ຄະນະຜູ້ແທນມະຫາວິທະຍາໄລແຄ໊ງຮວ່າ ຢ້ຽມຢາມ ແລະເຮັດວຽກກັບສອງແຂວງຂອງລາວ

08:53 | 29/11/2023

ຄະນະຜູ້ແທນມະຫາວິທະຍາໄລແຄ໊ງຮວ່າ ຢ້ຽມຢາມ ແລະເຮັດວຽກກັບສອງແຂວງຂອງລາວ

ຕຳຫຼວດນະຄອນໂຮ່ຈີມິນ ເຮັດວຽກກັບຄະນະຜູ້ແທນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຕຳຫຼວດນະຄອນໂຮ່ຈີມິນ ເຮັດວຽກກັບຄະນະຜູ້ແທນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ
ກອງປະຊຸມສະ ມັດຊາໃຫຍ່ອົງການ ສປຊ ສະໄໝທີ 78: ຄະນະຜູ້ແທນ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ພົບປະກັບຕາງໜ້າ ສປຊ ແລະ ປະເທດເພື່ອນມິດ ກອງປະຊຸມສະ ມັດຊາໃຫຍ່ອົງການ ສປຊ ສະໄໝທີ 78: ຄະນະຜູ້ແທນ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ພົບປະກັບຕາງໜ້າ ສປຊ ແລະ ປະເທດເພື່ອນມິດ

ຫວ່າງແລ້ວນີ້, ຄະນະຜູ້ແທນມະຫາວິທະຍາໄລແຄ໊ງຮວ່າ ນຳໂດຍທ່ານ ຮສ.ປອ ຈູດິ່ງລົກ, ຮອງອະທິການບໍດີມະຫາວິທະຍາໄລ ແຄ໊ງຮວ່າ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງອັດຕະປື ແລະຈໍາປາສັກ.

ຄະນະຜູ້ແທນໄດ້້ເຮັດວຽກກັບການນຳພະແນກສຶກສາທິການ ແລະກິລາ ແລະໂຮງຮຽນມັດທະຍົມຕອນປາຍ 2 ແຫ່ງ ຂອງ 2 ແຂວງອັດຕະປື ແລະຈໍາປາສັກ ເພື່ອລາຍງານ ແລະແລກປ່ຽນສະພາບການຜັນຂະຫຍາຍບົດບັນທຶກຊ່ວຍຈໍາ ໄລຍະ 2022-2026 ລະຫວ່າງ ແຂວງ ແຄ໊ງຮວ່າ ກັບແຂວງ ອັດຕະປື ແລະຈຳປາສັກ ກ່ຽວກັບການຮ່ວມມືກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ. ພ້ອມກັນນັ້ນ, ກໍ່ໄດ້ແລກປ່ຽນ ແລະແຈ້ງສະພາບການຮໍ່າຮຽນຂອງນັກສຶກສາລາວ 11 ຄົນທີ່ມາຈາກ 2 ແຂວງເຊິ່ງພວມຮຽນຢູ່ມະຫາວິທະຍາໄລ ແຄ໊ງຮວ່າ; ເປີດກວ້າງການພົວພັນຮ່ວມມືໃນການກໍ່ສ້າງນັກສຶກສາລາວ.

ຄະນະຜູ້ແທນມະຫາວິທະຍາໄລແຄ໊ງຮວ່າ ຢ້ຽມຢາມ ແລະເຮັດວຽກກັບສອງແຂວງຂອງລາວ

ທ່ານ ຮສ.ປອ ຈູດິ່ງລົກ ມອບຂອງຂວັນທີ່ລະນຶກໃຫ້ແກ່ການນຳພະແນກສຶກສາທິການ ແລະ ກິລາແຂວງ ອັດຕະປື. ພາບ: baokhanhhoa.vn

ຄະນະຜູ້ແທນມະຫາວິທະຍາໄລແຄ໊ງຮວ່າ ຢ້ຽມຢາມ ແລະເຮັດວຽກກັບສອງແຂວງຂອງລາວ

ທ່ານ ຮສ.ປອ ຈູດິ່ງລົກ ມອບຂອງຂວັນທີ່ລະນຶກໃຫ້ແກ່ການນຳພະແນກສຶກສາທິການ ແລະ ກິລາແຂວງ ຈໍາປາສັກ. ພາບ: baokhanhhoa.vn

ໂດຍໄດ້ຮູ້ວ່າ ໃນສົກຮຽນ 2023-2024, ໃນຈຳນວນນັກສຶກສາລາວ 11 ຄົນທີ່ຮຽນຢູ່ມະຫາວິທະຍາໄລແຄ໊ງຮວ່າ ມີ 8 ຄົນແມ່ນຮຽນຂະແໜງບໍລິຫານທຸລະກິດ, ຂະແໜງບໍລິຫານການທ່ອງທ່ຽວ 1 ຄົນ, ຂະແໜງພາສາອັງກິດ 2 ຄົນ.

ບູນມີ

ເຫດການ
302 Found

Found

The document has moved here.