ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 17 ເມສາ, ທີ​່ສູນວັດ​ທະ​ນະ​ທຳ​ ຫວຽດ​ນາມ ຢູ່ນະ​ຄອນ​ຫຼວງ​ວຽງ​ຈັນ ໄດ້ດຳເນີນວັນບຸນວັດ​ທະ​ນະ​ທຳ​-ເຊື່ອມ​ຕໍ່​ການ​ຄ້າ ໂດຍສະ​ມາ​ຄົມ​ຕິດຕໍ່ພົວພັນກັບຄົນ​ ຫວຽດ​ນາມ ທີ່ອາໄສ​ຢູ່​ຕ່າງ​ປະ​ເທດ ສົມທົບ​ກັບ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ ຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ຈັດຕັ້ງ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານພະລັງງານ ແລະ ຊັບພະຍາກອນແຮ່ທາດ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານພະລັງງານ ແລະ ຊັບພະຍາກອນແຮ່ທາດ.

ຍສໝ - ວັນ​ທີ 7 ​ເມສາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ ລັດຖະມົນຕີ​ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢ່່ຽນ ​ໄດ້​ມີ​ການພົບປະເຈລະຈາ​ກັບ​ທ່ານ ລັດຖະມົນຕີ​ພະລັງງານ ​ແລະ ບໍ່​ແຮ່ ລາວ ​ໂພ​ໄຊ ​ໄຊ​ຍະ​ສອນ.

ຈຸດພົ້ນເດັ່ນຈາກເສດຖະກິດດ່ານຊາຍແດນ ຫວຽດນາມ - ລາວ

ຈຸດພົ້ນເດັ່ນຈາກເສດຖະກິດດ່ານຊາຍແດນ ຫວຽດນາມ - ລາວ

ຍສໝ - ໃນຊຸມປີຜ່ານມາ, ວົງເງິນການຄ້າລະຫວ່າງຫວຽດນາມ ແລະ ລາວ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ສະແດງໃຫ້ເຫັນຜ່ານການເພີ່ມຂຶ້ນຢ່າງແຮງຂອງຈຳນວນສິນຄ້ານຳເຂົ້າ ແລະສົ່ງອອກຜ່ານດ່ານຊາຍແດນ. ລະບົບດ່ານຊາຍແດນນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ, ພ້ອມກັບບັນດານະໂຍບາຍບຸລິມະສິດຂອງສອງລັດຖະບານໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວໃນການພົວພັນແລກປ່ຽນການຄ້າສອງສົ້ນ.

ຄະນະການຕິດຕໍ່ມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ລາວ: ສືບຕໍ່ເສີມຂະຫຍາຍບົດບາດຂອງການທູດປະຊາຊົນ, ເພີ່ມທະວີຄວາມສາມັກຄີຂອງສອງປະເທດ

ຄະນະການຕິດຕໍ່ມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ລາວ: ສືບຕໍ່ເສີມຂະຫຍາຍບົດບາດຂອງການທູດປະຊາຊົນ, ເພີ່ມທະວີຄວາມສາມັກຄີຂອງສອງປະເທດ

ຍສໝ - ດ້ວຍ​ບົດບາດ​ຮັກສາ​ຮີດຄອງ​ປະ​ເພນີ, ອະນຸລັກ​ຮັກສາ​ປະຫວັດສາດ, ປະກອບສ່ວນ​ປະສົບ​ການ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ການ​ທູດ​ປະຊາຊົນ​ຫວຽດນາມ - ລາວ, ຄະນະ​ກຳມະການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດນາມ - ລາວ ຍາມ​ໃດ​ກໍ່​ປະຕິບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ. ບົດບາດ​ເປັນ​ຂົວ​ຕໍ່​ຮັດ​ແໜ້ນ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ. ນີ້​ແມ່ນ​ຄຳ​ຖະ​ແຫຼງ​ຂອງ​ທ່ານ​ພົນຕີ ຫງວຽນ​ຕຽນ​ລອງ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ສູນ​ກາງ​ຫວຽດ​ນາມ - ລາວ, ຮອງ​ຫົວ​ໜ້າ​ຄະ​ນະການຕິດຕໍ່.

ຫວຽດນາມ - ລາວ ເພີ່ມທະວີການປົກປັກຮັກສາປ່າໄມ້ຢູ່ເຂດຊາຍແດນ

ຫວຽດນາມ - ລາວ ເພີ່ມທະວີການປົກປັກຮັກສາປ່າໄມ້ຢູ່ເຂດຊາຍແດນ

ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບກ່ຽວກັບການແກ້ໄຂການສົມທົບກັນປະຕິບັດວຽກງານປົກປັກຮັກສາປ່າໄມ້, ປ້ອງກັນໄຟໄໝ້ປ່າຢູ່ເຂດຊາຍແດນຂອງສອງຝ່າຍໃນໄລຍະຈະມາເຖິງ ຄື: ສືບຕໍ່ເພີ່ມທະວີການສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງວຽກງານປົກປັກຮັກສາປ່າໄມ້, ປ້ອງກັນໄຟໄໝ້ປ່າ; ເພີ່ມທະວີການລາດຕະເວນສອງຝ່າຍເພື່ອປົກປັກຮັກສາປ່າໄມ້, ຮ່ວມມືແລກປ່ຽນເຕັກນິກ, ບົດຮຽນກ່ຽວກັບການປົກປັກຮັກສາປ່າໄມ້, ການປ້ອງກັນໄຟໄໝ້ປ່າ...

ສະມາຄົມມິດຕະພາບຫວຽດນາມ - ລາວ ຂໍອວຍພອນໃຫ້ປະຊາຊົນລາວ ຈົ່ງມີຄວາມສຸກຄວາມຈະເລີນໃນບຸນປີໃໝ່ລາວ ພສ 2567

ສະມາຄົມມິດຕະພາບຫວຽດນາມ - ລາວ ຂໍອວຍພອນໃຫ້ປະຊາຊົນລາວ ຈົ່ງມີຄວາມສຸກຄວາມຈະເລີນໃນບຸນປີໃໝ່ລາວ ພສ 2567

ຍສໝ - ຕອນ​ບ່າຍ​ວັນ​ທີ 5 ເມສາ, ຢູ່​ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໂດຍ​ທ່ານ ຫງວຽນ​ດັກ​ວິງ, ກຳມະການ​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການ​ວັດທະນະທຳ ​ແລະ ການ​ສຶກສາ​ສະພາ​ແຫ່ງ​ຊາດ, ປະທານ​ສະມາຄົມ ​ໄດ້​ເຂົ້າ​ຮ່ວມ​ພິທີ​ອວຍພອນ ສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2567.

ຫວຽດນາມ - ລາວ - ຈີນ ກວດກາຫຼັກໝາຍຊາຍແດນຮ່ວມ

ຫວຽດນາມ - ລາວ - ຈີນ ກວດກາຫຼັກໝາຍຊາຍແດນຮ່ວມ

ຍສໝ - ຫຼັກໝາຍຊາຍແດນ ອາປາຈ້າຍ ຕັ້ງຢູ່ຈອມພູ ຄວານລາຊານ ຂຶ້ນກັບຕາແສງ ສິນເທົ່າ, ເມືອງ ເມື່ອງແຍ໊, ແຂວງດ້ຽນບຽນ ຂອງຫວຽດນາມ, ຕິດຈອດກັບເຂດ 11, ເມືອງຍອດອູ, ແຂວງຜົ້ງສາລີ ຂອງລາວ ແລະເທດສະບານ Qu Shui, ເມືອງ Jiang Cheng, ແຂວງຢຸນນານ ຂອງຈີນ. ຫຼັກໝາຍຊາຍແດນຮ່ວມແຫ່ງນີ້ ໂດຍ 3 ປະເທດ ຫວຽດນາມ-ລາວ-ຈີນ ກໍ່ສ້າງໃນປີ 2005, ກໍໄດ້ເອີ້ນວ່າ ຫຼັກໝາຍເລກທີ 0, ຈຸດເລີ່ມຕົ້ນຂອງເສັ້ນຊາຍແດນ ຫວຽດນາມ - ຈີນ.

ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທຫງວຽນ: 15 ປີແຫ່ງວັນສ້າງຂົວມິດຕະພາບ

ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທຫງວຽນ: 15 ປີແຫ່ງວັນສ້າງຂົວມິດຕະພາບ

ຍສໝ - ວັນທີ 15 ມີນານີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທຫງວຽນ ໄດ້ຈັດຕັ້ງການພົບປະເນື່ອງໃນສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງສະມາຄົມ (15 ມີນາ 2009 – 15 ມີນາ 2024). ​ໂດຍເຂົ້າ​ຮ່ວມ ​ມີ​ຜູ້ຕາງໜ້າ​ຈາກ​ບັນດາ​ຄະນະ, ຂະແໜງການ ແລະ ​ໂຮງຮຽນທີ່ມີນັກ​ສຶກສາລາວ ຮຽນໃນບໍລິເວນແຂວງ.

ແນວຄວາມຄິດສ້າງຕັ້ງເຂດເສດຖະກິດການຄ້າຂ້າມຊາຍແດນ ຫວຽດນາມ - ລາວ

ແນວຄວາມຄິດສ້າງຕັ້ງເຂດເສດຖະກິດການຄ້າຂ້າມຊາຍແດນ ຫວຽດນາມ - ລາວ

ຍສໝ - ການສ້າງເຂດເສດຖະກິດການຄ້າາຂ້າມຊາຍແດນລວມ ລາວບາວ - ແດນສະຫວັນ ໃຫ້ຄຳໝັ້ນສັນຍາວ່າ ຈະເປັນກະແສລົມໃໝ່, ຈຸດໝາຍປາຍທາງໃໝ່ທີ່ຟົດຟື້ນໃນສາຍແລວເສດຖະກິດຕາເວັນຕົກຕາເວັນອອກ.

9 ແຂວງຂອງ ສປປ ລາວ ເພີ່ມທະວີການຮ່ວມມືກັບແຂວງເຊີນລາ

9 ແຂວງຂອງ ສປປ ລາວ ເພີ່ມທະວີການຮ່ວມມືກັບແຂວງເຊີນລາ

ຍສໝ - ໃນໄລຍະຜ່ານມາ, ພະແນກພົວພັນຕ່າງປະເທດແຂວງເຊີນລາ ແລະພະແນກພົວພັນຕ່າງປະເທດ 9 ແຂວງຂອງ ສປປ ລາວ ໄດ້ສົມທົບກັນປະຕິບັດໜ້າທີ່ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງຂອງແຕ່ລະຝ່າຍກ່ຽວກັບວຽກງານພົວພັນຕ່າງປະເທດ.

ກະຊວງປອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື

ກະຊວງປອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື

ຍສໝ - ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມໃນວົງແຄບກະຊວງປອງກັນປະເທດ ອາ​ຊຽນ (ADMM ແຄບ), ຕອນ​ບ່າຍ​ວັນ​ທີ 4 ມີນາ, ຢູ່​ແຂວງ ຫລວງ​ພະ​ບາງ, ​ແຂວງ​ພາກ​ເໜືອ​ຂອງ​ລາວ, ທ່ານ​ພົນໂທ ຫງວຽນ​ເຕີນເກືອງ - ຫົວໜ້າເສນາທິການໃຫຍ່ ກອງທັບ​ປະຊາຊົນ​ ຫວຽດນາມ, ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ ໄດ້ມີບັນດາການພົບພະຫຼາຍຝ່າຍກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ລາວ ​ແລະ ທ່ານ​ພົນ​ເອກTea Seiha - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ກຳປູ​ເຈຍ.

9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ສືບຕໍ່ຮ່ວມມືຮອບດ້ານ

9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ສືບຕໍ່ຮ່ວມມືຮອບດ້ານ

ຍສໝ - ແຂວງເງະອານ ປາດຖະໜາຢາກຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 9 ແຂວງໃນໄລຍະຈະມາເຖິງ, ສ້າງເງື່ອນໄຂດີທີ່ສຸດ ເພື່ອຊຸກຍູ້ວິສາຫະກິດຮ່ວມມື; ຮຽກຮ້ອງໃຫ້ຄະນະຜູ້ແທນແຂວງບໍລິຄຳໄຊ ລາຍງານຕໍ່ອໍານາດການປົກຄອງແຂວງບໍລິຄຳໄຊ ສະເໜີຕໍ່ລັດຖະບານລາວ ປະກາດດ່ານນ້ຳອ່ອນເປັນດ່ານຊາຍແດນຫຼັກໂດຍໄວ, ສ້າງເງື່ອນໄຂຊຸກຍູ້ການເຄື່ອນໄຫວນຳເຂົ້າ-ສົ່ງອອກ, ການເຂົ້າ-ອອກເມືອງຢ່າງສະດວກ.

ກະຊວງປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື

ກະຊວງປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື

ຍສໝ - ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ (ADMM ແຄບ), ຕອນ​ບ່າຍ​ວັນ​ທີ 4 ມີນາ, ຢູ່​ແຂວງ ຫລວງ​ພະ​ບາງ, ​ແຂວງ​ພາກ​ເໜືອ​ຂອງ​ລາວ, ທ່ານພົນໂທຫງວຽນ​ເຕີນ​ເກື່ອງ, ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ພົນເອກຈັນ​ສະໝອນ ຈັນຍາລາດ - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ແລະ ທ່ານ​ພົນເອກ Tea Seiha - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ.

ສືບຕໍ່ເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ

ສືບຕໍ່ເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ

ຍສໝ - ວັນ​ທີ 26 ກຸມພາ​ນີ້, ຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ດຳເນີນການ​ພົບ​ປະ​ຂັ້ນ​ສູງ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ​ໂດຍທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ທອງລຸນ ສີສຸລິດ ເປັນເຈົ້າພາບຈັດຕັ້ງ.

ທະຫານປ້ອງກັນຊາຍແດນ ກວາງຈີ້ ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນປະຊາຊົນລະຫວ່າງ ຫວຽດນາມ - ລາວ

ທະຫານປ້ອງກັນຊາຍແດນ ກວາງຈີ້ ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນປະຊາຊົນລະຫວ່າງ ຫວຽດນາມ - ລາວ

ຍສໝ - ຢູ່​ແຂວງ ກວາງ​ຈີ້, ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງປະເທດ ຫວຽດນາມ - ລາວ, ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ໃນ 5 ປີທີ່​ຜ່ານ​ມາ ​ໄດ້​ຕິດ​ພັນ, ​ຮ່ວມ​ເດີນທາງກັບ​ປະຊາຊົນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດແຄວ້ນ, ຄວາມໝັ້ນຄົງຊາຍ​ແດນ​ຂອງ​ຊາດ.

ວິທະຍາຄານການແພດທະຫານຫວຽດນາມ - ລາວ ຮ່ວມມືບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ

ວິທະຍາຄານການແພດທະຫານຫວຽດນາມ - ລາວ ຮ່ວມມືບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ

ຍສໝ - ວິທະຍາຄານການແພດທະຫານ ຫວຽດນາມ ແລະ ວິທະຍາຄານການແພດກອງທັ ບລາວ ໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັດບັນດາເນື້ອໃນຕາມແຜນການຮ່ວມມືປະຈຳປີຂອງກະຊວງປ້ອງກັນປະເທດ 2 ປະເທດກ່ຽວກັບການບຳລຸງສ້າງພະນັກງານຂະແໜງການແພດທະຫານໃຫ້ແກ່ກອງທັບປະຊາຊົນລາວ. ນອກ​ນັ້ນ, ​ກໍ່ໄດ້​ສົ່ງ​ນັກ​ຊ່ຽວຊານ ​ຫວຽດນາມ ໄປ​ລາວ ​ເພື່ອ​ໜູນ​ຊ່ວຍ​ການບຳລຸງສ້າງ; ຈັດຕັ້ງບັນດາຊຸດຮຽນບຳລຸງ, ການ​ຝຶກ​ອົບ​ຮົມ ​ແລະ ບຳລຸງສ້າງຄູອາຈານ; ​ຮັບ​ເອົາການ​ບຳລຸງສ້າງໄລ​ຍະ​ສັ້ນ​ໃຫ້​ພະ​ນັກ​ງານ, ອາຈານສອນ, ນັກເຕັກນິກຂອງວິທະຍາຄານການແພດກອງທັບ ລາວ; ການບຳລຸງສ້າງ​ໄລ​ຍະ​ສັ້ນໃນການປະຕິບັດກວດວິເຄາະພະຍາດຢູ່ບັນດາໂຮງໝໍ, ສູນຂຶ້ນກັບວິທະຍາຄານການແພດທະຫານ ຫວຽດນາມ. ຈັດ​ຕັ້ງ​ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ​ລະ​ຫວ່າງ​ບັນດາໂຮງຮຽນວິທະຍາຄານການແພດທະຫານ ຫວຽດນາມ - ວິທະຍາຄານການແພດກອງທັບລາວ ໃນທຸກໆ 2 ປີຕໍ່ເທື່ອ; ຮ່ວມມື​ກັນ​ຜັນຂະຫຍາຍ​ບັນດາ​ໂຄງການ​ຄົ້ນຄວ້າ​ວິທະຍາສາດ​ໃນ​ຂົງ​ເຂດການແພດການທະຫານ, ຮັບປະກັນ​ການ​ແພດ​ທະຫານ ​ແລະ ​ແພດສາດ​ພື້ນຖານ​ຕາມ​ຫຼັກການ​ການ​ທູດ​ການ​ທະຫານ​ລະຫວ່າງ 2 ປະ​ເທດ.

ບຸນປີໃໝ່ປະຈຳຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ

ບຸນປີໃໝ່ປະຈຳຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ

ຍສໝ - ບຸນເຕັດແມ່ນງານບຸນໃຫຍ່ ແລະສຳຄັນທີ່ສຸດຂອງຊາວຫວຽດນາມ ໃນປີ. ບຸນເຕັດກໍ່ເປັນການເລີ່ມຕົ້ນປີໃໝ່, ສະນັ້ນຈຶ່ງໄດ້ຮັບການຝາກຝັງຄວາມປາດຖະໜາຫຼາຍຢ່າງໃນປີ.

ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນສາຍພົວພັນພິເສດ ຫວຽດນາມ - ລາວ

ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນສາຍພົວພັນພິເສດ ຫວຽດນາມ - ລາວ

ຍສໝ - ທ່ານພົນໂທ ຝຸ່ງສີ໊ເຕີນ ເນັ້ນໜັກວ່າ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ລາວ ໃນໄລຍະຜ່ານມາສືບຕໍ່ໄດ້ຮັບການຊຸກຍູ້ ແລະຜັນຂະຫຍາຍຢ່າງມີປະສິດທິຜົນ, ພິເສດແມ່ນໃນບັນດາຂົງເຂດ ຄື: ການແລກປ່ຽນຄະນະຜູ້ແທນ (ພິເສດແມ່ນຄະນະຜູ້ແທນຂັ້ນສູງ), ການບຳລຸງສ້າງຊັບພະຍາກອນມະນຸດ, ການໂຄສະນາເຜີຍແຜ່ກ່ຽວກັບການພົວພັນສາມັກຄີລະຫວ່າງສອງປະເທດ ແລະສອງກອງທັບ, ການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ..

ເຫດການ