ມະຫາວິທະຍາໄລກຳມະບານ: ຈຸດທີ່ພົ້ນເດັ່ນໃນການບຳລຸງສ້າງຊັບພະຍາກອນມະນຸດໃຫ້ ສປປ ລາວ

13:49 | 22/07/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 19 ກໍລະກົດ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ມະ​ຫາ​ວິ​ທະ​ຍາ​ໄລ​ກຳ​ມະ​ບານ.

ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້ ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້
ວາລະສານ ຍຸກສະໄໝ  ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ
ມະຫາວິທະຍາໄລກຳມະບານ: ຈຸດທີ່ພົ້ນເດັ່ນໃນການບຳລຸງສ້າງຊັບພະຍາກອນມະນຸດໃຫ້ ສປປ ລາວ
​ບັນ​ດາ​ຜູ້​ແທນ​ຖ່າຍ​ຮູບ​ເປັນ​ທີ່​ລະ​ນຶກ

​ເຂົ້າ​ຮ່ວມ​ລາຍການ​ເຮັດ​ວຽກ​ມີ​ທ່ານ​ນາງ ອາລີ ວົງ​ໜໍ່​ບຸນ​ທຳ, ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ສູນ​ກາງສະ​ຫາະພັນ​ກຳມະບານ​ລາວ; ທ່ານ​ນາງ ​ໄທທູເຊືອງ, ຮອງ​ປະທານ​ສະຫະພັນ​ໃຫຍ່ແຮງ​ງານ ຫວຽດນາມ.

ມະຫາວິທະຍາໄລກຳມະບານ: ຈຸດທີ່ພົ້ນເດັ່ນໃນການບຳລຸງສ້າງຊັບພະຍາກອນມະນຸດໃຫ້ ສປປ ລາວ
​ທ່​ານ ປ.ອ ເລ​ກາວ​ທັ໊ງ ກ່າວ​ຄຳ​ເຫັນ

ກ່າວ​ຄຳ​ເຫັນ​ທີ່​ການເຮັດວຽກ, ທ່ານ ປ.ອ ​ເລ​ກາວ​ທັງ, ​ເລຂາ​ຄະນະພັກ, ປະທານ​ສະພາ​ມະຫາວິທະຍາ​ໄລກຳ​ມະ​ບານ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ລາວ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວ​ພັນ​ທາງ​ການ​ທູດ ແລະ 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ.

ມະຫາວິທະຍາໄລກຳມະບານ: ຈຸດທີ່ພົ້ນເດັ່ນໃນການບຳລຸງສ້າງຊັບພະຍາກອນມະນຸດໃຫ້ ສປປ ລາວ
​ທ່ານ​ ປ.ອ ເລ​ແມັງ​ຮຸ່ງ ກ່າວ​ຄຳ​ເຫັນ

ທ່ານ ປ.ອ ເລ​ກາ​ວທັງ ຢືນຢັນ​ວ່າ, ຈະສືບ​ຕໍ່ມູນ​ເຊື້ອ​ອັນ​ດີ​ງາມ ໂດຍ​ບັນ​ດາ​ການ​ນຳ​ປະຕິວັດ​ໄດ້ເພີ່ມ​ພູນ​ຄູນ​ສ້າງ, ​ໃນ​ດ້ານກຳມະບານ, ​ສະຫະພັນ​ແຮງ​ງານ ຫວຽດນາມ ​ແລະ ສະຫະພັນ​ກຳມະບານ​ສູນ​ກາງ​ລາວ ຍາມ​ໃດ​ກໍ່​ຮ່ວມ​ມືຢ່າງ​ຮອບດ້ານ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ບຳລຸງ​ສ້າງ​ພະນັກງານ ​ກຳມະບານ​ລາວຢູ່ມະຫາວິທະຍາໄລກຳ​ມະ​ບານ.

ມະຫາວິທະຍາໄລກຳມະບານ: ຈຸດທີ່ພົ້ນເດັ່ນໃນການບຳລຸງສ້າງຊັບພະຍາກອນມະນຸດໃຫ້ ສປປ ລາວ
ທ່ານນາງ ອາລີ ວົງໜໍ່ບຸນທຳ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສູນກາງສະຫາະພັນກຳມະບານລາວ ກ່າວ​ຄ​ຳ​ເຫັນ

“ຊຸດຮຽນທຳອິດ ລວມມີ 20 ສະ​ຫາຍການນຳຫຼັກ​ແຫຼ່ງຢູ່ອົງການສູນກາງກຳມະບານລາວ. ນັບ​ແຕ່​ນັ້ນ​ມາ, ສະຫະພັນ​ແຮງ​ງານ​ຫວຽດນາມ, ມະ​ຫາ​ວິ​ທະ​ຍາ​ໄລ​ກຳ​ມະ​ບານ ໄດ້​ບຳລຸງ​ສ້າງ​ຢູ່​ໂຮງຮຽນໃຫ້​ແກ່​ອົງ​ການ​ກຳ​ມະ​ບານ​ລາວ ມີພະ​ນັກ​ງານ 617 ເທື່ອ​ຄົນ” ທ່ານ ປ.ອ ​ເລ​ກາວທັງ ກ່າວ​ວ່າ.

ມະຫາວິທະຍາໄລກຳມະບານ: ຈຸດທີ່ພົ້ນເດັ່ນໃນການບຳລຸງສ້າງຊັບພະຍາກອນມະນຸດໃຫ້ ສປປ ລາວ
​ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ ອາລີ ວົງ​ໜໍ່ບຸນ​ທຳ, ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານລາວ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີທີ່​ໄດ້​ເຂົ້າ​ຮ່ວມ​ລາຍການ​ດັ່ງກ່າວ​ເນື່ອງ​ໃນ​ໂອກາດ​ທີ່ ວັນຄົບຮອບ, ເຫດການໃຫຍ່ຂອງສອງປະເທດ.

ທ່ານ​ນາງ ອາລີ ວົງໜໍ່​ບຸນ​ທຳ ຢືນຢັນ​ວ່າ: ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ - ລາວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ການ​ນຳ​ປະຕິວັດ​ຂອງ 2 ປະ​ເທດ. ມູນ​ເຊືຶ້ອການພົວພັນດັ່ງກ່າວໄດ້ຖືກສ້າງຂື້ນໃນໄລຍະສົງຄາມຕໍ່ຕ້ານ ແລະ ພັດທະນາຕື່ມອີກໃນສະ​ໄໝ​ປ່ຽນ​ແປງ​ໃໝ່.

ກ່ຽວ​ກັບ​ການ​ປະສານ​ງານ​ລະຫວ່າງ​ສອງ​ອົງການ​ກຳ​ມະ​ບານ, ​ໂດຍ​ສະ​ເພາະ​ແມ່ນ​ການບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດເວົ້າ​ລວມ ​ແລະ ການ​ພົວພັນ​ລະຫວ່າງ​ມະຫາວິທະຍາ​ໄລ​ກຳ​ມ​ະ​ບານ​ກັບ​ສະຫະພັນກຳມະບານ​ລາວ, ທ່ານ​ນາງ​ຖື​ວ່າ, ນີ້​ແມ່ນ​ຮູບ​ແບບ​ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ.

ມະຫາວິທະຍາໄລກຳມະບານ: ຈຸດທີ່ພົ້ນເດັ່ນໃນການບຳລຸງສ້າງຊັບພະຍາກອນມະນຸດໃຫ້ ສປປ ລາວ
ບັນ​ດາ​ຜູ້​ແທນ​ຢ້ຽມ​ຊົມ​ຫ້ອງ​ມູນ​ເຊື້ອ​ຂອງ​ໂຮງ​ຮຽນ

“ພາຍຫຼັງ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ສະຫະພັນ​ກຳມະບານ, ພະນັກງານ​ຫຼາຍ​ຄົນ​ໄດ້​ກັບ​ເມືອ​ບ້ານ​ເພື່ອ​ຮັບ​ຕຳ​ແໜ່​ງ​ເປັນ​ຜູ້ນຳ​ກຳມະບານ​ລາວ​​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ອີກຫຼາຍທ່ານຍັງດຳລົງຕຳແໜ່ງການນຳໃນຂະແໜງການອື່ນໆຂອງລາວ,” ທ່ານນາງປະທານສູນກາງສະຫະພັນກຳມະບານລາວໃຫ້​ຂໍ້​ສັງ​ເກດກ່ຽວກັບປະສິດທິຜົນການກຳມະບານຂອງໂຮງຮຽນ.

ນອກຈາກການຮັກສາການບຳລຸງ​ສ້າງຂອງນັກສຶກສາລາວ ໃນປະຈຸບັນ, ຜູ້ນໍາສະຫະພັນກຳມະບານລາວ ກໍ່​ສະ​ເໜີໃຫ້ ມະຫາວິທະຍາໄລ ກຳ​ມະ​ບານ ຄົ້ນຄວ້າ ແລະ ສະໜັບສະໜູນ ສະຖາບັນ ພັດທະນາ ກຳ​ມະ​ບານລາວ ໃນການ​ບຳ​ລຸງ​ສ້າງຄູສອນ, ລະ​ບົບ​ຕຳລາ​ຮຽນໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

302 Found

Found

The document has moved here.