ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ຢືນອັນດັບທີ 360 ໃນໂລກ ດ້ານເຕັກນິກ ແລະ ເຕັກໂນໂລຢີ

08:12 | 12/04/2022

ຍສໝ - ອີງ​ຕາມຕາຕະລາງ​ຈັດ​ອັນ​ດັບ​ມະຫາວິທະຍາ​ໄລ​ໂລກຕາມຂະແໜງການສຶກສາ ປີ 2022 ຂອງອົງການ QS, ຂົງເຂດເຕັກນິກ ​ແລະ ​ເຕັກ​ໂນ​ໂລຢີ​ຂອງ​ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ຢືນ​ອັນ​ດັບ​ໜຶ່ງ​ຢູ່​ຫວຽດນາມ ​ແລະທີ 360 ​ໃນ​ໂລກ.

ເກິ່ນເທີ ໄດ້ຮັບ ແລະແຈກຢາຍເຄື່ອງຊ່ວຍເຫຼືອເພື່ອປ້ອງກັນ ແລະ ຄວບຄຸມ COVID-19 ສະໜັບສະໜູນໂດຍ ອົງການ WWO ແລະ ສະຖານທູດໄອແລນ/FHI 360 ເກິ່ນເທີ ໄດ້ຮັບ ແລະແຈກຢາຍເຄື່ອງຊ່ວຍເຫຼືອເພື່ອປ້ອງກັນ ແລະ ຄວບຄຸມ COVID-19 ສະໜັບສະໜູນໂດຍ ອົງການ WWO ແລະ ສະຖານທູດໄອແລນ/FHI 360
ຫວຽດນາມ ຢືນອັນດັບທີ 9 ໃນພາກພື້ນອາຊີຕາເວັນອອກ - ປາຊີຟິກ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ຫວຽດນາມ ຢືນອັນດັບທີ 9 ໃນພາກພື້ນອາຊີຕາເວັນອອກ - ປາຊີຟິກ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ

ອົງການ Quacquarelli Symonds (QS) ຂອງອັງກິດ ໄດ້ປະກາດການຈັດອັນດັບ ມະຫາວິທະຍາໄລໂລກຕາມຂະແໜງການສຶກສາ ປີ 2022 (QS World Ranking by subjects 2022). ຕາມ​ນັ້ນ​ແລ້ວ, ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ມີ​ຂະ​ແໜງເຕັກນິກ ແລະ ເຕັກໂນໂລຢີ ​ແລະ 5 ກຸ່ມຂະແໜງໄດ້​ຈັດ​ອັນ​ດັບ ​ຄື ເຕັກນິກ​ໄຟຟ້າ - ​ເອ​ເລັກ​ໂຕນິກ; ເຕັກນິກກົນຈັກ, ການບິນ ແລະ ປະດິດສ້າງ; ວິທະຍາສາດຄອມພິວເຕີ ແລະ ລະບົບຂໍ້ມູນຂ່າວສານ; ຄະນິດສາດ; ວິທະຍາສາດວັດສະດຸ.

ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ຢືນອັນດັບທີ 360 ໃນໂລກ ດ້ານເຕັກນິກ ແລະ ເຕັກໂນໂລຢີ
ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ຢືນອັນດັບທີ 360 ໃນໂລກ ດ້ານເຕັກນິກ ແລະ ເຕັກໂນໂລຢີ. ພາບ: ĐHBK

ທັງ 5 ກຸ່ມຂະແໜງການສຶກສາໄດ້ຈັດອັນອັບປີນີ້ ຂອງມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ລ້ວນແຕ່ໄດ້ເລື່ອນອັນດັບ, ຢືນອັນດັບທີໜຶ່ງຢູ່ຫວຽດນາມ ແລະ ທີ 300 ຫາ 450 ດີທີ່ສຸດໃນໂລກ, ນໍາຂົງເຂດຂະ​ແໜງເຕັກນິກ ແລະ ເຕັກໂນໂລຢີ ຢືນອັນດັບທີ 360 ໃນໂລກ.

ຕາຕະລາງ​ຈັດ​ອັນ​ດັບ​ມະຫາວິທະຍາ​ໄລ​ໂລກ ປີ 2022 ຂອງ QS ປະເມີນ 51 ກຸ່ມຂະແໜງການ. ກ່ອນ​ໜ້າ​ນີ້, ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ກໍ່ນອນໃນທອັບ 281-290 ມະຫາວິທະຍາ​ໄລ​ດີ​ທີ່​ສຸດ​ໃນ​ອາຊີ ຕາມ​ການຈັດ​ອັນ​ດັບ QS Asia 2022, ເລື່ອນ​ຂຶ້ນ 20 ​ຂັ້ນ​ເມື່ອ​ທຽບ​ໃສ່​ປີ​ກາຍ.

ບູນມີ

ເຫດການ
302 Found

Found

The document has moved here.