ຍສໝ - ນັບແຕ່ວັນທີ 25 ມີນາ ຫາ ວັນທີ 22 ເມສາ 2024, ຄະນະນັກສຶກສາຈາກມະຫາວິທະຍາໄລພາສາຕ່າງປະເທດ ດານັງ ໄດ້ເຂົ້າຮ່ວມການຝຶກງານ ແລະ ພົບປະແລກປ່ຽນຢູ່ສູນຫວຽດນາມວິທະຍາ ຢູ່ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ມະຫາວິທະຍາໄລ ຣາດຊະພັດ ອຸດອນທານີ) ໃນຂອບເຂດໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລພາສາຕ່າງປະເທດ ດານັງ ແລະ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ.
ຍສໝ - ສະຫະພັນບັນດາອົງການມິດຕະພາບນະຄອນ ເກີ່ນເທີ, ສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ນະຄອນ ເກີ່ນເທີ ສົມທົບກັບສະມາຄົມພົບປະແລກປ່ຽນ ອາຊີ ແລະ ມະຫາວິທະຍາໄລ FPT ເກີ່ນເທີ ຫາກໍ່ຈັດຕັ້ງການເຄື່ອນໄຫວພົບພະແລກປ່ຽນວັດທະນະທຳລະຫວ່າງນັກສຶກສາມະຫາວິທະຍາໄລ FPT ເກີ່ນເທີ ແລະ ນັກສຶກສາມະຫາວິທະຍາໄລ Myongji ສ.ເກົາຫຼີ.
ຍສໝ - ຄະນະປະຕິບັດງານຂອງອົງການເພື່ອນຮ່ວມອາຊີບຮ່ວມມືກະສິກຳ Kishuu, ຍີ່ປຸ່ນ ໂດຍທ່ານ Shiba Mitsuhiro - ປະທານສະພາບໍລິຫານ JA Kishuu ເປັນຫົວໜ້ຄະນະ ຫາກໍມີການໄປຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລ ໄທຫງວຽນ. ຢູ່ທີ່ນີ້, ທ່ານ Mitsuhiro ໄດ້ສະແດງຄວາມປາດຖະໜາຢາກຮ່ວມມືຮອບດ້ານກັບມະຫາວິທະຍາໄລ ໄທຫງວຽນ ໃນຫຼາຍຂົງເຂດ, ໃນນັ້ນ ມີການໜູນຊ່ວຍບັນດາລາຍການສົ່ງນັກສຶກສາຂອງໂຮງຮຽນໄປຢູ່ຍີ່ປຸ່ນ ເພື່ອຝຶກງານ ແລະ ເຮັດວຽກ.
ຍສໝ - ນີ້ແມ່ນເນື້ອໃນ ທີ່ໄດ້ສົນທະນາໃນການພົບປະລະຫວ່າງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ຄະນະຜູ້ແທນມະຫາວິທະຍາໄລ ແພດສາດ Johns Hopkins (ອາເມລິກາ), ວັນທີ 18 ທັນວາ ຢູ່ ຮ່າໂນ້ຍ.
ຍສໝ - ວັນທີ 14 ທັນວານີ້, ຢູ່ໄທງວຽນ, ໄດ້ດຳເນີນພິທີລົງນາມໃນບົດບັນທຶກຈົດຈຳ (MOU) ລະຫວ່າງມະຫາວິທະຍາໄລໄທງວຽນ ແລະ ມະຫາວິທະຍາໄລຮິໂຣຊິມາຂອງຍີ່ປຸ່ນ ກ່ຽວກັບການເປີດສາຂາມະຫາວິທະຍາໄລຮິໂຣຊິມາແຕ່ເດືອນຕຸລາ 2024. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ລົງນາມໃນບົດບັນທຶກຈົດຈຳກ່ຽວກັບການຮ່ວມມືໃນຂົງເຂດການຝຶກອົບຮົມ, ວິຊາການ, ແລກປ່ຽນອາຈານ, ນັກສຶກສາ ແລະ ການຮ່ວມມືໃນຂົງເຂດຄົ້ນຄວ້າວິທະຍາສາດ.
ຍສໝ - ເມື່ອບັນດາຜູ້ແທນໄດ້ເລືອກເອົາເຂົ້າຮ່ວມໂຄງການຮຽນພາສາອາຣັບ ໂດຍລັດຖະບານ ກູເວດ ໄດ້ອຸປະຖຳ, ບັນດານັກສຶກສາ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຂະຫຍັນຂັນເຂື່ອນ ແລະ ມີຫົວຄິດປະດິດສ້າງ ດ້ວຍການແນະນຳຮູບພາບປະເທດຕົນໃຫ້ບັນດາຄູອາຈານ, ນັກສຶກສາໃນເຫດການແລກປ່ຽນວັດທະນະທຳທີ່ດຳເນີນຢູ່ມະຫາວິທະຍາໄລ ຄູເວດ ວັນທີ 10 – 11 ທັນວາ.
ຍສໝ - ຄະນະຜູ້ແທນໄດ້ເຮັດວຽກກັບການນຳພະແນກສຶກສາທິການ ແລະກິລາ ແລະໂຮງຮຽນມັດທະຍົມຕອນປາຍ 2 ແຫ່ງ ຂອງ 2 ແຂວງອັດຕະປື ແລະຈໍາປາສັກ ເພື່ອລາຍງານ ແລະແລກປ່ຽນສະພາບການຜັນຂະຫຍາຍບົດບັນທຶກຊ່ວຍຈໍາ ໄລຍະ 2022-2026 ລະຫວ່າງ ແຂວງ ແຄ໊ງຮວ່າ ກັບແຂວງ ອັດຕະປື ແລະຈຳປາສັກ ກ່ຽວກັບການຮ່ວມມືກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ.
ຍສໝ - ວັນທີ 27 ພະຈິກ, ມະຫາວິທະຍາໄລເຫ້ວ ໄດ້ສົມທົບກັບ ສະຫະພັນເສດຖະກິດຍີ່ປຸ່ນ (Keidanren) ແລະ ສະມາຄົມນັກທຸລະກິດຍີ່ປຸ່ນ (JCCI) ຈັດຕັ້ງພິທີມອບທຶນການສຶກສາໃຫ້ແກ່ນັກຮຽນທີ່ຜ່ານຜ່າຄວາມຫຍຸ້ງຍາກຂອງໂຮງຮຽນ.
ຍສໝ - ທີ່ການຕ້ອນຮັບ, ສະຫາຍ ເຈິ່ນວັນດົງ ປາດຖະໜາວ່າບັນດາລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ-ລາວ ຈະສືບຕໍ່ດຳເນີນເປັນປະຈຳ...
ຍສໝ - ການຢ້ຽມຢາມທາງລັດຖະກິດຢູ່ມະຫາວິທະຍາໄລ Georgetown ແມ່ນເປັນການເຄື່ອນໄຫວທຳອິດຂອງນາຍົກລັດຖະມົນຕີ ໃນທັນທີຫຼັງຈາກໄປຮອດນະຄອນຫຼວງ Washington, D.C.
ຍສໝ - ເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ, ໃນວັນທີ 18 ເມສາ 2023, ຢູ່ນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລ ຫງວຽນເຕິດແທັ່ງ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ ຈັດຕັ້ງງານໃຫ້ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ໂຮງຮຽນ.
ຍສໝ - ໃນປະຈຸບັນ, ທ່ານນາງ ໂຫງຕວຽດມາຍ ແມ່ນຊາວອາຊີຄົນດຽວ ທີ່ສອນພາສາອັງກິດຢູ່ມະຫາວິທະຍາໄລ Flinders, South Australia ທີ່ຫາກໍ່ຍາດໄດ້ລາງວັນຊະນະການສິດສອນທີ່ດີເລີດຂອງມະຫາວິທະຍາໄລດັ່ງກ່າວໃນປີ 2022.
ຍສໝ - ໃນຕະລາງ THE WUR ໄດ້ຕີລາຄາບັນດາມະຫາວິທະຍາໄລໃນທົ່ວໂລກ ອີງຕາມການຄົ້ນຄ້ວາຂອງບັນດາໜ້າທີ່ຫຼັກແຫຼ່ງຂອງໂຮງຮຽນມະຫາວິທະຍາໄລ, ຕາມບັນດາດັດຊະນີວັດແທກມາດຖານເພື່ອແນໃສ່ສະໜອງບັນດາການປຽບທຽບຢ່າງຮອບດ້ານ ແລະ ມີຄວາມສະເໝີພາບ.
ຍສໝ - ຫວ່າງແລ້ວນີ້, ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລດານັງ ໄດ້ຈັດຕັ້ງພິທີເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ. ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລ ດານັງ ໄດ້ຈັດຕັ້ງຂຶ້ນຕາມມະຕິເລກທີ 27 ຂອງສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ນະຄອນ ດານັງ, ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວການທູດປະຊາຊົນລະຫວ່າງສອງປະເທດ.
ນັກວິລະຊົນແຮງງານ ຫວຽດນາມ ຫງວຽນກວາງເມົາ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນເຄື່ອງປັ້ນດິນເຜົາ ເດີດຫວຽດ (ດິນແດນ ຫວຽດ) ໄດ້ເປັນກຽດຮັບນາມມະຍົດສາດສະດາຈານກິຕິມະສັກຂອງສະຖາບັນມະຫາວິທະຍາໄລສະຖິຕິໂລກ.
ຍສໝ - ຕາມທ່ານນາງ ອາລີ ວົງໜໍ່ບຸນທໍາ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສູນກາງສະຫະພັນກຳມະບານລາວ ແລ້ວ, ການພົວພັນລະຫວ່າງມະຫາວິທະຍາໄລກຳມະບານ ກັບອົງການກຳມະບານລາວ ແມ່ນຮູບແບບການຮ່ວມມືທີ່ມີປະສິດທິຜົນ ແລະ ແທດຈິງ.
ຍສໝ - ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຂັ້ນສູງສູນກາງສະຫະພັນກຳມະບານລາວ ໄດ້ມີການພົບປະກັບການນຳມະຫາວິທະຍາໄລກຳມະບານ.
ຍສໝ-ທ່ານ ສຈ. ດິງວັນດຶກ ຫົວໜ້າພາກວິຊາພາສາຫວຽດ ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີຮ່າໂນ້ຍ (HUBT) ແບ່ງປັນກັບເພື່ອນຮ່ວມງານເລື້ອຍໆວ່າ: “ການຊ່ວຍເຫຼືອນັກສຶກສານລາວ ກໍເໝືອນຄືຊ່ວຍເຫຼືອພວກເຮົາ”.
ຍສໝ - ວັນທີ 25 ພຶດສະພາ, ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດ່ານັ້ງ ໄດ້ຈັດຕັ້ງລາຍການແລກປ່ຽນດ້ວຍຫົວຂໍ້ວ່າ “ນັກຮຽນ, ນັກສຶກສາພ້ອມກັບກິດຈະກຳຮັບໃຊ້ຊຸມຊົນ”, ໃຫ້ຄຳປຶກສາທາງອອນລາຍເພື່ອຮັບສະໝັກສອບເສັງ ເຂົ້າມະຫາວິທະຍາໄລ ໃນປີ 2022 ແລະ ປະກາດໝາກຜົນການພິຈາລະນາ ທຶນການສຶກສາ “ສົ່ງແຮງບັນດານໃຈ UED" ປີ 2022.
ຍສໝ - ອີງຕາມຕາຕະລາງຈັດອັນດັບມະຫາວິທະຍາໄລໂລກຕາມຂະແໜງການສຶກສາ ປີ 2022 ຂອງອົງການ QS, ຂົງເຂດເຕັກນິກ ແລະ ເຕັກໂນໂລຢີຂອງມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ຢືນອັນດັບໜຶ່ງຢູ່ຫວຽດນາມ ແລະທີ 360 ໃນໂລກ.