 ລ້ານໂດລາ ແລະ ສ ອາເມລິກາ 31 ລ້ານໂດລາ.

ການສົ່ງອອກອາຫານທະເລຂອງຫວຽດນາມເພີ່ມຂຶ້ນ 26% ໃນເດືອນພຶດສະພາ ປີ 2021 ການສົ່ງອອກອາຫານທະເລຂອງຫວຽດນາມເພີ່ມຂຶ້ນ 26% ໃນເດືອນພຶດສະພາ ປີ 2021
ໃນ 5 ເດືອນຕົ້ນປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນ ໃນ 5 ເດືອນຕົ້ນປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນ
ພາບປະກອບ
ພາບປະກອບ

ອີງຕາມຂໍ້ມູນ ຈາກເວບໄຊ້ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ສິນຄ້າສົ່ງອອກຫລັກປະກອບມີ: ແຮ່ທອງ, ໝາກກ້ວຍ, ຄຳປະສົມ (ຄຳແທ່ງ), ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ນໍ້າຕານ, ຢາງພາລາ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ) ແລະ ໄມ້ແປຮູບເຄິ່ງສຳເລັດຮູບ ແລະ ສຳເລັດຮູບ. ສ່ວນສິນຄ້ານໍາເຂົ້າຫລັກມີ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກ ຈາກເຄື່ອງກົນຈັກພາຫະນະ), ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ), ຊິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້), ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ຝຸ່ນ (ປຸຍ), ແລະ ກາກ ແລະ ສິ່ງເສດເຫລືອຈາກອຸດສາຫະກຳຜະລິດອາຫານ.

ສຳລັບສິນຄ້າສົ່ງອອກຫລັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 425 ລ້ານໂດລາສະຫະ ລັດ ໃນນັ້ນສິນຄ້າ ທີ່ມີມູນຄ່າສູງສຸດ ເຊັ່ນ: ແຮ່ທອງ ມີມູນຄ່າປະມານ 26 ລ້ານໂດລາສະຫະລັດ, ກ້ວຍ ມີມູນຄ່າປະມານ 17 ລ້ານໂດລາ, ຄໍາປະ​ສົມ (ຄຳ​ແທ່ງ) ມີມູນຄ່າປະມານ 59 ລ້ານໂດລາ, ​ມັນຕົ້ນ ມີມູນຄ່າປະມານ 6 ລ້ານໂດລາ, ເຄື່ອງ​ນຸ່ງ​ຫົ່ມ ມີມູນຄ່າປະມານ 11 ລ້ານໂດລາ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) ມີມູນຄ່າປະມານ 10 ລ້ານໂດລາ, ນໍ້າຕານ ມີມູນຄ່າປະມານ 3 ລ້ານໂດລາ, ຢາງພາລາ ມີມູນຄ່າປະມານ 10 ລ້ານໂດລາ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກ​ຂາມ) ມີມູນຄ່າປະມານ 4 ລ້ານໂດລາ ແລະ ​ໄມ້​ແປ​ຮູບ, ເຄິ່ງ​ສຳ​ເລັດ​ຮູບ ແລະ ​ສຳ​ເລັດ​ຮູບ ມີມູນຄ່າປະມານ 2 ລ້ານໂດລາ.

ສ່ວນສິນຄ້ານໍາເຂົ້າຫລັກ ສະເລ່ຍທັງໝົດແມ່ນ ເປັນເງິນປະມານ 479 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ,​ລົດໄຖ) ມີມູນຄ່າປະມານ 45 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າປະມານ 19 ລ້ານໂດລາ, ນ້ຳມັນກາຊວນ ມີມູນຄ່າປະມານ 37 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 35 ລ້ານໂດລາ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ ມີມູນຄ່າປະມານ 23 ລ້ານໂດລາ, ​ເຄື່ອງ​ດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) ມີມູນຄ່າປະມານ 21 ລ້ານໂດລາ, ຊິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້) ມີມູນຄ່າປະມານ 15 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 14 ລ້ານໂດລາ, ຝຸ່ນ (ປຸຍ) ມີມູນຄ່າປະມານ 12 ລ້ານໂດລາ, ກາກ ແລະ ສິ່ງເສດເຫລືອ ຈາກອຸດສາຫະກຳຜະລິດ ອາຫານ ມີມູນຄ່າປະມານ 13 ລ້ານໂດລາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ຂໍ້​ມູນຈາກ: ​ເວ​ບ​ໄຊ້ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ

ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຊື້​ວັກ​ຊິນ​ກັ​ນໂຄວິດ - 19 ໃຫ້​ໄດ້ 150 ລ້ານ​ໂດສ ໃນ​ປີ 2021 ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຊື້​ວັກ​ຊິນ​ກັ​ນໂຄວິດ - 19 ໃຫ້​ໄດ້ 150 ລ້ານ​ໂດສ ໃນ​ປີ 2021

ຕອນ​ບ່າຍ​ວັນ​ທີ 2 ມິ​ຖຸ​ນາ, ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ລະ​ຫວ່າງ​ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ​ກັບການ​ນຳ​ບາງ​ກະ​ຊວງ, ຂະ​ແໜງ​ການ ແລະ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ດຳ​ເນີນ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫວູ​ດຶກ​ດາມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​.

ນັກ​ຊ່ຽວ​ຊານ​ເຢ​ຍະ​ລ​ະ​ມັນ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ ກ່ຽວກັບສະ​ພາບ​ການ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ປີ 2021 ນັກ​ຊ່ຽວ​ຊານ​ເຢ​ຍະ​ລ​ະ​ມັນ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ ກ່ຽວກັບສະ​ພາບ​ການ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ປີ 2021

ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ເຢຍລະມັນ ໄດ້ສຳພາດທ່ານ Daniel Müller ນັກຊ່ຽວຊານດ້ານເສດຖະກິດ ຮັບຜິດຊອບ ອາຊຽນ ຂອງ ສະຫະພັນ ວິສາຫະກິດ ເຢຍລະມັນ ປະຈຳ ອາຊີ-ປາຊີຟິກ ກ່ຽວກັບສະພາບການເສດຖະກິດຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2021.

4 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 2,39 ຕື້ USD 4 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 2,39 ຕື້ USD

ປັດຈຸບັນ, ອາເມລິກາ, ຈີນ ແລະ ສ.ເກົາຫຼີ ສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ, ກວມເອົາກ່ວາ 57% ຍອດມູນຄ່າສົ່ງອອກສິນໃນນ້ຳ. ສິ່ງທີ່ເປັນໜ້າຮັບຮູ້ ນັ້ນແມ່ນ ໃນ 3 ເດືອນຕົ້ນປີ 2021, ມູນຄ່າສົ່ງອອກສິນໃນນ້ຳເພີ່ມຂຶ້ນຢູ່ບັນດາຕະຫຼາດເກືອບທັງໝົດ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.