ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ

07:58 | 05/10/2022

ຍສໝ - ຫວ່າງແລ້ວນີ້, ຢູ່​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ, ມະຫາວິທະຍາ​ໄລ​ດາ​ນັງ ​ໄດ້ຈັດຕັ້ງພິທີ​ເປີດ​ຕົວ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ. ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລ ດານັງ ໄດ້ຈັດຕັ້ງຂຶ້ນຕາມມະຕິເລກທີ 27 ຂອງສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ນະຄອນ ດານັງ, ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວການທູດປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ.

ຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງ Kanagawa (ຍີ່ປຸ່ນ) ຫວຽດນາມ ຊຸກຍູ້ການລົງທຶນຢູ່ແຂວງ Kanagawa (ຍີ່ປຸ່ນ)
ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ

ກ່າວຄຳເຫັນທີ່ພິທີ, ທ່ານ ຮສ.ປອ. ຫງວຽນວັນລອງ, ຮອງອຳນວຍການມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ ໃຫ້ຮູ້ວ່າ: ດ້ວຍເກືອບ 20 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ຄະນະພາສາ ແລະ ວັດທະນະທໍາຍີ່ປຸ່ນ, ມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລ ດານັງ ໄດ້ສ້າງຕັ້ງຫຼາຍການ​ພົວພັນ​ຮ່ວມ​ມືທີ່​ແໜ້ນ​ແຟ້ນ ແລະ ເປັນມິດກັບ​ບັນດາ​ອົງການຂຶ້ນກັບລັດຖະບານ ຍີ່ປຸ່ນ, ອຳນາດກາານປົກຄອງທ້ອງຖິ່ນ​ຂອງ​ບັນດາ​ແຂວງ, ນະຄອນ ​ແລະ ກວ່າ 200 ວິ​ສາ​ຫະກິດ, ອົງການ​ຂອງ​ຍີ່​ປຸ່ນ… ບົນ​ພື້ນຖານ​ນັ້ນ, ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ຢູ່​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ - ມະຫາວິທະຍາ​ໄລ​ດາ​ນັງ ​ແມ່ນສ້າງ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ດາ​ນັງ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ທາງ​ການ​ທູດປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ.

ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ
ທ່ານ ສຈ.ປອ. ເຈີນວັນນາມ ມອບ​ຂໍ້ຕົກລົງ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ, ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ.

ທ່ານ Shimonishi Kiyosih, ຮອງ​ກົງ​ສຸນໃຫຍ່ຍີ່ປຸ່ນ ປະຈຳ​ນະຄອນ ດານັງ ປາດ​ຖະໜາ​ວ່າ ​ໃນ​ສະພາບ​ການ​ເປັນ​ປົກກະຕິ​ໃໝ່ ​ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19 ​ແລະ ນະ​ໂຍບາຍ​ເປີດ​ປະຕູ​ຂອງ​ສອງ​ປະ​ເທດ ຫວຽດນາມ - ຍີ່ປຸ່ນ, ສະມາຄົມມິດຕະພາບຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ ຈະຈັດຕັ້ງຫຼາຍໂຄງການພົບປະແລກປ່ຽນປະຊາຊົນ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດໃນປີ 2023.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ Shimonishi Kiyosih ກໍ່​ເຊື່ອ​ໝັ້ນ​ວ່າ ບັນດາ​ຄູ​ອາຈານ ​ແລະ ນັກ​ສຶກສາ​ທີ່​ຮ່ຳຮຽນ​ພາສາ ​ແລະ ວັດທະນະທຳ ຍີ່ປຸ່ນ ຈະ​ແມ່ນ​ຜູ້​ນຳໜ້າ ​ແລະ ​ເປັນ​ຂົວ​ຕໍ່​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ກ່າວຄຳເຫັນທີ່ພິທີ, ທ່ານ ສຈ.ປອ. ເຈີນວັນນາມ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່​ນະຄອນ ດານັງ, ອະດີດ​ຜູ້​ອຳ​ນວຍ​ການ​ມະຫາວິທະຍາ​ໄລ ດາ​ນັງ ສະເໜີສະມາຄົມເສີມຂະຫຍາຍບັນດາ​ທ່າ​ແຮງ, ພູມ​ປັນຍາ, ຍາດ​ແຍ່ງ​ເອົາ​ການ​ພົວພັນ​ທີ່​ພວມມີ​ຢູ່​ແລ້ວ, ​ພ້ອມທັງເປີດກວ້າງ ​ແລະ ພັດທະນາ​ການ​ຮ່ວມ​ມື​ກັບບັນດາຄູ່​ຮ່ວມມືຍີ່ປຸ່ນ​ຢູ່​ພາຍ​ໃນ ​ແລະ ​ຕ່າງ​ປະ​ເທດ​. ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ແລະ ແທດຈິງ, ສະມາຄົມ​ຈະ​ປະກອບສ່ວນ​ພັດທະນາ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ທູດປະຊາຊົນ​ຂອງ​ມະຫາວິທະຍາ​ໄລ ເວົ້າສະເພາະ, ພິ​ເສດ​ແມ່ນ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ເວົ້າລວມ.

ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ
ການພົບປະເຈລະຈາ ຊັບພະຍາກອນມະນຸດ ໃນການຜະລິດອຸດສາຫະກຳ

ຕາມທ່ານ ສຈ.ປອ. ເຈີນວັນນາມ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ຢູ່​ນະຄອນ​ດາ​ນັງ, ມີ 7 ສາຂາ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ. ​ເລື່ອງ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່​ປຸ່ນ ຢູ່​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ, ມະຫາວິທະຍາໄລ ດານັງ ​ແມ່ນເພື່ອ​ແນ​ໃສ່​ກໍ່ສ້າງ, ຮັດ​ແໜ້ນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ມະຫາວິທະຍາ​ໄລ ​ແລະ ບັນດາ​ຄູ່​ຮ່ວມ​ມື ຍີ່ປຸ່ນ, ສຸມ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ບຳລຸງສ້າງ, ຄົ້ນ​ຄ້ວາ​ວິທະຍາສາດ, ການ​ພົວພັນ​ກັບບັນດາ​ວິ​ສາ​ຫະກິດ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ, ​ແລກປ່ຽນ​ວັດທະນະທຳ, ການ​ທູດ​ປະຊາຊົນ, ປະກອບສ່ວນ​ຊຸກຍູ້​ການເປີດກວ້າງຫັນເປັນ​ຄວາມ​ຫຼາກ​ຫຼາຍ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ ສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ຢູ່ນະຄອນ ດານັງ.

ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ
ທ່ານ ສຈ.ປອ. ເຈີນວັນນາມ
ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ
ທ່ານ Shimonishi Kiyosih, ຮອງ​ກົງ​ສຸນໃຫຍ່ຍີ່ປຸ່ນ ປະຈຳ​ນະຄອນ ດານັງ

ກ່າວຄຳເຫັນທີ່ການຮັບໜ້າທີ່, ທ່ານ ປອ. ຮວິ່ງງັອກ​ມາຍຄາ, ຮອງອຳນວຍການມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ ​ກ່າວ​ວ່າ ງານ​ໃນ​ມື້​ນີ້​ ແມ່ນ​ຂີດໝາຍທີ່ໜ້າຈົດຈຳສຳລັບ​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ, ມະຫາວິທະຍາ​ໄລ​ດາ​ນັງ ​ເວົ້າ​ລວມ, ຄະນະ​ພາສາ ​ແລະ​ວັດທະນະທຳ​ຍີ່ປຸ່ນ ​ເວົ້າ​ສະ​ເພາະ, ​ເປັນ​ຂີດ​ໝາຍ​ການ​ພັດທະນາ​ໃໝ່​ໃນ​ການເຄື່ອນໄຫວ​ການ​ທູດ​ປະຊາຊົນ​ຂອງ​ມະຫາວິທະຍາ​ໄລ, ພິ​ເສດ​ແມ່ນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ.

ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ
ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ
ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ
ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ
ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.