ຄວາມໝາຍລາຍການສະແດງສິລະປະ “ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ - ລາວ”

17:07 | 19/01/2024

ຄວາມໝາຍລາຍການສະແດງສິລະປະ “ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ - ລາວ”

ຄວາມໝາຍສຳຄັນ ຂອງການຍົກລະດັບກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຄວາມໝາຍສຳຄັນ ຂອງການຍົກລະດັບກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ
ຫຼາຍການເຄື່ອນໄຫວທີ່ມີຄວາມໝາຍຂອງຊາວໜຸ່ມຢູ່ຊາຍແດນ ຫວຽດນາມ - ລາວ ຫຼາຍການເຄື່ອນໄຫວທີ່ມີຄວາມໝາຍຂອງຊາວໜຸ່ມຢູ່ຊາຍແດນ ຫວຽດນາມ - ລາວ

ຕອນຄ່ຳວັນທີ 19 ມັງກອນ, ມະຫາວິທະຍາໄລສ້າງຄູນະຄອນໂຮ່ຈີມິນ ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ສົມທົບກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ ຈັດຕັ້ງລາຍການສະແດງສິລະປະ “ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ - ລາວ”.

ເຂົ້າຮ່ວມລາຍການມີ ທ່ານ ໂງມີງເຈົາ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ; ທ່ານ ໂຮ່ຊວນເລິມ ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ; ທ່ານ ພອນສີ ບຸນມີໄຊ ກົງສູນໃຫຍ່ລາວ ປະຈຳນະຄອນ ໂຮ່ຈີມິນ.

ລາຍການໄດ້ປະກອບສ່ວນຊຸກຍູ້ການພັດທະນາທາງການທູດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ ແລະເພີ່ມທະວີຄວາມສາມັກຄີລະຫວ່າງສະມາຄົມມິດຕະພາບຫວຽດນາມ - ລາວ ປະຈຳນະຄອນ ໂຮ່ຈີມິນ ກັບກົງສູນໃຫຍ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳນະຄອນ ໂຮ່ຈີມິນ.

ຄວາມໝາຍລາຍການສະແດງສິລະປະ “ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ - ລາວ”

ການສະແດງສິລະປະທີ່ລາຍການ. ພາບ: hcmcpv.org.vn

ນີ້ກໍ່ແມ່ນໂອກາດເພື່ອໃຫ້ລຸ້ນໜຸ່ມຂອງສອງປະເທດໄດ້ພົບປະແລກປ່ຽນ ແລະຮຽນຮູ້ຜ່ານການເຄື່ອນໄຫວວັດທະນະທຳ, ສິລະປະ.

ທີ່ລາຍການ, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ປະກາດ ແລະມອບຂໍ້ຕົກລົງສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ລາວ 2 ສາຂາ, ປະຕິບັດໜ້າທີ່ໂຄສະນາ, ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ ແລະເຂົ້າຮ່ວມບັນດາການເຄື່ອນໄຫວໂດຍສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນ ໂຮ່ຈີມິນ ປຸກລະດົມ ແລະຈັດຕັ້ງ.

ຄວາມໝາຍລາຍການສະແດງສິລະປະ “ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ - ລາວ”

ທ່ານ ໂງມີງເຈົາ ມອບຂອງຂວັນຂອງສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໃຫ້ທ່ານ ພອນສີ ບຸນມີໄຊ. ພາບ: hcmcpv.org.vn

ເພື່ອແນໃສ່ສົ່ງເສີມຈິດໃຈບັນດານັກສຶກສາຕ່າງປະເທດ ແລະຊ່ວຍນັກສຶກສາລາວພ້ອມກັນຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 100 ພູດໃຫ້ນັກສຶກສາລາວ 100 ຄົນ, ແຕ່ລະພູດມີມູນຄ່າ 500.000 ດົ່ງ/ພູດ.

ນີ້ແມ່ນລາຍການທີ່ມີຄວາມໝາຍແທດຈິງ, ສ້າງສະພາບແວດລ້ອມແຫ່ງການພົບປະແລກປ່ຽນ ແລະຊອກຮູ້ວັດທະນະທຳລະຫວ່າງນັກສຶກສາຫວຽດນາມ - ລາວ. ຜ່ານນັ້ນ, ກໍ່ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາໃຫ້ນັກສຶກສາຂອງສອງປະເທດກ່ຽວກັບຄວາມໝາຍປະຫວັດສາດ ແລະຄວາມສຳຄັນຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຂອງສອງຊາດ.

ບູນມີ

ເຫດການ
302 Found

Found

The document has moved here.