ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ: ຊ່ວຍນັກສຶກສາລາວຫຼໍ່ລ້ຽງຄວາມຝັນຂອງຕົນ

14:00 | 02/07/2022

ຍສໝ-ທ່ານ ສຈ. ດິງວັນດຶກ ຫົວໜ້າພາກວິຊາພາສາຫວຽດ ມະຫາວິທະຍາ​ໄລ​ທຸລະ​ກິດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຮ່າ​ໂນ້ຍ (HUBT) ແບ່ງປັນກັບເພື່ອນຮ່ວມງານເລື້ອຍໆວ່າ: “ການຊ່ວຍເຫຼືອນັກສຶກສານລາວ ກໍເໝືອນຄືຊ່ວຍເຫຼືອພວກເຮົາ”.

ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ກຳປູເຈຍ ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ກຳປູເຈຍ
ຮ່າໂນ້ຍ ອະນຸຍາດໃຫ້ເປີດຮ້ານບາ ແລະ ຄາລາໂອເກະຄືນໃໝ່ນັບແຕ່ເວລາ 00:00 ໂມງຂອງວັນທີ 8 ເມສາ ຮ່າໂນ້ຍ ອະນຸຍາດໃຫ້ເປີດຮ້ານບາ ແລະ ຄາລາໂອເກະຄືນໃໝ່ນັບແຕ່ເວລາ 00:00 ໂມງຂອງວັນທີ 8 ເມສາ

ສຸດອົກສຸດໃຈເພື່ອນັກສຶກສາລາວ

ອາຈານ ຫວູທິຮ່າ, ຮອງ​ຫົວໜ້າພາກວິຊາພາສາ​ຫວຽດ ຍາມ​ໃດ​ກໍ​ມີ​ຄວາມ​ຮັກ​ແພງ​ເປັນ​ພິ​ເສດ​ກັບນັກສຶກສາ​ລາວ. ຫຼັກສູດຝຶກອົບຮົມຂອງພາກວິຊາໄດ້ແຕ່ງແບບຄ່ອງຄົວ, ແທດເໝາະ ເພື່ອໃຫ້ນັກສຶກສາທຸກຄົນໄດ້ປັບຕົວ ແລະ ເຊື່ອມຕົວກັບສະພາບແວດລ້ອມໃຫມ່ໂດຍໄວ.

“ນອກຈາກບົດຮຽນ​ທີ່​ສອນ​ຢູ່​ໃນ​ຫ້ອງ, ​ບັນດາກິດຈະກໍາໃນ​ຊີວິດ​ປະຈຳ​ວັນ​ຂອງ​ນັກສຶຶກສາແລ້ວ, ຄູ​ສອນພວກຂ້າພະເຈົ້າ ກໍ​ໄດ້ໃຫ້ເຮັດ​ບົດ​ຝຶກ​ຫັດຕື່ມອີກ ​ແລະ ຮຽກຮ້ອງ​ໃຫ້​ນັກສຶກສາສົນທະນາກັນເປັນ​ພາສາ​ຫວຽດກັບ​ປະຊາຊົນຢູ່ຫວຽດນາມ, ​ໃຫ້​ເຂົາ​ເຈົ້າ​ໄປ​ຕະຫຼາດ​ຕໍ່ລາຄາ ຫຼື ໄປຮ້ານ​ກາ​ເຟ​ສັ່ງ​ເຄື່ອງ​ດື່ມ. ບັນດານັກສຶກສາມີຄວາມກ້າວໜ້າຢ່າງເຫັນໄດ້ແຈ້ງ, ຕອນທຳອິດເຂົາເຈົ້າຍັງກັງວົນກັບບັນດາຄຳຖາມງ່າຍໆເຊັ່ນ ຜັກມັດນີ້ລາຄາເທົ່າໃດ, ຊີ້ນຕ່ອນນີ້ລາຄາເທົ່າໃດ, ຕໍ່ມາເຂົາເຈົ້ານັບມື້ນັບມີຄວາມເຊື່ອໝັ້ນ ແລະ ພ້ອມທີ່ຈະສະແດງຄວາມສາມາດດ້ານພາສາຫວຽດນາມຂອງຕົນ.”

ບັນດາບົດຝຶກຫັດ​ກ່ຽວກັບ​ການໄປ​ສຳພາດ​ຄົນຫວຽດນາມ, ​ແປ​ຂ່າວ ​ຫວຽດນາມ - ລາວ, ບັນດານັກສຶກສາກໍຄ່ອຍໆເຮັດໄດ້ເປັນຢ່າງດີ. ນອກຈາກນັ້ນ ນັກສຶກສາກໍຍັງ​ສະໝັກ​ເປັນ​ພິທີກອນ​ລາຍການ, ຮ້ອງ​ເພງ​ເປັນ​ພາສາ​ຫວຽດ ​ໃນ​ບັນດາ​ກິດຈະກໍາ​ຂອງ​ພາກວິຊາ ​ແລະ ​ໂຮງຮຽນ. ຄວາມ​ສາ​ມາດ​ດ້ານ​ພາ​ສາ​ຫວຽດ​ບໍ່​ພຽງ​ແຕ່​ຊ່ວຍ​ນັກສຶກສາໃນ​ຊີ​ວິດ​ປະ​ຈຳ​ວັນ​ເທົ່າ​ນັ້ນ, ຫາກຍັງມີ​ນັກສຶກສາ​ຫລາຍ​ຄົນ​​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ ແລະ ລາງວັນນຳອີກ.

ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ: ຊ່ວຍນັກສຶກສາລາວຫຼໍ່ລ້ຽງຄວາມຝັນຂອງຕົນ

ບັນດາຄູອາຈານ ແລະ ນັກສຶກສາລາວ ມະຫາວິທະຍາ​ໄລ​ທຸລະ​ກິດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຮ່າ​ໂນ້ຍ ທີ່ຫ້ອງຮຽນພາສາຫວຽດ( ພາບ: HUBT)

ອາຈານ ຮ່າ ໃຫ້ຮູ້ວ່າ, ເຖິງວ່ານັກສຶກສາຫຼາຍຄົນໄດ້ຮັບທຶນການສຶກສາ, ໄດ້ຮັບບ້ວງອຸດໜຸນຄ່າເຮືອນ ແລະ ຄ່າໃຊ້ຈ່າຍກໍຕາມ, ແຕ່ວ່າບັນດາຄູສອນກໍຍັງສົ່ງເສີມໃຫ້ພວກນັກສຶກສາໄປເຮັດວຽກເສີມ ເພື່ອມີທັກສະຄວາມລະອຽດອ່ອນ, ພົບປະແລກປ່ຽນກັບຊາວບ້ານ, ນອກຈາກນັ້ນ ກໍທັງເປັນໂອກາດເພື່ອເຂົ້າໃຈ ແລະ ຮັກຫວຽດນາມຫຼາຍກວ່າອີກ.

ນາງ ມົດ ພົມມະຈັນ ນັກສຶກສາລຸ້ນ 24 ແບ່ງປັນວ່າ: “ຫຼັງຈາກເລີກຮຽນແລ້ວ ກໍໄດ້ໄປເຮັດວຽກເສີມ, ມີໝູ່ເພື່ອນທີ່ເປັນຄົນຫວຽດອີກ, ເຊິ່ງເຮັດໃຫ້ນ້ອງຮູ້ສຶກດີໃຈຫຼາຍ ເມື່ອຄາຮຽນຫຼາຍ, ນ້ອງບໍ່ໄດ້ໄປເຮັດວຽກເສີມ ແຕ່ປະສົບການທີ່ນ້ອງຮຽນຮູ້ມາກ່ອນ ກໍໄດ້ນໍາໃຊ້ໃນຊີວິດປະຈໍາວັນ ແລະ ໃນການສຶກສາຮໍ່າຮຽນ”.

ສຳລັບ​ນັກສຶກສາລາວ​ທີ່​ມາ​ຈາກ​ຄອບຄົວ​ທີ່​ບໍ່ມີເງື່ອນໄຂປານໃດນັ້ນ, ໂຮງຮຽນ​ກໍໄດ້​ໃຫ້ການ​ໜູນຊ່ວຍ​ໂດຍການ​ຮັບ​ສົ່ງ​ນັກສຶກສາແຕ່​ບ້ານ​ເກີດ​ເມືອງ​ນອນ​ຢູ່ລາວ ໄປ​ຍັງ​ໂຮງຮຽນ​ຢູ່​ຮ່າ​ໂນ້ຍ, ​ແຕ່​ບ່ອນ​ພັກ​ຕະຫຼອດຮອດອາຫານການກິນ, ​ແຕ່​ຄ່າ​ຮຽນຕະຫຼອດຮອດຊອກ​ວຽກ​ເຮັດງານທໍາ. ນັກ​ສຶກ​ສາ​ລາວ​ຢູ່​ຫໍ​ພັກ​ຂອງ​ໂຮງຮຽນ ​ພຽງ​ແຕ່​ຕ້ອງ​ຈ່າຍ​ເງິນ​ປະ​ມານ 400.000 ດົ່ງ​/ເດືອນ, ​ສາ​ມາດ​ນໍາໃຊ້​ພື້ນຖານໂຄງລ່າງ ອຸປະກອນຕ່າງໆ​ໃນ​ບໍລິເວນຂອງໂຮງຮຽນສໍາ​ລັບ​ບັນດາກິດຈະກໍານອກໂມງຮຽນຄື ສະ​ຫນາມ​ກິ​ລາ​, ຫ້ອງອອກກຳລັງກາຍ ແລະ ​ອຸ​ປະ​ກອນ​​ກິ​ລາ​.

ນາງ ມົດ ພົມມະຈັນ ແບ່ງປັນວ່າ: “ກ່ຽວກັບການຮັບຜິດຊອບເລື່ອງຊີວິດການເປັນຢູ່່ຂອງນັກສຶກສາຕ່າງປະເທດ ມີ ອາຈານ ເລີມ ແລະ ອາຈານ ເລຕວັນ ພ້ອມກັບບັນດາຄູສອນຄົນອື່ນໆ ໄດ້ເອົາໃຈໃສ່ຕໍ່ພວກນ້ອງຫຼາຍ. ຫ້ອງການ​ຂອງ​ອາຈານ​ຕວັນ ​ແມ່ນ​ຢູ່​ໃນບໍລິເວນຂອງ​ຫໍ​ພັກ, ສະນັ້ນ​ ເມື່ອ​ພວກ​ນ້ອງ​ຕ້ອງ​ການ​ຫຍັງ, ພວກ​ນ້ອງ ກໍສາ​ມາດ​ຊອກ​ຫາອາຈານໄດ້​ສະ​ເໝີ. ນອກຈາກນັ້ນ ອາຈານທຸກຄົນຍັງມາຢ້ຽມຢາມຖາມຂ່າວ ແລະ ຊື້ຢາໃຫ້ພວກນ້ອງ ເມື່ອພວກນ້ອງເຈັບປ່ວຍ”.

ຍ້ອນແນວນັ້ນ, ນັກສຶກສາຫຼາຍຄົນ ກໍໄດ້ບັນເທົາຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນ, ຈາກນັ້ນ ສຸມໃສ່ໃນການຮຽນ ແລະ ຝຶກຝົນຫຼໍ່ຫຼອມຕົນເອງ. ບັນດານັກສຶກສາ ກໍຍິ່ງເພີ່ມຄວາມຮັກຕໍ່ຫວຽດນາມ ແລະ ຊາວຫວຽດນາມ ຕື່ມອີກ.

ຄວາມຜູກພັນຮັກແພງຢ່າງເລິກເຊິ່ງພາຍຫຼັງຊຸດຮຽນ

ພາຍຫຼັງຊຸດຮຽນລະດັບປະລິນຍາຕີ, ປະລິນຍາໂທ ຫຼື ປະລິນຍຍາເອກ ແມ່ນບັນດາຄວາມຜູກພັນຮັກແພງຢ່າງເລິກເຊິ່ງຂອງ​ນັກສຶກສາ​ລາວ​ກັບ​ບັນດາ​ຄູ​ອາຈານ ​ແລະ ທົ່ວ​ປະ​ເທດ​ຫວຽດນາມ.

ກັບ ປອ. ທ່ານ ເຈີນດຶກເວື້ອງ, ຮອງຫົວໜ້າພາກວິຊາໄຟຟ້າ ແລະ ເອເລັກໂຕຼນິກ, ຊີວິດການສິດສອນຂອງເພິ່ນ ແມ່ນມີວາດສະໜາກັບປະເທດຊາດ ແລະ ປະຊາຊົນລາວ.

ໄລ່ມາຮອດປີ 2021, ນັກສຶກສາລາວລະດັບປະລິນຍາໂທ ມີທັງໝົດ 10 ຄົນ ໂດຍອາຈານເວື້ອງນໍາພາ ກໍໄດ້ກາຍເປັນພະນັກງານການນໍາໃນບັນດາໂຮງຮຽນມັດທະຍົມ, ວິທະຍາໄລ ແລະ ມະຫາວິທະຍາໄລຂອງລາວ. ມີ​ບາງ​ຄົນ​ຫາ​ກໍໄດ້​ກັບ​ມາ​ຫວຽດ​ນາມ ເພື່ອ​ສືບຕໍ່ການຮຽນ​ເປັນ​ນັກ​ຄົ້ນຄວ້າ.

ອາຈານ ເວື້ອງ ໃຫ້ຮູ້ວ່າ: ທ້າວ ຄຳສຸລິນ, ອະດີດນັກສຶກສາຂອງເພິ່ນ, ຄົນທີ່ຮຽນພາສາຫວຽດ ໃນລະດັບດີ, ມີຜົນການຮຽນ ແລະ ບົດວິທະຍານິພົນລະດັບປະລິນຍາໂທດີ ແຕ່ເນື່ອງຈາກວ່າ ມາດຕະຖານໃນເວລານັ້ນຢູ່ລາວມີຄວາມຫຍຸ້ງຍາກຫຼາຍ ຈຶ່ງບໍ່ສາມາດໄປຫວຽດນາມເພື່ອສືບຕໍ່ການຄົ້ນຄວ້າ. ​​ອາຈານ​​ໄດ້​ຂຽນ​ຈົດໝາຍ​ຝາກເຖິງ ​ທ່ານ ສຈ. ດຣ. ບໍແສງຄໍາ ວົງດາຣາ - ອະດີດ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ​ໃນ​ຄາວ​ນັ້ນ​ ກໍາລັງເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ​ຂອງ​ລາວ ​ເພື່ອ​ສະເໜີໃຫ້​ທ້າວ ​ຄຳ​ ມາ​​ຫວຽດນາມ. ຈົດໝາຍ​ຂອງ​ອາ​ຈານ ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ທ່ານ ສຈ. ດຣ. ບໍແສງຄໍາ. ດ້ວຍ​ຄວາມເອົາໃຈໃສ່, ​ ໜູນ​ຊ່ວຍ​ຈາກ​​ໂຮງຮຽນ ​ແລະ ບັນດາຄູ​ອາຈານ​ຫວຽດນາມ ​ແລະ ດ້ວຍຄວາມ​ມານະ​ພະຍາຍາມສຶກສາ​ຮ່ຳຮຽນ, ທ້າວ ຄຳ​ສຸ​ລິນ ​ໄດ້​ສໍາເລັດການຮຽນລະດັບ​ປະລິນຍາ​ເອກ, ປະຈຸ​ບັນ​ເປັນ​ຮອງ​ອະທິການ​ບໍດີ ວິທະຍາ​ໄລ​ ສັບພະວິຊາ ​ລາວ.

ອາຈານ ເຈີນ​ດຶກ​ເວື້ອງ ຈື່ເຖິງແບບຢ່າງອີກ​ຄົນ​ໜຶ່ງ​ທີ່ເປັນນັກ​ສຶກ​ສາ​ລາວ​ ນັ້ນແມ່ນ ນາງ ພູ​ວັນ ສີ​ພົມ​ທະ​ວິ​ບູນ - ນັກ​ສຶກ​ສາ​ທີ່ໄດ້ຮຽນສອງ​ຄັ້ງ ຢູ່ໃນລະດັບຫຼັງມະຫາ​ ຢູ່​ ຫວຽດ​ນາມ.

ປອ. ນາງ ພູວັນ ສີພົມທະວິບູນ ເປັນພະນັກງານຂອງຂະແໜງການຕຳຫຼວດແຫ່ງ ສປປ ລາວ ປະຈຸບັນກຳລັງຮຽນພາສາຫວຽດ ຢູ່ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ເພື່ອປະຕິບັດຄວາມມຸ່ງມາດປາດຖະໜາຢາກໄປຄົ້ນຄວ້າ ແລະ ສຶກສາຮ່ຳຮຽນຢູ່ ຫວຽດນາມ. ​ໃນໄລຍະ​ປີ 2006-2010, ນາງ ພູວັນ ​ໄດ້​ຮຽນ​ລະດັບ​ປະລິນຍາ​ໂທ​ດ້ວຍ​ພາສາ​ອັງກິດ​ຢູ່​ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ ຮ່າ​ໂນ້ຍ - ຊຸດຮຽນ ຫວຽດນາມ - ​ແບນ​ຊິກ. ໃນເດືອນພຶດສະພາ 2022, ນາງ ພູວັນ ໄດ້ເປັນນັກສຶກສາປະລິນຍາເອກ ແລະ ເຮັດວຽກຢູ່ກະຊວງຕຳຫຼວດແຫ່ງ ສປປ ລາວ.

ຄອບຄົວຂອງເພີ່ນ, ທ້າວ ພົງ​ຕິ​ສຸກ ສີ​ພົມ​ທະ​ວິ​ບູນ ພາຍຫຼັງທີ່​ໄດ້​ຮຽນ​ມະຫາວິທະຍາ​ໄລ​ ຢູ່ສະຫະພັນ​ລັດ​ເຊຍ, ລາວໄດ້​ກັບ​ມາ​ປະ​ເທດ​ລາວ ​ເພື່ອ​ຮັບໜ້າທີ່​ແລ້ວ, ສປປ ລາວ ກໍ​ໄດ້​ສົ່ງ​ໄປ​ຮຽນ​ຕໍ່ລະດັບປະລິນຍາໂທ ແລະ ເປັນນັກຄົ້ນຄວ້າ ​ຢູ່​ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ແຕ່​ປີ 2003 – 2011 ​ແລະ ໄດ້ຮັບວິທະຍາຖານະປະລິນຍາເອກດ້ານເສດຖະສາດ. ປະຈຸບັນ, ເປັນພະນັກງານຂັ້ນສູງທີ່ມີຄວາມເຊື່ອຖືຂອງ ສປປ ລາວ.

ອ້າຍເອື້ອຍມີລູກ 4 ຄົນ ແຕ່ 3 ຄົນ ກໍາລັງສຶກສາຮໍ່າຮຽນ ຢູ່ຫວຽດນາມ. ນາງ ພູ​ວັນ ສີ​ພົມ​ທະ​ວິ​ບູນ ​ໄດ້ເວົ້ານໍາອາຈານ​ວ່າ: “ນ້ອງ​ຂອບ​ອົກ​ຂອບ​ໃຈ​ຫຼາຍໆ ມາຍັງບັນດາ​ຄູ​ອາຈານ​ຫວຽດນາມ ​ແລະ ປະ​ເທດ​ຫວຽດນາມ. ໝົດຄອບຄົວຂອງນ້ອງ ເຄີຍໄດ້ຮຽນ ແລະ ກໍາລັງໄດ້ຮຽນຢູ່ຫວຽດນາມ. ພວກນ້ອງ ຍັງມີລູກຫຼ້າກໍາລັງຢູ່ລາວ. ບາງທີປີຕໍ່ມາ, ພວກ​ນ້ອງ ກໍອາດ​ຈະ​ສົ່ງ​ລູກມາ​ຮຽນ​ຢູ່​ຫວຽດ​ນາມ”.

ຫອມມາລາ

ເຫດການ
302 Found

Found

The document has moved here.