9 ແຂວງຂອງ ສປປ ລາວ ເພີ່ມທະວີການຮ່ວມມືກັບແຂວງເຊີນລາ

15:55 | 10/03/2024

9 ແຂວງຂອງ ສປປ ລາວ ເພີ່ມທະວີການຮ່ວມມືກັບແຂວງເຊີນລາ

ສ້າງສາເຂດສາຊາຍແດນໃຫ້ມີຄວາມສະຫງົບສຸກ, ໝັ້ນຄົງເຂັ້ມແຂງ ສ້າງສາເຂດສາຊາຍແດນໃຫ້ມີຄວາມສະຫງົບສຸກ, ໝັ້ນຄົງເຂັ້ມແຂງ
ພ້ອມກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ພ້ອມກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ

ຫວ່າງແລ້ວນີ້, ຢູ່ເມືອງມົກເຈົາ, ຄະນະປະຕິບັດງານອົງການພົວພັນຕ່າງປະເທດ 9 ແຂວງຂອງ ສປປ ລາວ ໄດ້ມາຢ້ຽມຢາມ, ແລກປ່ຽນບົດຮຽນກ່ຽວກັບວຽກງານພົວພັນຕ່າງປະເທດ ແລະລົງນາມໃນຂໍ້ຕົກລົງກັບພະແນກພົວພັນຕ່າງປະເທດແຂວງເຊີນລາ.

9 ແຂວງຂອງ ສປປ ລາວ ເພີ່ມທະວີການຮ່ວມມືກັບແຂວງເຊີນລາ

ຄະນະປະຕິບັດງານພະແນກພົວພັນຕ່າງປະເທດ 9 ແຂວງຂອງ ສປປ ລາວ ຢ້ຽມຢາມ, ເຮັດວຽກ ແລະລົງນາມໃນຂໍ້ຕົກລົງກັບພະແນກພົວພັນຕ່າງປະເທດແຂວງເຊີນລາ. ພາບ: baosonla.org.vn

ໃນໄລຍະຜ່ານມາ, ພະແນກພົວພັນຕ່າງປະເທດແຂວງເຊີນລາ ແລະພະແນກພົວພັນຕ່າງປະເທດ 9 ແຂວງຂອງ ສປປ ລາວ ໄດ້ສົມທົບກັນປະຕິບັດໜ້າທີ່ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງຂອງແຕ່ລະຝ່າຍກ່ຽວກັບວຽກງານພົວພັນຕ່າງປະເທດ. ໃນນັ້ນໄດ້ເປັນເສນາທິການຜັນຂະຫຍາຍເນື້ອໃນຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມໄລຍະ 2022-2024 ລະຫວ່າງແຂວງເຊີນລາ ແລະ 9 ແຂວງຂອງ ສປປ ລາວ ຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງແຂວງເຊີນລາ ແລະແຂວງຕ່າງໆຂອງປະເທດເພື່ອນມິດລາວ.

ຜູ້ຕາງໜ້າພະແນກພົວພັນຕ່າງປະເທດ 9 ແຂວງຂອງ ສປປ ລາວ ໄດ້ຍົກໃຫ້ເຫັນຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຜັນຂະຫຍາຍບັນດາເນື້ອໃນການຮ່ວມມືກັບແຂວງເຊີນລາ, ຄື: ຂໍ້ມູນຂອງບາງຄະນະປະຕິບັດງານມາຢ້ຽມຢາມ, ເຮັດວຽກ, ເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງ... ບໍ່ຮັບປະກັນເວລາ ເພື່ອປະຕິບັດບັນດາລະບຽບການທີ່ກ່ຽວຂ້ອງ, ເປັນຕົ້ນແມ່ນຄະນະໂດຍການນໍາແຂວງ ເປັນຫົວໜ້າຄະນະ... ພ້ອມທັງ, ສະເໜີກັບພະແນກພົວພັນຕ່າງປະເທດແຂວງເຊີນລາ ສືບຕໍ່ເປັນເສນາທິການໃຫ້ການນຳແຂວງໜູນຊ່ວຍບັນດາແຂວງຂອງ ສປປ ລາວ ໃນທຸກຂົງເຂດ.

ບົນພື້ນຖານໝາກຜົນທີ່ບັນລຸໄດ້ ແລະຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ໄດ້ຍົກອອກມານັ້ນ, ພະແນກພົວພັນຕ່າງປະເທດແຂວງເຊີນລາ ແລະອົງການພົວພັນຕ່າງປະເທດ 9 ແຂວງຂອງ ສປປ ລາວ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື. ໃນນັ້ນເຫັນດີເປັນເອກະພາບສືບຕໍ່ສົມທົບກັນເປັນເສນາທິການໃຫ້ການນຳແຕ່ລະແຂວງຊີ້ນຳຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງແຂວງເຊີນລາ ກັບ 9 ແຂວງ ໄລຍະ 2022-2024 ຢ່າງມີປະສິດທິຜົນ. ເພີ່ມທະວີວຽກງານແລກປ່ຽນຂໍ້ມູນຂ່າວສານທຸກຂັ້ນເພື່ອແກ້ໄຂບັນດາເນື້ອໃນທີ່ກ່ຽວຂ້ອງຢ່າງທັນການ...

ບູນມີ

ທ່ານອາດຈະມັກ

302 Found

Found

The document has moved here.