ນັກສຶກສາມະຫາວິທະຍາໄລເຫ້ວ ໄດ້ຮັບທຶນການສຶກສາ ຈາກສອງອົງການຈັດຕັ້ງຂອງຍີ່ປຸ່ນ

05:43 | 28/11/2023

ຍສໝ - ວັນທີ 27 ພະຈິກ, ມະຫາວິທະຍາໄລເຫ້ວ ໄດ້ສົມທົບກັບ ສະຫະພັນເສດຖະກິດຍີ່ປຸ່ນ (Keidanren) ແລະ ສະມາຄົມນັກທຸລະກິດຍີ່ປຸ່ນ (JCCI) ຈັດຕັ້ງພິທີມອບທຶນການສຶກສາໃຫ້ແກ່ນັກຮຽນທີ່ຜ່ານຜ່າຄວາມຫຍຸ້ງຍາກຂອງໂຮງຮຽນ.

ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ລົງຕົວຈິງວັດທະນະທໍາ Kyoto ຢູ່ແຂວງ ເທື່ອທຽນເຫ້ວ ລົງຕົວຈິງວັດທະນະທໍາ Kyoto ຢູ່ແຂວງ ເທື່ອທຽນເຫ້ວ

ນັກສຶກສາມະຫາວິທະຍາໄລເຫ້ວ ໄດ້ຮັບທຶນການສຶກສາຈາກສອງອົງການຈັດຕັ້ງຂອງຍີ່ປຸ່ນ

ວັນທີ 27 ພະຈິກ, ມະຫາວິທະຍາໄລເຫ້ວ ໄດ້ສົມທົບກັບ ສະຫະພັນເສດຖະກິດຍີ່ປຸ່ນ (Keidanren) ແລະ ສະມາຄົມນັກທຸລະກິດຍີ່ປຸ່ນ (JCCI) ຈັດຕັ້ງພິທີມອບທຶນການສຶກສາໃຫ້ແກ່ນັກຮຽນທີ່ຜ່ານຜ່າຄວາມຫຍຸ້ງຍາກຂອງໂຮງຮຽນ.

ນີ້​ແມ່ນ​ທຶນ​ການ​ສຶກສາ ​ທີ່​ໄດ້​ມອບ​ໃຫ້​ບັນດາ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ເຫ້ວ ນັບ​ແຕ່​ປີ 2002 ​ແລະ ​ແມ່ນ​ທຶນ​ການ​ສຶກສາ​ຄັ້ງ​ທີ 2 ຂອງ Keidanren ​ແລະ JCCI ​ໃນ​ປີ 2023 ເຊິ່ງມີ​ນັກ​ສຶກສາຈໍານວນ 40 ຄົນ ​ໄດ້​ຮັບ​ທຶນ​ສຶກສານີ້.

Sinh viên Đại học Huế nhận học bổng của Keidanren và JCCI. (Ảnh: Đại học Huế)  ນັກສຶກສາ ມະຫາວິທະຍາໄລເຫວ້ ໄດ້ຮັບທຶນການສຶກສາຈາກ Keidanren ແລະ JCCI. (ພາບ: ມະຫາວິທະຍາໄລເຫ້ວ)
ນັກສຶກສາ ມະຫາວິທະຍາໄລເຫວ້ ທີ່ໄດ້ຮັບທຶນການສຶກສາຈາກ Keidanren ແລະ JCCI. (ພາບ: ມະຫາວິທະຍາໄລເຫ້ວ)

ກ່ອນ​ໜ້າ​ນີ້, ​ໃນ​ເດືອນມີນາ 2023, ມີນັກ​ສຶກສາ​ມະຫາວິທະຍາ​ໄລ​ເຫ້ວຈໍານວນ 20 ຄົນກໍ່​ໄດ້​ຮັບ​ທຶນ​ສຶກສາ​ຈາກ​ສອງ​ອົງການ​ນີ້. ແຕ່ລະທຶນການສຶກສາມີມູນຄ່າ 7 ລ້ານດົ່ງ.

ນັກສຶກສາທີ່ໄດ້ຮັບທຶນການສຶກສາຈາກສອງອົງການຈັດຕັ້ງຂອງຍີ່ປຸ່ນ ແມ່ນນັກສຶກສາທີ່ມີຖານະທາງດ້ານຄອບຄົວທີ່ຫຍຸ້ງຍາກ ແລະ ມີຜົນງານການສຶກສາຮໍ່າຮຽນເກັ່ງ ໃນສົກຮຽນ 2022-2023. ສໍາລັບນັກສຶກສາປີທໍາອິດ, ອີງໃສ່ຄະແນນການສອບເສັງໂຮງຮຽນມັດທະຍົມຕອນປາຍ ປີ 2023 ຫຼືຄະແນນການເສັງຄັດເລືອກເຂົ້າມະຫາວິທະຍາໄລ. ນັກສຶກສາທີ່ມີລະດັບພາສາຕ່າງປະເທດ ພາສາຍີ່ປຸ່ນ ແລະ ມີຄວາມຕັ້ງໃຈທີ່ຈະເຮັດວຽກຢູ່ບໍລິສັດຍີ່ປຸ່ນ ແມ່ນເປົ້າໝາຍບູລິມະສິດ.

ໃນທີ່​ພິທີ​ມອບ​ທຶນ​ການ​ສຶກສາ, ຜູ້ຕາງໜ້າ​ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ຜູ້​ອຸປະຖຳ​ຂອງ​ຍີ່​ປຸ່ນ ​ໄດ້​ໄປ​ຢ້ຽມຢາມ ​ແລະ ຊຸກຍູ້​ບັນດາ​ນັກ​ສຶກສາ. ພ້ອມ​ກັນ​ນັ້ນ, ​ກໍ່ຫວັງ​ວ່າ​ບັນດາ​ນັກ​ສຶກສາ ​ຈະ​ສືບ​ຕໍ່ເອົາໃຈໃສ່​ພະຍາຍາມສຶກສາ​ຮ່ຳຮຽນ ​ແລະ ນຳ​ໃຊ້​ທຶນ​ການສຶກສາ​ຢ່າງ​ມີ​ປະສິດທິ​ຜົນ.

ຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.