ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ສິງ​ກະ​ໂປ ຢ່າງ​ມີ​ປະ​ສິດ​ທິ​ຜົນ

14:10 | 22/06/2021

ຕອນເຊົ້າວັນທີ 21 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ Vivian Balakrishnan .

ຊຸກ​ຍູ້​ການ​ພົວ​ພັນ​ທາງ​ການ​ຄ້າ​ລ​ະ​ຫວ່າງ ຫວຽດ​ນາມ ແລະ ເວ​ເນ​ຊູ​ເອລ​າ ຊຸກ​ຍູ້​ການ​ພົວ​ພັນ​ທາງ​ການ​ຄ້າ​ລ​ະ​ຫວ່າງ ຫວຽດ​ນາມ ແລະ ເວ​ເນ​ຊູ​ເອລ​າ
UNICEF ຜັນ​ຂະ​ຫຍາຍ​ໂຄງ​ການ​ຊຸກ​ຍູ້​ການ​ບຳ​ລຸງ​ຄວາມ​ຮູ້ ແລະ ທັກ​ສະ​ເຕັກ​ນິກ​ດີ​ຈີ​ຕອນໃຫ່​ແກ່​ເດັກ ຫວຽດ​ນາມ UNICEF ຜັນ​ຂະ​ຫຍາຍ​ໂຄງ​ການ​ຊຸກ​ຍູ້​ການ​ບຳ​ລຸງ​ຄວາມ​ຮູ້ ແລະ ທັກ​ສະ​ເຕັກ​ນິກ​ດີ​ຈີ​ຕອນໃຫ່​ແກ່​ເດັກ ຫວຽດ​ນາມ
ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ສິງ​ກະ​ໂປ ຢ່າງ​ມີ​ປະ​ສິດ​ທິ​ຜົນ

(ພາບ: ກະຊວງການຕ່າງປະເທດ)

ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ Vivian Balakrishnan ໄດ້ເດີນທາງໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍຂັ້ນສູງ ເວທີປາໄສຮ່ວມມື ອາຊີ-ເອີລົບ (ASEM) ແຕ່ວັນທີ 20-23 ມິຖຸນາປີ 2021.

ຕອນເຊົ້າວັນທີ 21 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ Vivian Balakrishnan.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ Vivian Balakrishnan ໄດ້ຢືນຢັນວ່າ ຍາມໃດ ສິງກະໂປ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນມິດຕະພາບ, ການຮ່ວມມືຢ່າງມີປະສິດທິຜົນກັບຫວຽດນາມ; ເຫັນດີຈະຊຸກຍຸ້ກຸ່ມປະຕິບັດງານສ້າງຂໍ້ຕົກລົງຮັບຮູ້ຊື່ງກັນ ແລະ ກັນ ກ່ຽວກັບໃບຢັ້ງຢືນວັກຊິນກັນພະຍາດໂຄວິດ - 19.

ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບ ຈະສົມທົບກັນຢ່າງແໜ້ນແຟ້ນ ຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ຂັ້ນຕ່າງໆ, ຮັກສາບັນດາກົນໄກຮ່ວມມື…

ລັດຖະມົນຕີສອງທ່ານຍັງແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນຕ່າງກໍ່ມີຄວາມສົນໃຈ; ຢືນຢັນຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນບັນດາອົງການຈັດຕັ້ງ ແລະ ເວທີປາໄສສາກົນ ແລະ ພາກພື້ນ ກໍ່ຄືໃນວິວັດການໃຫ້ສັດຕະຍາບັນ ແລະ ປະຕິບັດບັນດາສັນຍາການຄ້າເສລີລຸ້ນໃໝ່ຄື ສັນຍາການຄ້າຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ລັດຖະມົນຕີສອງທ່ານ ຍົກສູງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ສິດເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ, ປະຕິບັດກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ສິ້ນສຸດການພົບປະເຈລະຈາ, ລັດຖະມົນຕີສອງທ່ານ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື ກ່ຽວກັບການບຳລຸງສ້າງໃຫ້ແກ່ພະນັກງານຂັ້ນສູງຂອງພັກກອມມູນິດຫວຽດນາມ ໄລຍະ 2021-2023, ປະກອບສ່ວນສຳຄັນເຂົ້າໃນການຍົກສູງຄວາມສາມາດໃຫ້ແກ່ຖັນແຖວພະນັກງານຂັ້ນສູງຂອງຫວຽດນາມ.

ຊຸກ​ຍູ້​ການ​ພົວ​ພັນ​ທາງ​ການ​ຄ້າ​ລ​ະ​ຫວ່າງ ຫວຽດ​ນາມ ແລະ ເວ​ເນ​ຊູ​ເອລ​າ ຊຸກ​ຍູ້​ການ​ພົວ​ພັນ​ທາງ​ການ​ຄ້າ​ລ​ະ​ຫວ່າງ ຫວຽດ​ນາມ ແລະ ເວ​ເນ​ຊູ​ເອລ​າ

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ວຽດ​ຢ​ວຽນ ຢັ້ງ​ຢືນ​ການ​ພົວ​ພັນ​ເສດ​ຖະ​ກິດ ແລະ ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ແລະ ເວ​ເນ​ຊູ​ເອ​ລາ ​ມີ​ການ​ຜັນ​ແປ​​ຕັ້ງ​ໜ້າຫຼາຍ​ຢ່າງ.

UNICEF ຜັນ​ຂະ​ຫຍາຍ​ໂຄງ​ການ​ຊຸກ​ຍູ້​ການ​ບຳ​ລຸງ​ຄວາມ​ຮູ້ ແລະ ທັກ​ສະ​ເຕັກ​ນິກ​ດີ​ຈີ​ຕອນໃຫ່​ແກ່​ເດັກ ຫວຽດ​ນາມ UNICEF ຜັນ​ຂະ​ຫຍາຍ​ໂຄງ​ການ​ຊຸກ​ຍູ້​ການ​ບຳ​ລຸງ​ຄວາມ​ຮູ້ ແລະ ທັກ​ສະ​ເຕັກ​ນິກ​ດີ​ຈີ​ຕອນໃຫ່​ແກ່​ເດັກ ຫວຽດ​ນາມ

ອົງການສຶກສາ STEAM for Vietnam Foundation ໄດ້ລະດົມແຫຼ່ງຊັບພະຍາກອນມະນຸດທີ່ດີທີ່ສຸດ ເພື່ອແຕ່ງຫຼັກສູດການຮຽນທີ່ກ້າວໜ້າໃນບັນດາຂົງເຂດ ເຊິ່ງເດັກຍິງບໍ່ຍັງບໍ່ທັນໄດ້ເຂົ້າເຖິງ. ການຮ່ຳຮຽນທີ່ກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຢີ, ເຕັກນິກ, ສິລະປະ ແລະ ຄະນິດສາດ ດ້ວຍວິທີຮຽນທີ່ທັນສະໄໝນີ້ ຈະຊຸກຍູ້ສົ່ງເສີມການພັດທະນາຫົວຄິດປະດິດສ້າງ, ຈິນຕະນາການ ແລະ ທັກສະໃນການແກ້ໄຂບັນດາບັນຫາຂອງເດັກ…

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດອິນ​ໂດ​ເນ​ເຊຍ: ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ການ​ທົດສອບ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງອາ​ຊຽນ - ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດອິນ​ໂດ​ເນ​ເຊຍ: ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ການ​ທົດສອບ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງອາ​ຊຽນ - ຈີນ

ຍ​ສ​ໝ - ກ່າ​ວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດພິ​ເສດອາ​ຊຽນ - ຈີນຢູ່ຈູງ​ກີງ (ປະ​ເທດ​ຈີນ), ທ່ານ​ນາງ Retno Marsudi ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອິນ​ໂດ​ເນ​ເຊຍໄດ້​ຮຽກ​ຮ້ອງໃຫ້ອາຊຽນແລະຈີນ​ຟື້ນ​ຟູ​ບັນ​ດາ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

​vovworld.vn

ເຫດການ
302 Found

Found

The document has moved here.