ວັນທີ 21 ມີນາ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍ ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດລາວ ນໍາໂດຍ ທ່ານພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ພ້ອມຄະນະພະນັກງານຫ້ອງການທີ່ປຶກສາທູດປ້ອງກັນຊາດ ຈີນ ປະຈໍາ ຫວຽດນາມ ໄດ້ໄປຢ້ຽມຢາມ, ກວດກາຫຼັກໝາຍຊາຍແດນ ອາປາຈ້າຍ.
ຄະນະປະຕິບັດງານ ຢ້ຽມຢາມ, ກວດກາຫຼັກໝາຍຊາຍແດນ ອາປາຈ້າຍ. ພາບ: ຈຸງຢຸ້ງ |
ຫຼັກໝາຍຊາຍແດນ ອາປາຈ້າຍ ຕັ້ງຢູ່ຈອມພູ ຄວານລາຊານ ຂຶ້ນກັບຕາແສງ ສິນເທົ່າ, ເມືອງ ເມື່ອງແຍ໊, ແຂວງດ້ຽນບຽນ ຂອງຫວຽດນາມ, ຕິດຈອດກັບເຂດ 11, ເມືອງຍອດອູ, ແຂວງຜົ້ງສາລີ ຂອງລາວ ແລະເທດສະບານ Qu Shui, ເມືອງ Jiang Cheng, ແຂວງຢຸນນານ ຂອງ ຈີນ. ຫຼັກໝາຍຊາຍແດນຮ່ວມແຫ່ງນີ້ ໂດຍ 3 ປະເທດ ຫວຽດນາມ-ລາວ-ຈີນ ກໍ່ສ້າງໃນປີ 2005, ກໍໄດ້ເອີ້ນວ່າ ຫຼັກໝາຍເລກທີ 0, ຈຸດເລີ່ມຕົ້ນຂອງເສັ້ນຊາຍແດນ ຫວຽດນາມ - ຈີນ.
ພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນໃຫ້ຄ້າຍທະຫານຊາຍແດນ ອາປາຈ້າຍ. ພາບ: ຈຸງຢຸ້ງ |
ພາຍຫຼັງປະຕິບັດພິທີທາງການຢູ່ຫຼັກໝາຍຊາຍແດນສັກກາລະບູຊາ ແລ້ວ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ທ່ານພົນໂທ ວົງຄໍາ ພົມມະກອນ ແລະບັນດາພະນັກງານຫ້ອງການທີ່ປຶກສາທູດປ້ອງກັນຊາດ ຈີນ ປະຈໍາຫວຽດນາມ ລ້ວນແຕ່ເນັ້ນໜັກເຖິງຄວາມໝາຍທາງດ້ານການເມືອງ, ການທູດຂອງຫຼັກໝາຍຊາຍແດນດັ່ງກ່າວ. ພ້ອມທັງຫວັງວ່າ ເສັ້ນທາງຄົມມະນາຄົມ, ບ່ອນປັກຫຼັກໝາຍຊາຍແດນ ຈະໄດ້ຮັບເປີດກວ້າງ ເພື່ອບໍ່ພຽງແຕ່ສືບຕໍ່ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະການຮ່ວມມືທີ່ແທ້ຈິງເທົ່ານັ້ນ ຫາກຍັງຮັບໃຊ້ຄວາມຕ້ອງການເຂົ້າມາທ່ຽວ ແລະຢ້ຽມຊົມຂອງປະຊາຊົນ ອີກດ້ວຍ.
ໂອກາດນີ້, ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ຄ້າຍທະຫານຊາຍແດນ ອາປາຈ້າຍ, ທະຫານຊາຍແດນແຂວງດ້ຽນບຽນ.
ບູນມີ