ແບ່ງປັນສານສາມັກຄີກັບປະຊາຊົນກູບາ

18:19 | 25/06/2021

ຍ​ສ​ໝ - ​ທີ 23 ມິ​ຖຸ​ນາຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ມິດ​ຕະ​ພາບຫວຽດ​ນາມ -ກູ​ບາໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດກູ​ບາປະ​ຈຳຫວຽດ​ນາມຈັດ​ຕັ້ງ​ການ​ພົບ​ປະ​ມິດ​ຕະ​ພາບລະ​ຫວ່າງຫວຽດ​ນາມ - ກູ​ບາປີ 2021. ສະ​ມາ​ຄົມ​ມິດ​ຕະ​ພາບຫວຽດ​ນາມ - ກູ​ບາ​ໄດ້​ແບ່ງ​ປັນ​ສານ​ສາ​ມັກ​ຄີ​ກັບ​ປະ​ຊາ​ຊົນກູ​ບາ, ຮຽກ​ຮ້ອງ​ຢຸດ​ຕິ​ນະ​ໂຍ​ບາຍ​ຂວ​້ຳ​ບາດຕໍ່​ກູ​ບາ.

ຫວຽດນາມ ປະກາດໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ໃຫ້ແກ່ເພື່ອນມິດສາກົນ ຫວຽດນາມ ປະກາດໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ໃຫ້ແກ່ເພື່ອນມິດສາກົນ
ເພີ່ມ​ທະ​ວີ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ກູບາ ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ໂຕະ​ວົງ​ມົນ ເພີ່ມ​ທະ​ວີ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ກູບາ ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ໂຕະ​ວົງ​ມົນ
ແບ່ງປັນສານສາມັກຄີກັບປະຊາຊົນກູບາ
ການ​ພົບ​ປະ​ມິດ​ຕະ​ພາບ ລະ​ຫວ່າງ ຫວຽດ​ນາມ ກູ​ບາ

ການ​ພົບ​ປະ​ໄດ້​ຈັດ​ຕັ້ງ​ຕາມ​ຮູບ​ການ​ທາງ​ອອນ​ລາຍ​ສົມ​ທົບ​ກັບ​ໂດຍ​ກົງ, ກັບ​ບັນ​ດາ​ສະ​ຖານ​ທີ່​ຖ່າຍ​ທອດ​ສົດຂອງຫຼາຍ​ແຂວງ, ນະ​ຄອນຫວຽດ​ນາມກັບ ​ນະ​ຄອນ La Habana (ກູ​ບາ). ທ່ານOrlando Hernandez Guillen ເອກ​ອັກ​ຄະ​ລັດ​ຖະ​ທູດກູ​ບາປະ​ຈຳຫວຽດ​ນາມ, ບັນ​ດາ​ພະ​ນັກ​ງານ​ການ​ຕ່າງ​ປະ​ເທດສະ​ຖານ​ທູດກູ​ບາປະ​ຈຳຫວຽດ​ນາມ, ທ່ານນາງຫງວ​ຽນ​ເຟືອງ​ງາປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ມິດ​ຕະ​ພາບຫວຽດ​ນາມ, ທ່ານຮສຈ. ປອ ຫງວຽນ​ວຽດ​ຖາວ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ມິດ​ຕະ​ພາບຫວຽດ​ນາມກູ​ບາ, ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຜູ້​ຕາງ​ໜ້າສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບຫວຽດ​ນາມກູ​ບາແລະບັນ​ດາ​ສະ​ມາ​ຄົມ​ທ້ອງ​ຖິ່ນ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ຢູ່ຮ່າ​ໂນ້ຍ.

ທ່ານ ປ.ອ Ruvislei González ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ກູ​ບາ - ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ຢູ່​ສະ​ຖານ​ທີ່​ຖ່າຍ​ທອດ​ສົດ La Habana.

ທີ່​ການ​ພົບ​ປະ, ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ແບ່ງ​ປັນ, ອັບ​ເດດ​ຂໍ້​ມູນ​ກ່ຽວ​ກັບ​ສະ​ພາບ​ການຢູ່ ກູ​ບາ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​Orlando Hernández Guillén ໃຫ້​ຮູ້​ວ່າ, ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ຈາກ​ນະ​ໂຍ​ບາຍ ປິດ​ລ້ອມ, ຂວ້ຳ​ບາດ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ເງິນ, ແຕ່​ກູ​ບາ​ໄດ້​ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ບົນຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ແພດ. ປັດ​ຈຸ​ບັນ, ກູ​ບາ ມີ​ວັກ​ຊິນ​ກັນ​ໂຄວິດ - 19 5 ຊະ​ນິດ, ໃນ​ນັ້ນ ວັກ​ຊິນ Abdala ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ ພາຍຫຼັງສັກ3 ເຂັມ. ກູ​ບາ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ຫວຽດ​ນາມ ເພື່ອ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນນີ້.

​ບັນ​ດາ​ຜູ້​ແທນ​ໄດ້​ສະ​ແດງ​ຄວາມ​ສາ​ມັກ​ຄີ ແລະ ສະ​ໜັບ​ສະ​ໜູນ ກູ​ບາ​ໃນ​ການ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ ບ່ອນ​ບັດ​ຮຽກ​ຮ້ອງ​ອາ​ເມ​ລິ​ກາ ຢຸດ​ຕິ​ບັນ​ດາ​ຄຳ​ສັ່ງ​ຂວ້ຳ​ບາດ ທີ່​ໄດ້​ຈັດ​ວາງ​ໃສ່ ກູ​ບາ​ໃນ​ໄລ​ຍະ ກ່​ວາ 60 ປີ​ຜ່ານ​ມາ…ໂດຍ​ຕາງ​ໜ້າ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ, ທ່ານ ຮສຈ. ປອ ຫງວຽນ​ວຽດ​ຖ໋າວ ​ໄດ້​ແບ່ງ​ປັນສານ​ສາ​ມັກ​ຄີ​ກັບ​ປະ​ຊາ​ຊົນ​ກູ​ບາ. ສານ​ຊີ້​ແຈ້ງວ່າ, ໃນ​ໄລ​ຍະ 6 ທົດ​ສະ​ວ​ັດ​ທີ​່​ຜ່ານ​ມາ, ນະ​ໂຍ​ບາຍ​ປິດ​ລ້ອມ, ຂວ້ຳ​ບາດ​ຂອງ ອາ​ເມ​ລິ​ກາ ໄດ້​ກໍ່​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ກູ​ບາ… ຊາດ​ກູ​ບາ​ແມ່ນ​ຊາດ​ທີ່​ຮັກ​ຫອມ​ສັນ​ຕິ​ພາບ ດ້ວຍ​ຈິດ​ໃຈ​ສາ​ມັກ​ຄີ​ສາ​ກົນ ອັນ​ສ​ູງ​ສົ່ງ, ຍາມ​ໃດ​ກໍ່​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ຊາດ ໃນ​ໂລກ.

ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ຮ່ຽງ​ບ່າ​ຮ່ຽງ​ໄຫຼ່​, ສາ​ມັກ​ຄີ​ກັບ ປະ​ຊາ​ຊົນ ກູ​ບາ ແລະ ສະ​ໜັບ​ສະ​ໜູນ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຢ່າງ​ແຮງ ຊຶ່ງ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ ຍົກ​ເລີກ​ບັນ​ດາ​ນະ​ໂຍ​ບາຍ​ປິ​ດ​ລ້ອມ, ຂວໍ້​າ​ບາດ ຕ້ານ​ກູ​ບາ ເພື່ອ​ ກູ​ບາ​ສາ​ມາດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ ແລະ ການ​ຄ້າ ໂລກ ຢ່າງ​ສະ​ເໝີ​ພາບ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ​ກູ​ບາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ກໍ່​ຄື​ປະ​ຊາ​ຊົນ​ທີ່​ກ້າວ​ໜ້າ, ຮັ​ກ​ຫອມ​ສັນ​ຕິ​ພາບ ໃນ​ທົ່ວ​ໂລກ, ໃນ​ນັ້ນ​ມີ​ປະ​ຊາ​ຊົນ ອາ​ເມ​ລິ​ກາ.

ແລະ​ກໍ່​ທີ່​ການ​ພົວ​ປະ, ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ກູ​ບາ (ສະ​ມາ​ຊິກ​ຂອງ​ສະ​ມາຄົມມິດຕະພາບ ຫວຽດ​ນາມ - ກູ​ບາ) ໂດຍ​ຜ່ານ​ສະ​ຖານ​ທູດ ກູ​ບາ ປະ​ຈຳ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ກູ​ບາ ຈຳ​ນວນ​ເງິນ 390 ລ້ານ​ດົ່ງ ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ຫວຽດນາມ ປະກາດໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ໃຫ້ແກ່ເພື່ອນມິດສາກົນ ຫວຽດນາມ ປະກາດໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ໃຫ້ແກ່ເພື່ອນມິດສາກົນ

ຍສໝ - ຫວ່າງແລ້ວນີ້, ກຳມະການຄະນະບໍລິຫານງານສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ທ່ານ ເລຫ່ວຍຈູງ ໄດ້ເປັນປະທານກອງປະຊຸມຖ່າຍທອດສົດ ເພື່ອປະກາດໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກັບພັກກອມມູນິດກູບາ ແລະ ພັກສະຫະພັນລັດເຊຍພັກເອກະພາບ.

ເພີ່ມ​ທະ​ວີ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ກູບາ ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ໂຕະ​ວົງ​ມົນ ເພີ່ມ​ທະ​ວີ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ກູບາ ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ໂຕະ​ວົງ​ມົນ

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ ປະ​ຈຳ ຫວຽດ​ນາມ Orlando Nicolas Hernandez Gullien ໄດ້​ຕີ​ລາ​ຄາ​ສູງ​ບັ​ນ​ດາ​ໝາກ​ຜົນ​ປະ​ທັບ​ໃຈ​ເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ການ​ຄວບ​ຄຸມ ໂລກ​ລະ​ບາດ​ໂຄວິດ - 19 . ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ​່​ແບ່ງ​ປັນ​ກ່ຽວ​ກັບ​ໂຄງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ປະ​ຊາ​ຊົນ​ກູ​ບາ ໃນ​ປີ 2021 ...

ກູບາຖືເປັນສຳຄັນ ແລະ ຂອບໃຈນ້ຳໃຈສາມັກຄີ, ການໜຼນຊ່ວຍອັນລ້ຳຄ່າ ຂອງ ຫວຽດນາມ ກູບາຖືເປັນສຳຄັນ ແລະ ຂອບໃຈນ້ຳໃຈສາມັກຄີ, ການໜຼນຊ່ວຍອັນລ້ຳຄ່າ ຂອງ ຫວຽດນາມ

ຍ​ສ​ໝ - ທ່ານລັດຖະມົນຕີການ​ຕ່າງ​ປະ​ເທດ Bruno Rodriguez Parrilla ໄດ້​ສະ​ແດງ​ຄວາມຊົມເຊຍ​ຕໍ່​ທ່ານລັດຖະມົນຕີການຕ່າງປະເທດ ຫວຽດ​ນາມ ບຸນ​ແທັງ​ເຊີນ; ທ່ານ​ກໍ່ສະແດງຄວາມຂອບອົກຂອບໃຈແລະຖ​ື​ເປັນ​ສຳ​ຄັນນ້ຳ​ໃຈ​ສາ​ມັກ​ຄີ, ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ ຫວຽ,ນາມ ທີ່ສະ​ຫງວຽນ​ໃຫ້​ແກ່​ກູບາໃນໄລຍະທີ່ຜ່ານມາ, ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ໃນຖານະເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ເດືອນມັງກອນ 2020 ແລະ ເດືອນເມສາ 2021).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.