ແນວຄວາມຄິດສ້າງຕັ້ງເຂດເສດຖະກິດການຄ້າຂ້າມຊາຍແດນ ຫວຽດນາມ - ລາວ

09:04 | 19/03/2024

ຍສໝ - ການສ້າງເຂດເສດຖະກິດການຄ້າາຂ້າມຊາຍແດນລວມ ລາວບາວ - ແດນສະຫວັນ ໃຫ້ຄຳໝັ້ນສັນຍາວ່າ ຈະເປັນກະແສລົມໃໝ່, ຈຸດໝາຍປາຍທາງໃໝ່ທີ່ຟົດຟື້ນໃນສາຍແລວເສດຖະກິດຕາເວັນຕົກຕາເວັນອອກ.

9 ແຂວງຂອງ ສປປ ລາວ ເພີ່ມທະວີການຮ່ວມມືກັບແຂວງເຊີນລາ 9 ແຂວງຂອງ ສປປ ລາວ ເພີ່ມທະວີການຮ່ວມມືກັບແຂວງເຊີນລາ
ກະຊວງປອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື ກະຊວງປອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື

ວັນທີ 15 ມີນານີ້, ຢູ່ເທດສະບານ ລາວບາວ (ເມືອງ ເຫື໋ອງຮວ໋າ), ຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ກວາງຈີ້ ແລະ ຄະນະກຳມະການອຳນາດການປົກຄອງແຂວງ ສະຫວັນນະເຂດ (ລາວ) ໄດ້ສົມທົບກັນຈັດຕັ້ງການສຳມະນາ “ເຂດເສດຖະກິດການຄ້າຂ້າມຊາຍແດນ ລາວບາວ - ແດນສະຫວັນ: ຈາກຄວາມຄິດໄປເຖິງຄວາມເປັນຈິງ”, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າກວ່າ 300 ຄົນທີ່ມາຈາກ ຫວຽດນາມ ແລະ ລາວ.

ຕາມ​ການນຳຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈີ້​ ແລ້ວ, ​ໂຄງການ​ກໍ່ສ້າງ​ເຂດ​ເສດຖະກິດ​ການ​ຄ້າຂ້າມຊາຍແດນລວມ ​ລາວ​ບາວ-​ແດນ​ສະຫວັນ ໄດ້​ອອກ​ແບບ​ດ້ວຍ​ໂຄງ​ປະກອບ 3 ພາກສ່ວນ​ຕົ້ນຕໍ​ຄື: ​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ, ພູມສາດ ແລະ ພື້ນ​ຖານ​ດ້ານ​ກົດໝາຍ ເພື່ອກໍ່ສ້າງ​ເຂດ​ເສດຖະກິດ​ການ​ຄ້າຂ້າມຊາຍແດນລວມ ​ລາວ​ບາວ-​ແດນ​ສະຫວັນ; ປຽບທຽບບັນດານະໂຍບາຍລະຫວ່າງ ຫວຽດນາມ ແລະ ລາວ ໃນປະຈຸບັນ; ຈາກນັ້ນ ກໍໄດ້ມີນະ​ໂຍບາຍ​ທີ່ພົ້ນ​ເດັ່ນກ່ຽວກັບຂັ້ນຕອນ​ດຶງ​ດູດ​ການ​ລົງທຶນ, ນະ​ໂຍບາຍ​ສິນ​ເຊື່ອ, ນະ​ໂຍບາຍ​ໃຫ້ແຮງງານ ແລະ ນະ​ໂຍບາຍ​​ເຂດ​ປອດພາສີ.

ແນວຄວາມຄິດສ້າງຕັ້ງເຂດເສດຖະກິດການຄ້າຂ້າມຊາຍແດນ ຫວຽດນາມ - ລາວ

ດ່ານຊາຍແດນສາກົນ ລາວບາວ ພົວພັນຄ້າຂາຍກັບ ດ່ານສາກົນ ແດນສະຫວັນ ແຂວງ ສະຫວັນນະເຂດ. ຮູບພາບ: QT

ທ່ານ​ຮອງ​ປະທານຜູ້ປະຈຳ​ຄະນະກຳມະການປະຊາຊົນ ​ກວາງ​ຈີ້ ຮ່າ​ສີດົ່ງ ​ໃຫ້​ຮູ້​ວ່າ ຮ່າງກົດໝາຍໂຄງການຄາດຄະເນການສ້າງ​ຮູບ​ແບບ “ສອງ​ປະ​ເທດ ເຂດ​ເສດຖະກິດ​ດຽວ” ບົນ​ພື້ນຖານ​ເຄົາລົບການຮຽກຮ້ອງຕາມ​ກົດໝາຍ​ຂອງທັງ​ສອງ​ຝ່າຍ ​ແລະ ທຳນຽມສາກົນ.

​ເຂດ​ເສດຖະກິດ​ການ​ຄ້າ​ຂ້າມຊາຍແດນລວມ ​ລາວ​ບາວ-​ແດນ​ສະຫວັນ​ ເຫັນດີເປັນເອກະພາບ​ໃນ​ການ​ແຜນການຂົງເຂດລວມ, ການຈັດ​ຕັ້ງ ​ແລະ​ ການ​ເຄື່ອນ​ໄຫວ​ລວມ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ລວມໃນເຂດສູນກາງ, ພື້ນຖານ​ໂຄງ​ລ່າງ​ເຊື່ອມຕໍ່​ພາຍ​ໃນ ​ແລະ ພາຍນອກເຂດສູນກາງ; ສ້າງເງື່ອນໄຂສະດວກໃຫ້ແກ່ການເຊື່ອມຕໍ່ການຂົນສົ່ງ, logistics ຂ້າມຊາຍແດນ; ສ້າງ​ຕັ້ງ ​ແລະ​ ຜັນຂະຫຍາຍກົນ​ໄກ "ສາມ​ໃນ​ຫນຶ່ງ​"​.

ນັ້ນແມ່ນນະໂຍບາຍຮ່ວມ, ກົດລະບຽບຮ່ວມ, ມາດຕະຖານຮ່ວມ ແລະ "ຫນຶ່ງລວມ" ແມ່ນເຂດດຽວກັນ; ນຳໃຊ້​ກົນ​ໄກ, ນະ​ໂຍບາຍພິເສດສູງສຸດ​ທີ່​ລັດຖະບານ​ ຫວຽດນາມ ​ແລະ ລັດຖະບານ​ ລາວ ພວມ​ນຳໃຊ້​ຢູ່​ບັນດາ​ເຂດ​ເສດຖະກິດ, ການ​ຄ້າ​ຂອງ 2 ປະ​ເທດ.

​ບັນດາ​ກົນ​ໄກ​ນະ​ໂຍບາຍ​ພິ​ເສດ​ໃໝ່​, ທີ່​ດຶງ​ດູດ​ກ່ຽວ​ກັບ​ການ​ລົງທຶນ, ມາດຕະການ​ແກ້​ໄຂ “ປອດ​ພາສີ” ຂອງ​ສອງ​ປະ​ເທດ ຫວຽດນາມ - ລາວ ຈະແກ້​ໄຂບັນດາ​ສິ່ງກີດຂວາງ, ສ້າງຄວາມ​ສະດວກ​ກ່ຽວກັບແຮງງານ, ຂັ້ນຕອນລົງທຶນ, ກູ້ຢືມທຶນໃຫ້ແກ່ບັນດາໂຄງການ, ດຶງ​ດູດ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ລົງທຶນ.

ທ່ານ ປອ. ຫງວຽນ​ກວກ​ເຈືອງ, ຮອງ​ຫົວໜ້າສະຖາບັນ​ຍຸດ​ທະ​ສາດ​ການພັດທະນາ - ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ໄດ້ຍົກອອກຄວາມສະດວກຈຳນວນຫນຶ່ງເມື່ອຜັນຂະຫຍາຍໂຄງການ. ຫວຽດນາມ ​ແມ່ນ​ນັກ​ລົງທຶນ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ 3 ຢູ່​ ລາວ ດ້ວຍ​ຍອດ​ຈຳນວນ​ທຶນ​ລົງທຶນ​ກວ່າ 5 ຕື້ USD. ​ໂຄງການ​ເຊື່ອມ​ຕໍ່ຄົມມະນາຄົມຍຸດ​ທະ​ສາດ​ຈຳນວນ​ໜຶ່ງ​ລະຫວ່າງ​ສອງ​ປະ​ເທດ​ ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ.

ທ່ານ ປອ. ເຈີ່ນດິ່ງທຽນ, ອະດີດຜູ້ອຳນວຍການສະຖາບັນເສດຖະກິດຫວຽດນາມ ຖືວ່າ ຕ້ອງສ້າງໂຄງການກໍ່ສ້າງ ແລະ ພັດທະນາເຂດເສດຖະກິດການຄ້າຂ້າມຊາຍແດນທີ່ມີລັກສະນະເປັນ​ສັງລວມ; ໃນນັ້ນ ລວມມີບັນດາ​ໂຄງການ​ພັດທະນາ​ສູນ​ກາງ ​ແລະ ຈຸດພິກັດບູລິມະສິດ​ຍຸດ​ທະ​ສາດ​ອື່ນໆ​ຄື: ສະໜາມບິນ ກວາງຈີ້, ທ່າກຳປັ່ນ​ທະ​ເລ​ ໝີຖູຍ, ຕົວ​ເມືອງ ດົງຮ່າ ພ້ອມກັບບັນດາ​ເສັ້ນທາງ​ຄົມມະນາຄົມ​ເຊື່ອມ​ຕໍ່.

ມິງດຶກ

ເຫດການ
302 Found

Found

The document has moved here.