ການພົບພະແລກປ່ຽນວັດທະນະທຳລະຫວ່າງມະຫາວິທະຍາໄລ FPT ເກີ່ນເທີ ແລະ ມະຫາວິທະຍາໄລ Myongji ສ.ເກົາຫຼີ

06:08 | 24/01/2024

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ເກີ່ນ​ເທີ, ສະມາຄົມ​ມິດຕະພາບ​ຫວຽດນາມ - ສ.​ເກົາຫຼີ ນະຄອນ ​ເກີ່ນ​ເທີ ສົມທົບ​ກັບ​ສະມາຄົມພົບປະ​ແລກປ່ຽນ​ ອາຊີ ​ແລະ ມະຫາວິທະຍາ​ໄລ FPT ​ເກີ່ນ​ເທີ ຫາ​ກໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວພົບພະແລກປ່ຽນ​ວັດທະນະທຳ​ລະຫວ່າງ​ນັກ​ສຶກສາມະຫາວິທະຍາ​ໄລ FPT ​ເກີ່ນ​ເທີ ​ແລະ ນັກ​ສຶກສາມະຫາວິທະຍາ​ໄລ Myongji ສ.​ເກົາຫຼີ.

ຫວຽດນາມ ແລະ ລາວ ຮ່ວມມືກັນຄົ້ນຄວ້າທິດສະດີກ່ຽວກັບການພັດທະນາວັດທະນະທຳ ແລະ ຄົນ ຫວຽດນາມ ແລະ ລາວ ຮ່ວມມືກັນຄົ້ນຄວ້າທິດສະດີກ່ຽວກັບການພັດທະນາວັດທະນະທຳ ແລະ ຄົນ
ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ​ລະຫວ່າງ ຫວຽດນາມ - ສະ​ວິດ ​ແລະ ​ເຢຍລະ​ມັນ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ​ລະຫວ່າງ ຫວຽດນາມ - ສະ​ວິດ ​ແລະ ​ເຢຍລະ​ມັນ

ທີ່​ລາຍການ, ບັນດາ​ນັກ​ສຶກສາ​ຂະແໜງພາສາ​ເກົາຫຼີ ຈາກ​ມະຫາວິທະຍາ​ໄລ FPT ເກີ່ນເທີ ແລະ ບັນດາ​ນັກ​ສຶກສາ​ມະຫາວິທະຍາ​ໄລວິທະຍາສາດ​ທຳ​ມະ​ຊາດ Myongji ສ.​ເກົາຫຼີ ​ໄດ້​ເຂົ້າ​ຮ່ວມ​ການພົບພະແລກປ່ຽນ, ແບ່ງປັນ​ກ່ຽວ​ກັບ​ບັນດາ​ຄຸນຄ່າ​ວັດທະນະທຳ ຫວຽດນາມ - ສ.​ເກົາຫຼີ ໂດຍຜ່ານ​ບັນດາ​ລາຍການສິລະປະຄື: Korean Traditional Fan Dance, Magic Show, K-pop Dance, Taekwondo Dance, ສະແດງເຄື່ອງດົນຕີຊົນເຜົ່າ ຫວຽດນາມ, ການສະແດງມວຍ ຫວຽດນາມ (Vovinam)...

ການພົບພະແລກປ່ຽນວັດທະນະທຳລະຫວ່າງມະຫາວິທະຍາໄລ FPT ເກີ່ນເທີ ແລະ ມະຫາວິທະຍາໄລ Myongji ສ.ເກົາຫຼີ

ນັກສຶກສາ 2 ໂຮງຮຽນ ໄດ້ຖ່າຍຮູບເປັນທີ່ລະນຶກໃນລາຍການ.

ນອກຈາກນັ້ນ, ນັກ​ສຶກສາ​ຂອງ 2 ໂຮງຮຽນຍັງໄດ້ເຂົ້າຮ່ວມການແລກປ່ຽນບັນດາເກມເປັນກຸ່ມ, ແລກປ່ຽນຄວາມຮູ້ກ່ຽວກັບວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ແລະ ຊິມອາຫານພິເສດຂອງເຂດທົ່ງພຽງແມ່ນ້ຳຂອງ, ປະກອບສ່ວນສ້າງບັນຍາກາດນ້ຳໃຈອັນອົບອຸ່ນມິດຕະພາບລະຫວ່າງນັກ​ສຶກສາ​ຂອງ 2 ປະເທດ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ເກີ່ນເທີ.

ລາຍການ ໄດ້​ນຳ​ເອົາ​ປະສົບ​ການ​ຫຼາຍ​ຢ່າງ​ມາ​ໃຫ້​ບັນດາ​ນັກ​ສຶກສາ​ທີ່​ເຂົ້າ​ຮ່ວມ ​ແລະ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ໃນ​ໃຈ​ເພື່ອນ​ມິດສາ​ກົນ ກ່ຽວ​ກັບຮູບພາບຂອງ​ຊາວ​ຫວຽດນາມ ​ທີ່ຮັກແພງແຂກ, ຈິງ​ໃຈ, ປະ​ເທດ ຫວຽດນາມ ​ທີ່ເຕັມໄປດ້ວຍສີສັນຂອງຊາດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.