ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ກ່າວຄຳເຫັນນະໂຍບາຍຢູ່ມະຫາວິທະຍາໄລ Georgetown

15:31 | 21/09/2023

ຍສໝ - ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່​ມະຫາວິທະຍາ​ໄລ Georgetown ​ແມ່ນ​ເປັນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ຂອງ​ນາຍົກລັດຖະມົນຕີ ​ໃນ​ທັນທີ​ຫຼັງ​ຈາກ​ໄປ​ຮອດ​ນະຄອນຫຼວງ Washington, D.C.

ອາ​ເມ​ລິ​ກາ ຕີ​ລາຄາ​ສູງ​ການ​ພົວພັນ​ກັບ​ຫວຽດນາມ ອາ​ເມ​ລິ​ກາ ຕີ​ລາຄາ​ສູງ​ການ​ພົວພັນ​ກັບ​ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫວຽດນາມ  ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ ທ່ານນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ

ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງຊຸດທີ 78 ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ການເຄື່ອນໄຫວພົວພັນ 2 ຝ່າຍຢູ່ ອາເມລິກາ, ຕອນເຊົ້າວັນທີ 19 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມິນຈິງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລ Georgetown, ນະຄອນຫຼວງ ວໍຊິງເຕັນ - ເຊິ່ງແມ່ນແຫ່ງມີນັກການເມືອງຫຼາຍທ່ານມາຢ້ຽມຢາມ ແລະ ກ່າວປາໄສດ້ານນະໂຍບາຍ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີໄດ້ສຸມໃສ່ສະເໜີ 3 ເນື້ອໃນຕົ້ນຕໍ, ລວມມີ: ໂລກໃນປະຈຸບັນແມ່ນຄືແນວໃດ? ເປົ້າໝາຍ, ບາງນະໂຍບາຍໃຫຍ່ຂອງ ຫວຽດນາມ; ຕ້ອງເຮັດແນວໃດເພື່ອຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ໃຫ້ປະກົດຜົນເປັນຈິງໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ກ່າວຄຳເຫັນນະໂຍບາຍຢູ່ມະຫາວິທະຍາໄລ Georgetown

ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ກ່າວຄຳເຫັນນະໂຍບາຍຢູ່ມະຫາວິທະຍາໄລ Georgetown

ເຮັດແຈ້ງບັນຫາທີໜຶ່ງ, ທ່ານນາຍົກລັດຖະມົນຕີຖືວ່າ ໂລກພວມມີການຜັນແປທີ່ສັບສົນ, ມີຫຼາຍບັນຫາເກີດຂຶ້ນໂດຍບໍ່ເຄີຍມີມາກ່ອນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ໃນສະພາບການນັ້ນ, ຫວຽດນາມ ໄດ້ເລືອກເອົາເສັ້ນທາງເປັນເຈົ້າການຮັບມື, ຖືສັນຕິພາບ, ສະຖຽນລະພາບ, ການຮ່ວມມືເປັນເປົ້າໝາຍ, ຖືກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນເປັນພື້ນຖານ, ຖືການເຈລະຈາ ແລະ ການຮ່ວມມືເປັນເຄື່ອງມື.

ກ່ຽວກັບເນື້ອໃນໃຫຍ່ທີ 2, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ເປົ້າໝາຍຂອງ ຫວຽດນາມແມ່ນຖືປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ ທັງເປັນເປົ້າໝາຍລວມ, ທັງເປັນກຳລັງໜູນເພື່ອສູ້ຊົນ. ເປົ້າໝາຍຍຸດທະສາດຮອດປີ 2030 ກາຍເປັນປະເທດພວມພັດທະນາ, ມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ, ເປັນກຳລັງໜູນ, ແຫຼ່ງກຳລັງສຳຄັນທີ່ສຸດ ແລະ ແມ່ນເປົ້າໝາຍຂອງການພັດທະນາ. ບໍ່ປະໃຫ້ສູນເສຍຄວາມກ້າວໜ້າ, ຄວາມຍຸຕິທຳຂອງສັງຄົມ, ການໜູນຊ່ວຍຊີວິດສັງຄົມ, ບໍ່ປະໃຫ້ສູນເສຍການປົກປັກຮັກສາສິ່ງແວດລ້ອມ ເພື່ອເດີນຕາມການເຕີບໂຕເສດຖະກິດພຽງຢ່າງດຽວ

ບັນຫາທີ 3, ທ່ານນາຍົກລັດຖະມົນຕີຖືວ່າ 2 ຝ່າຍຕ້ອງຫັນເປັນລະອຽດເລື່ອງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ ໃຫ້ກາຍເປັນບັນດາຍຸດທະສາດ, ລາຍການ, ແຜນການກະທຳ, ໂຄງການ, ການເຄື່ອນໄຫວຮ່ວມມືດຳເນີນທຸລະກິດ.

ສິ້ນສຸດບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ, ໃນໄລຍະຈະມາເຖິງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ຕ້ອງມຸ່ງໄປເຖິງເປົ້າໝາຍພັດທະນາໃຫ້ນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ບັນລຸປະສິດທິຜົນຫຼາຍກວ່າ, ໃຫ້ສອດຄ່ອງກັບຂອບເຂດໃໝ່; ຊຸກຍູ້ການພົວພັນລະຫວ່າງ 2 ປະເທດບໍ່ກໍ່ຄວາມເສຍຫາຍເຖິງຜົນປະໂຫຍດຂອງປະເທດອື່ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.