ທ່ານ ສາດສະດາຈານ ດັ້ງວັນຈີ໋, ສາດສະດາຈານສະເພາະຂະແໜງມະເຮັງ ມະຫາວິທະຍາໄລ Johns Hopkins, ຜູ້ອຳນວຍການວິທະຍາສາດມູນນິທິຄົ້ນຄວ້າມະເຮັງ Ludwig ໃຫ້ຮູ້ວ່າ: ມະຫາວິທະຍາໄລແພດສາດ Johns Hopkins ປາດຖະໜາຢາກເຊື່ອມຕໍ່ກັບບັນດາຄູ່ຮ່ວມມື, ມະຫາວິທະຍາໄລ, ໂຮງໝໍ ຫວຽດນາມ ເພື່ອໜູນຊ່ວຍຫວຽດນາມ ກໍ່ສ້າງທະນາຄານຊີວະວິທະຍາກ່ຽວກັບມະເຮັງຕັບ; ການຖ່າຍທອດເຕັກໂນໂລຢີ; ສະໜອງການບໍລິການປິ່ນປົວພະຍາດ; ຫນູນຊ່ວຍການບຳລຸງສ້າງ; ມອບໂອກາດໃຫ້ທ່ານໝໍ ຫວຽດນາມ ເຂົ້າຮ່ວມລາຍການຍົກສຸງຄວາມສາມາດປິ່ນປົວພະຍາດ ກ່ຽວກັບຕັບ ແລະ ມະເຮັງຕັບ ຢູ່ມະຫາວິທະຍາໄລແພດສາດ Johns Hopkins.
![]() |
ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ທ່ານ ສາດສະດາຈານ ດັ້ງວັນຈີ໋, ສາດສະດາຈານສະເພາະຂະແໜງມະເຮັງ ມະຫາວິທະຍາໄລ Johns Hopkins |
ທ່ານຮອງສາດສະດາຈານ, ທ່ານໝໍ ດາວອິ່ຢວານ, ຜູ້ອໍານວຍການສູນຄົ້ນຄວ້າສະເພາະຂະແໜງຕັບ ຂອງມະຫາວິທະຍາໄລແພດສາດ Johns Hopkins ຢູ່ ຫວຽດນາມ (JHU COE) ປາດຖະໜາຢາກໄດ້ຮັບການໜູນຊ່ວຍຂອງ VUFO ໃນການລົງທະບຽນນິຕິບຸກຄົນ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຂອງສູນຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.
ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ຕີລາຄາສູງຄວາມຫວັງດີ ແລະ ການໜູນຊ່ວຍຂອງມະຫາວິທະຍາໄລແພດສາດ Johns Hopkins ໃຫ້ສຳລັບ ຫວຽດນາມ. VUFO ເຫັນດີເປັນເອກະພັບສະໜັບສະໜູນມະຫາວິທະຍາໄລແພດສາດ Johns Hopkins ໃນການຊອກຫາ, ເຊື່ອມຕໍ່ກັບບັນດາຄູ່ຮ່ວມມື; ລົງທະບຽນ ແລະ ຜັນຂະຫຍາຍການເຄຶ່ອນໄຫວຢູ່ ຫວຽດນາມ.
ມິງດຶກ
ຂ່າວທີ່ກ່ຽວຂ້ອງ
ອົງການ LDSC - ຂົວທາງມະນຸດສະທຳລະຫວ່າງຊາວອາເມລິກາ ແລະ ຫວຽດນາມ
Thomas Eugene Wilber: ການເດີນທາງເພື່ອປິ່ນປົວສາຍພົວພັນຫວຽດນາມ - ອາເມລິກາ ຈາກບັນດາວັດຖຸທີ່ລະນຶກຂອງພໍ່
ເພີ່ມທະວີການຮ່ວມມືສອງຝ່າຍຕາມຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ອາເມລິກາ
ທ່ານອາດຈະມັກ
ເອກອັກຄະລັດຖະທູດລາວປະຈຳຫວຽດນາມ: ໝັ້ນໃຈວ່າກອງປະຊຸມໃຫຍ່ຄັ້ງ XIV ຈະນຳພາຫວຽດນາມເຂົ້າສູ່ໄລຍະແຫ່ງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສະແດງຄວາມໝັ້ນໃຈວ່າ ຫວຽດນາມ ຈະຈັດກອງປະຊຸມໃຫຍ່ຄັ້ງ XIV ໃຫ້ສຳເລັດຜົນ.
ສະຫວັນນະເຂດ 1, ໄຟຟ້າຂ້າມແດນ ແລະ ບົດບາດຂອງພາກເອກະຊົນ.
ຫາຍຟ່ອງ, ເງະອານ, ອານຢາງ: ຜັນຂະຫຍາຍປະຕິບັດການທູດປະຊາຊົນຢ່າງມີປະສິດທິຜົນ
ຫວຽດນາມ ແລະ ຍີ່ປຸ່ນ ແບ່ງປັນປະສົບການໃນການຄຸ້ມຄອງພາສີອາກອນ ແລະ ການຫັນປ່ຽນດີຈີຕອນ.
