ຫວຽດນາມ - ລາວ ເພີ່ມທະວີຫານພັດທະນາຂະແໜງການກິລາ

12:06 | 27/01/2024

ຫວຽດນາມ - ລາວ ເພີມທະວີຫານພັດທະນາຂະແໜງການກິລາ

ທ່ານເອກອັກຄະລັດຖະທູດ Denny Abdi: ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃຫ້ເລິກເຊິ່ງກ່ວາອີກ ທ່ານເອກອັກຄະລັດຖະທູດ Denny Abdi: ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃຫ້ເລິກເຊິ່ງກ່ວາອີກ
ວິທະຍາຄານການແພດທະຫານຫວຽດນາມ - ລາວ ຮ່ວມມືບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ ວິທະຍາຄານການແພດທະຫານຫວຽດນາມ - ລາວ ຮ່ວມມືບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ

ຕອນບ່າຍວັນທີ 27 ມັງກອນ, ທີ່ນະຄອນຫຼວງວຽງຈັນ, ລາວ, ທ່ານ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຫງວຽນວັນຮຸ່ງ ໄດ້ມີການພົບປະ, ເຮັດວຽກສອງຝ່າຍກັບທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ.

ຫວຽດນາມ - ລາວ ເພີ່ມທະວີຫານພັດທະນາຂະແໜງການກິລາ

ບັນຍາກາດທີ່ການເຮັດວຽກ. ພາບ: toquoc.vn

ໂດຍສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບທ່ານລັດຖະມົມຕີ ຫງວຽນວັນຮຸ່ງ, ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ໄດ້ສະແດງຄວາມຂອບໃຈມາຍັງຄະນະຜູ້ແທນຫວຽດນາມ ທີ່ໄດ້ໜູນຊ່ວຍລາວ ໃນການເຄື່ອນໄຫວຈັດຕັ້ງເວທີປາໄສການທ່ອງທ່ຽວອາຊຽນ 2024, ພ້ອມທັງສະຫຼະເວລາມາຢ້ຽມຢາມກະຊວງສຶກສາທິການ ແລະກິລາລາວ.

ທ່ານ ພຸດ ສິມມະລາວົງ ຊົມເຊີຍຫວຽດນາມ ກ່ຽວກັບຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາໃນຂົງເຂດກິລາ, ກາຍະກໍາ.

ທ່ານ ພຸດ ສິມມະລາວົງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນໄດ້ວ່າ ຂະແໜງກິລາຫວຽດນາມ ມີບາດກ້າວພັດທະນາຢ່າງຮອບດ້ານ, ພິເສດແມ່ນບານເຕະ, ຫວຽດນາມ ໄດ້ຈັດຕັ້ງສໍາເລັດງານມະຫາກຳກິລາ ຊີເກມ 31 ປີ 2022 ໃນສະພາບທີ່ພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນ... ທ່ານ ພຸດ ສິມມະລາວົງ ຫວັງວ່າ ຂະແໜງກິລາຫວຽດນາມ ຈະສືບຕໍ່ບືນຕົວຂຶ້ນສູູງ ແລະກ້າວໄປໄກກວ່າໃນອະນາຄົດ.

ຫວຽດນາມ - ລາວ ເພີ່ມທະວີຫານພັດທະນາຂະແໜງການກິລາ

ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ. ພາບ: toquoc.vn

ເມື່ອແບ່ງປັນກ່ຽວກັບສະພາບການເຄື່ອນໄຫວກິລາຂອງລາວ, ທ່ານ ພຸດ ສິມມະລາວົງ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ລາວ ໄດ້ຈັດສົ່ງນັກກິລາໄປເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະສາກົນ, ຄື: ຊີເກມ 31 ປີ 2022 ຢູ່ຫວຽດນາມ, ຊີເກມ 32 ປີ 2023 ຢູ່ກໍາປູເຈຍ, ASIAD 19 ປີ 2023 ຢູ່ ຈີນ... ເຖິງຢ່າງໃດກໍ່ຕາມ, ການພັດທະນາຂອງຂະແໜງກິລາລາວ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ເຮັດໃຫ້ໝາກຜົນການແຂ່ງຂັນຢູ່ລະດັບພາກພື້ນ ແລະສາກົນຂອງລາວ ບໍ່ໄດ້ຕາມຄວາມຫວັງ.

ທ່ານ ພຸດ ສິມມະລາວົງ ໄດ້ສະແດງຄວາມຂອບໃຈມາຍັງຝ່າຍຫວຽດນາມ ທີ່ໄດ້ໜູນຊ່ວຍລາວຢ່າງຮອບດ້ານໃນການພັດທະນາພື້ນຖານດ້ານວັດຖຸ, ຊ່ວຍຈັດຕັ້ງບາງການແຂ່ງຂັນໃນໄລຍະຜ່ານມາ, ພິເສດແມ່ນໄດ້ໃຫ້ບຸລິມະສິດ, ໜູນຊ່ວຍການຈັດຊຸດຝຶກອົບຮົມໃຫ້ຄູຝຶກ, ນັກກິລາຂອງລາວ ກ່ອນຈະເຂົ້າຮ່ວມການແຂ່ງຂັນກິລາໃນລະດັບພາກພື້ນ.

ສົມເພັດ

ເຫດການ
302 Found

Found

The document has moved here.