ນັກສຶກສາລາວ ຢູ່ມະຫາວິທະຍາໄລ ຫງວຽນເຕິດແທັ່ງ (ນະຄອນ ໂຮ່ຈີມິນ) ສະເຫຼີມສະຫຼອງບຸນປີໃຫມ່

10:47 | 21/04/2023

ຍສໝ - ເພື່ອ​ສະ​ເຫຼີ​ມສະຫຼອງ​ບຸນປີໃໝ່ລາວ, ໃນວັນ​ທີ 18 ​ເມສາ 2023, ຢູ່​ນະຄອນ ​ໂຮ່ຈີ​ມິນ, ມະຫາວິທະຍາ​ໄລ ຫງວຽນເຕິດແທັ່ງ ໄດ້ສົມທົບ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ນະຄອນ ​ໂຮ່ຈີ​ມິນ ​​ຈັດ​ຕັ້ງ​ງານໃຫ້​ນັກ​ສຶກສາ​ລາວ ທີ່ພວມ​ຮ່ຳຮຽນ​ຢູ່​ໂຮງຮຽນ.

ຮ່າໂນ້ຍ: ນັກສຶກສາລາວເກືອບ 200 ຄົນ ໄດ້ບວດຂໍຄວາມສະຫງົບຢູ່ວັດ ຫງຽມຟູກ ຮ່າໂນ້ຍ: ນັກສຶກສາລາວເກືອບ 200 ຄົນ ໄດ້ບວດຂໍຄວາມສະຫງົບຢູ່ວັດ ຫງຽມຟູກ
ພໍ່ແມ່ຮັກຂອງນັກສຶກສາລາວ ເຊີງບໍ່ຮ່ວມສາຍເລືອດດຽວກັນ ແຕ່ຄືກັບເລືອດເນື້ອເຊື້ອໄຂດຽວກັນ ພໍ່ແມ່ຮັກຂອງນັກສຶກສາລາວ ເຊີງບໍ່ຮ່ວມສາຍເລືອດດຽວກັນ ແຕ່ຄືກັບເລືອດເນື້ອເຊື້ອໄຂດຽວກັນ

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານນາງ ພິມ​ພາ ​ແກ້ວ​ມີ​ໄຊ, ກົງສຸນ​ໃຫຍ່ ສປປ ລາວ ປະຈຳ ນະຄອນ ​ໂຮ່ຈີ​ມິນ ​ ໄດ້​ສະແດງຄວາມຂອບ​ໃຈ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ປະຈຳ​ນະຄອນໂຮ່ຈີ​ມິນ ​ແລະ ມະຫາວິທະຍາ​ໄລ ຫງວຽນ​ເຕິດແທັ່ງ ທີ່​ໃຫ້​ຄວາມເອົາໃຈໃສ່ ​ແລະ ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາລາວ ທີ່ພວມ​ຮ່ຳຮຽນ​ຢູ່ໂຮງຮຽນເວົ້າສະເພາະ ແລະ ໃນທົ່ວປະເທດ ເວົ້າລວມ.

ພ້ອມກັນນັ້ນ, ທ່ານນາງ ພິມພາ ແກ້ວມີໄຊ ໄດ້ຫວນຄືນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ, ພິເສດແມ່ນໃນປີກາຍນີ້, ພັກ ແລະ ປະຊາຊົນສອງປະເທດ ໄດ້ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນຕ່າງປະເທດ ແລະ 45 ປີວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລາວ.

ນັກສຶກສາລາວ ຢູ່ມະຫາວິທະຍາໄລ ຫງວຽນເຕິດແທັ່ງ (ນະຄອນ ໂຮ່ຈີມິນ) ສະເຫຼີມສະຫຼອງບຸນປີໃຫມ່
ນັກສຶກສາລາວ ປະຕິບັດພິທີມັດແຂນ.

ໃນລາຍການດັ່ງກ່າວ, ນັກສຶກສາລາວ ແລະ ຫວຽດນາມ ໄດ້ສະແດງບັນດາລາຍການສິລະປະວັນນະຄະດີທີ່ເປັນເອກະລັກສະເພາະ, ເຂັ້ມຂຸ້ນໄປດ້ວຍຈຸດວັດທະນະທຳທີ່ເປັນມູນເຊື້ອຂອງສອງປະເທດ. ນາງ ສີຈັນ ແກ້ວມະນີວັນ ນັກສຶກສາປີທີ 4 ມະຫາວິທະຍາໄລ ຫງວຽນເຕິດແທັ່ງ ແບ່ງປັນວ່າ:

“ນ້ອງຮູ້ສຶກດີໃຈຫຼາຍເມື່ອໄດ້ຕ້ອນຮັບບຸນປີໃໝ່ຢູ່ໂຮງຮຽນແຫ່ງນີ້. ໃນໂອກາດບຸນປີໃໝ່ລາວນີ້, ກໍມີຫຼາຍອົງການ ຈັດບຸນປີໃໝ່ໃຫ້ແກ່ນັກສຶກສາລາວ. ໝູ່ເພື່ອນຄົນ ຫວຽດ ແລະ ຄູອາຈານ ຍາມໃດກໍຊ່ວຍເຫຼືອ, ຖ້າວ່າ ພວກນ້ອງມີອັນໃດທີ່ບໍ່ເຂົ້າໃຈ ຫຼື ປະສົບກັບຄວາມຫຍຸ້ງຍາກນັ້ນ ເຂົາເຈົ້າກໍ່ຊ່ວຍເຫຼືອ. ນ້ອງເຫັນວ່າ ຄົນ ຫວຽດ ຮັກແພງພວກນ້ອງຄືກັນກັບລູກຫຼານໃນຄອບຄົວດຽວກັນ”.

ນັກສຶກສາລາວ ຢູ່ມະຫາວິທະຍາໄລ ຫງວຽນເຕິດແທັ່ງ (ນະຄອນ ໂຮ່ຈີມິນ) ສະເຫຼີມສະຫຼອງບຸນປີໃຫມ່
ທ່ານນາງ ພິມ​ພາ ​ແກ້ວ​ມີ​ໄຊ, ກົງສຸນ​ໃຫຍ່ ສປປ ລາວ ປະຈຳ ນະຄອນ ​ໂຮ່ຈີ​ມິນ

ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບມະຫາວິທະຍາໄລແຫ່ງຕ່າງໆ, ສະຖາບັນ, ຫໍພັກນັກສຶກສາຈັດຫຼາຍກິດຈະກຳຊອກຮູ້ກ່ຽວກັບວັດທະນະທຳ - ປະຫວັດສາດຂອງ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ແລະ ຊ່ວຍເຫຼືອເງິນຄ່າທຳນຽມເສັງໃບຂັບຂີ່ລົດຈັກປະເພດ A1 100% ໃຫ້ແກ່ນັກສຶກສາລາວ ທີ່ພວມຮຽນຢູ່ນະຄອນໂຮ່ຈີມິນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.