ຄະນະຜູ້ແທນສູນກາງສະຫະພັນກຳມະບານລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ມະຫາວິທະຍາໄລກຳມະບານ

11:01 | 23/07/2022

ຍສໝ - ຕາມ​ທ່ານນາງ ອາລີ ວົງໜໍ່ບຸນທໍາ, ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ ແລ້ວ, ການ​ພົວພັນ​ລະຫວ່າງ​ມະຫາວິທະຍາ​ໄລ​​ກຳມະບານ ​ກັບ​ອົງການ​​ກຳມະບານ​ລາວ ແມ່ນ​ຮູບ​ແບບ​ການ​ຮ່ວມ​ມື​ທີ່​ມີປະສິດທິ​ຜົນ ແລະ ແທດ​ຈິງ.

ການພົວພັນຫວຽດນາມ - ລາວ ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ການພົວພັນຫວຽດນາມ - ລາວ ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ກົມໃຫຍ່ເຕັກນິກ ສສ ຫວຽດນາມ ຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ກົມໃຫຍ່ເຕັກນິກ ສສ ຫວຽດນາມ

ຕອນ​ເຊົ້າ​ວັນ​ທີ 19 ກໍລະກົດ​, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ ​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ມະຫາວິທະຍາ​ໄລ​ກຳມະບານ.

ຄະນະຜູ້ແທນສູນກາງສະຫະພັນກຳມະບານລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ມະຫາວິທະຍາໄລກຳມະບານ

ຄະນະຜູ້ແທນສູນກາງສະຫະພັນກຳມະບານລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ມະຫາວິທະຍາໄລກຳມະບານ. ພາບ: laodongthudo.vn

ກ່າວ​ຄຳ​ເຫັນ​ທີ່​ການເຮັດວຽກ, ທ່ານ ປອ ​ເລ​ກາວຖັ໊ງ, ​ເລຂາພັກ, ປະທານ​ສະພາ​ມະຫາວິທະຍາ​ໄລກຳມະບານ ​ໄດ້​ຢືນຢັນວ່າ, ສືບ​ຕໍ່ມູນເຊື້ອ​ອັນ​ດີງາມໂດຍ​ບັນດາ​ການ​ນຳ​ປະຕິວັດ​ໄດ້ເພີ່ມພູນຄູນສ້າງ, ​ໃນ​ດ້ານ​ກຳມະບານ, ສະຫະພັນໃຫຍ່​ແຮງ​ງານ​ຫວຽດນາມ ​ແລະ ສູນ​ກາງ​ສະຫະພັນ​ກຳມະບານ​ລາວ ຍາມ​ໃດ​ກໍ່​ຮ່ວມ​ມື​ຮອບດ້ານ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ດ້ານ​ການ​ບໍາລຸງສ້າງ​ຢູ່​ມະຫາວິທະຍາ​ໄລ​ກຳມະບານ.

ນັບ​ແຕ່​ຊຸດຮຽນ​ທຳ​ອິດ​​ມີ​ການ​ນຳຫຼັກແຫຼ່ງ 20 ສະຫາຍ, ມາ​ຮອດ​ປະຈຸ​ບັນ, ສະຫະພັນໃຫຍ່​ແຮງ​ງານ​ຫວຽດນາມ, ມະຫາວິທະຍາ​ໄລ​ກຳມະບານ ​ໄດ້ບໍາລຸງສ້າງພະນັກງານ​ກຳມະບານ​ລາວ 617 ຄົນ.

ຕາມ​ທ່ານນາງ ອາລີ ວົງໜໍ່ບຸນທໍາ, ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ ແລ້ວ, ການ​ພົວພັນ​ລະຫວ່າງ​ມະຫາວິທະຍາ​ໄລ​​ກຳມະບານ ​ກັບ​ອົງການ​​ກຳມະບານ​ລາວ ແມ່ນ​ຮູບ​ແບບ​ການ​ຮ່ວມ​ມື​ທີ່​ມີປະສິດທິ​ຜົນ ແລະ ແທດ​ຈິງ. ທ່ານນາງ ອາລີ ວົງໜໍ່ບຸນທໍາ ເນັ້ນໜັກ ວ່າ: ພາຍຫຼັງຮຽນຢູ່ມະຫາວິທະຍາໄລກຳມະບານ, ມີພະນັກງານຫຼາຍຄົນໄດ້ກັບ ເມືອປະເທດ ດໍາລົງຕໍາແໜ່ງເປັນຜູ້ນຳໃນສະຫະພັນກຳມະບານ ແລະ ຂະແໜງການຕ່າງໆຂອງລາວ.

ບູນມີ

ເຫດການ
302 Found

Found

The document has moved here.