ຄະນະຜູ້ແທນຊາວໜຸ່ມຫວຽດນາມ ຢ້ຽມຢາມ ແລະເຮັດວຽກຢູ່ ມະຫາວິທະຍາໄລແຫ່ງຊາດລາວ

15:43 | 13/10/2023

ຄະນະຜູ້ແທນຊາວໜຸ່ມຫວຽດນາມ ຢ້ຽມຢາມ ແລະເຮັດວຽກຢູ່ ມະຫາວິທະຍາໄລແຫ່ງຊາດລາວ

ກອງປະຊຸມຂອງຄະນະບໍລິຫານການປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ໃນການຄຸ້ມຄອງໄພທໍາມະຊາດ (ສູນ AHA) ຄັ້ງທີ 19 ກອງປະຊຸມຂອງຄະນະບໍລິຫານການປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ໃນການຄຸ້ມຄອງໄພທໍາມະຊາດ (ສູນ AHA) ຄັ້ງທີ 19
ກອງປະຊຸມສະ ມັດຊາໃຫຍ່ອົງການ ສປຊ ສະໄໝທີ 78: ຄະນະຜູ້ແທນ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ພົບປະກັບຕາງໜ້າ ສປຊ ແລະ ປະເທດເພື່ອນມິດ ກອງປະຊຸມສະ ມັດຊາໃຫຍ່ອົງການ ສປຊ ສະໄໝທີ 78: ຄະນະຜູ້ແທນ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ພົບປະກັບຕາງໜ້າ ສປຊ ແລະ ປະເທດເພື່ອນມິດ

ວັນທີ 11 ຕຸລາ, ໃນລາຍການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ, ຄະນະຜູ້ແທນຊາວໜຸ່ມຫວຽດນາມ ນໍາໂດຍສະຫາຍ ເຈິ່ນວັນດົງ ຫົວໜ້າຄະນະກວດກາສູນກາງຊາວໜຸ່ມ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບມະຫາວິທະຍາໄລແຫ່ງຊາດລາວ ແລະພົບປະແລກປ່ຽນກັບນັກສຶກສາຫວຽດນາມ ພວມຮໍ່າຮຽນຢູ່ທີ່ນີ້. ໃຫ້ການຕ້ອນຮັບຄະນະມີສະຫາຍ ຮ.ສຈ, ປອ ອຸດົມ ພອນຄຳເພັງ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ.

ຄະນະຜູ້ແທນຊາວໜຸ່ມຫວຽດນາມ ຢ້ຽມຢາມ ແລະເຮັດວຽກຢູ່ ມະຫາວິທະຍາໄລແຫ່ງຊາດລາວ

ຄະນະຜູ້ແທນຊາວໜຸ່ມຫວຽດນາມ ຢ້ຽມຢາມ ແລະເຮັດວຽກຢູ່ມະຫາວິທະຍາໄລ ແຫ່ງຊາດລາວ. ພາບ: doanthanhnien.vn

ທີ່ການພົບປະ, ສະຫາຍ ເຈິ່ນວັນດົງ ເນັ້ນໜັກວ່າ ການຊຸກຍູ້ການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນລະຫວ່າງອົງການຊາວໜຸ່ມສອງປະເທດ ຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ. ພ້ອມທັງ, ປາດຖະໜາວ່າບັນດາລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ-ລາວ ຈະສືບຕໍ່ດຳເນີນເປັນປະຈຳ; ການນຳມະຫາວິທະຍາໄລ ແຫ່ງຊາດລາວ ເອົາໃຈໃສ່ເຖິງການສົ່ງອາຈານ, ນັກສຶກສາໄປຢ້ຽມຢາມ, ເຮັດວຽກ ແລະແລກປ່ຽນ, ຮ່ວມມືກັບບັນດາຮາກຖານຄົ້ນຄວ້າ, ກໍ່ສ້າງຢູ່ຫວຽດນາມ, ບັນດາຮາກຖານການສຶກສາມີຂອບຂະໜາດ ແລະພາລະໜ້າທີ່ຄ້າຍຄືກັບມະຫາວິທະຍາໄລ ແຫ່ງຊາດລາວ. ຈາກນັ້ນ, ປະກອບສ່ວນຍົກສູງຄວາມເຂົ້າໃຈຂອງໄວໜຸ່ມສອງປະເທດກ່ຽວກັບວັດທະນະທຳ, ປະຊາຊົນຫວຽດນາມ ແລະລາວ ກໍ່ຄືປະຫວັດສາດແຫ່ງຄວາມສາມັກຄີ, ຄວາມສະໜິດຕິດພັນ, ມິດຕະພາບອັນດີງາມລະຫວ່າງປະຊາຊົນສອງປະເທດ.

ສ່ວນສະຫາຍ ຮ.ສຈ, ປອ ອຸດົມ ພອນຄຳເພັງ ອະທິການບໍດີມະຫາວິທະຍາໄລແຫ່ງ ຊາດລາວ ຕີລາຄາສູງສາຍພົວພັນລະຫວ່າງສອງປະເທດ ແລະອົງການຈັດຕັ້ງຊາວໜຸ່ມສອງປະເທດ, ສະຫາຍ ຮ.ສຈ, ປອ ອຸດົມ ພອນຄຳເພັງ ເວົ້າວ່າ: “ການຢ້ຽມຢາມຄັ້ງນີ້ເປັນຂີດໝາຍສຳຄັນເພື່ອໃຫ້ສອງຝ່າຍສົມທົບກັນພັດທະນາດ້ານວິຊາການ ແລະ ເສດຖະກິດ-ສັງຄົມໃນອະນາຄົດ”.

ພາຍຫຼັງເຮັດວຽກກັບອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ, ຄະນະຜູ້ແທນໄດ້ໄປຢ້ຽມຢາມ ແລະພົບປະແລກປ່ຽນກັບນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ທີ່ນີ້.

ບູນມີ

ເຫດການ
302 Found

Found

The document has moved here.