ທະຫານປ້ອງກັນຊາຍແດນ ກວາງຈີ້ ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນປະຊາຊົນລະຫວ່າງ ຫວຽດນາມ - ລາວ

13:55 | 25/02/2024

ຍສໝ - ຢູ່​ແຂວງ ກວາງ​ຈີ້, ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງປະເທດ ຫວຽດນາມ - ລາວ, ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ໃນ 5 ປີທີ່​ຜ່ານ​ມາ ​ໄດ້​ຕິດ​ພັນ, ​ຮ່ວມ​ເດີນທາງກັບ​ປະຊາຊົນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດແຄວ້ນ, ຄວາມໝັ້ນຄົງຊາຍ​ແດນ​ຂອງ​ຊາດ.

ກວາງຈີ້, ເຫງະອານ ຕອບສະໜອງສັບປະດາທະເລ ແລະ ໝຸ່ເກາະ ຫວຽດນາມ ກວາງຈີ້, ເຫງະອານ ຕອບສະໜອງສັບປະດາທະເລ ແລະ ໝຸ່ເກາະ ຫວຽດນາມ
ງານວາງສະແດງ ແລະໂຄສະນາຜະລິດຕະພັນທີ່ເປັນເອກະລັກສະເພາະ, OCOP ຂອງແຂວງ ກວາງຈີ້ ງານວາງສະແດງ ແລະໂຄສະນາຜະລິດຕະພັນທີ່ເປັນເອກະລັກສະເພາະ, OCOP ຂອງແຂວງ ກວາງຈີ້

ວັນທີ 22 ກຸມພາ, ຄະນະກໍາມະການປະຊາຊົນແຂວງ ກວາງຈີ້ ໄດ້ຈັດຕັ້ງກອງປະຊຸມສະຫຼຸບເບື້ອງຕົ້ນ 5 ປີ (ໄລຍະ 2019-2024) ແລະ ໄດ້ພົບປະ, ຍ້ອງຍໍແບບຢ່າງຂອງການປະຕິບັດ “ວັນປ້ອງກັນຊາຍແດນທົ່ວປວງຊົນ”.

ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ປະທານຜູ້ປະຈຳ​ຄະນະກຳມະການປະຊາຊົນ​ແຂວງ ກວາງ​ຈີ້ ຮ່າ​ສີດົ່ງ ໄດ້ຢືນຢັນ​ວ່າ ໄລຍະຜ່ານມາ 5 ປີແຫ່ງການ​​ປະຕິບັດ “ວັນປ້ອງ​ກັນຊາຍແດນທົ່ວ​ປວງ​ຊົນ” ໄດ້ປະກອບສ່ວນເຂົ້າໃນຄວາມສະຖຽນລະ​ພາບ​ການ​ເມືອງ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິຜົນ, ຜົນສັກສິດການເຄື່ອນໄຫວຂອງລະບົບການເມືອງຢູ່ຮາກຖານ; ພັດທະນາ​ເສດຖະກິດ - ສັງຄົມ, ຍົກ​ສູງຊີວິດດ້ານວັດຖຸ, ຈິດ​ໃຈ​ໃຫ້​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ, ທະ​ເລ, ໝູ່​ເກາະ; ລະດົມກຳລັງ​ແຮງຂອງ​ມະຫາຊົນທີ່​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ອະທິປະ​ໄຕ​ເຂດແຄວ້ນ, ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢູ່​ເຂດ​ຊາຍ​ແດນ,​ ທະ​ເລ, ໝູ່​ເກາະ; ປັບປຸງກຸ່ມກ້ອນມະຫາສາມັກຄີແຫ່ງຊາດ, ຮັກສາ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ສາມັກຄີ​, ມິດຕະພາບ​ແບບ​ພິ​ເສດ​ ຫວຽດນາມ - ລາວ ຢ່າງໝັ້ນແກ່ນ.

ມາ​ຮອດ​ປະຈຸ​ບັນ, 100% ຂອງ​ໝູ່​ບ້ານ ກໍມີ​ເສັ້ນທາງຄົມມະນາຄົມຈາກ​ຕາ​ແສງ​ຫາ​ບ້ານ; 100% ຈຳນວນຕາ​ແສງ ແລະ ບ້ານ ໄດ້ນຳໃຊ້ລະບົບ​ໄຟຟ້າ​​ແຫ່ງ​ຊາດ... ກໍ່ສ້າງ “ເຮືອນ​ອົບ​ອຸ່ນ​ໃຫ້​ຜູ້​ທຸກ​ຍາກ​ຢູ່​ເຂດ​ຊາຍ​ແດນ” 120 ​ຫຼັງ ​ແລະ ກິດຈະການການດຳລົງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ 24 ​ແຫ່ງ ດ້ວຍ​ຈຳນວນ​ເງິນ​ກວ່າ 9 ຕື້​ດົ່ງ; ມອບຂອງຂວັນ 11.234 ພູດ ມີມູນຄ່າກວ່າ 3,9 ຕື້ດົ່ງ...

ທະຫານປ້ອງກັນຊາຍແດນ ກວາງຈີ້ ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນປະຊາຊົນລະຫວ່າງ ຫວຽດນາມ - ລາວ


ທ່ານພົນຈັດຕະວາ ເຈີນຫາຍບີ່ງ ໄດ້ມອບໃບ​ຍ້ອງຍໍ​ຂອງກອງບັນຊາການທະຫານປ້ອງກັນຊາຍແດນ ຫວຽດນາມ ໃຫ້ແກ່ບັນດາກົມກອງລວມໝູ່, ບຸກຄົນທີ່​ມີ​ຜົນງານ​ດີ​ເດັ່ນ

ບັນດາ​ອົງການ, ຫົວໜ່ວຍ, ອົງການຈັດຕັ້ງ, ປະຊາຊົນ​ໃນ​ແຂວງ ​ໄດ້​ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວມຸ່ງໄປ​ເຖິງ​ເຂດ​ຊາຍ​ແດນ, ທະເລໝູ່​ເກາະພ້ອມກັບ​ຂອງຂວັນນັບແສນພູດຢ່າງ​ເປັນ​ປະຈຳ, ປະກອບສ່ວນ​ລະດົມພົນ, ໜູນ​ຊ່ວຍ​ພະນັກງານ, ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ ໃຫ້ມີຄວາມອຸ່ນອຽນໃຈທາງດ້ານແນວຄິດ, ພັດທະນາ​ເສດຖະກິດ - ສັງຄົມ, ຂ້າງຄຽງກັບທະຫານປ້ອງກັນຊາຍແດນ​ແຂວງ ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕເຂດແຄວ້ນ, ຄວາມ​ໝັ້ນຄົງ​ທາງ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ​ ຢ່າງໝັ້ນແກ່ນ.

ນອກຈາກນັ້ນ, ບັນດາກໍາລັງກໍ່ໄດ້ສົມທົບກັນຢ່າງເປັນເຈົ້າການ ເພື່ອກຳແໜ້ນສະພາບການ, ຕໍ່ສູ້ຢ່າງທັນເວລາ, ສະກັດກັ້ນການເຄື່ອນໄຫວຂອງບັນດາອາດຊະຍາກຳຕ່າງໆທີ່ກ່ຽວຂ້ອງກັບຄວາມໝັ້ນຄົງຊາຍແດນ, ຄວາມໝັ້ນຄົງແຫ່ງຊາດ ທັງພາຍໃນ ແລະ ພານນອກຊາຍແດນ. ປະຊາຊົນ​ ​ໄດ້​ຄົ້ນພົບ ແລະ ສະໜອງໃຫ້ກຳລັງທະຫານປ້ອງກັນຊາຍແດນແຂວງ 7.696 ​ແຫຼ່ງຂໍ້​ມູນ​, ​ໃນ​ນັ້ນ​ມີ 3.576 ​ແຫຼ່ງຂໍ້​ມູນ​ ທີ່ເປັນປະໂຫຍດກ່ຽວກັບບັນດາການເຄື່ອນໄຫວ​ເຊື່ອມ​ໂຍງ, ສ້າງສາຮາກຖານຂອງບັນດາອິດທິກຳລັງສັດຕູ, ການເຄື່ອນໄຫວເຜີຍແຜ່ສາສະໜາຜິດກົດໝາຍ, ການຄ້າມະນຸດ, ຢາເສບຕິດ, ຄ້າເຖື່ອນ, ສ້າງຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ...

ກຳລັງເຈົ້າທີ່ ໄດ້ຄົ້ົ້ນພົບ, ສະກັດ​ກັ້ນ, ​ແກ້​ໄຂ 2.486 ຄະດີ / 8.789 ເປົ້າໝາຍ, ປັບໄໝ 21,9 ຕື້​ດົ່ງ,ຮ້ອງຟ້ອງ 60 ຄະດີ / 140 ເປົ້າໝາຍການຈັດ​ຕັ້ງ, ຜູ້ຕິດຕໍ່, ຕໍ່ມືໃຫ້ການເຄື່ອນ​ໄຫວ​ອອກເມືອງ​, ເຂົ້າເມືອງທີ່​ຜິດ​ກົດໝາຍ.

ບັນດາ​ທ້ອງ​ຖິ່ນທີ່ມີ​ເຂດ​ຊາຍ​ແດນ ​ໄດ້​ຮັກສາ​ບັນດາ​ການ​ເຄື່ອນ​ໄຫວ​ແຮກສ່ຽວກຸ່ມ​ພົນລະເມືອງທີ່ຢູ່​ອາ​ໄສ​ສອງ​ຟາກຊາຍ​ແດນ​ລະຫວ່າງ 27 ໝູ່​ບ້ານ ຢ່າງມີຜົນ. ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະເທດ, ການ​ທູດ​ປະຊາຊົນ, ການ​ພົບປະແລກປ່ຽນປະຊາຊົນ​ສອງ​ຟາກຊາຍ​ແດນ, ປະກອບສ່ວນ​ປັບປຸງຄວາມສາມັກຄີ, ມິດຕະພາບ​ແບບ​ພິ​ເສດ ​ຫວຽດນາມ - ລາວ.

​ເນື່ອງ​ໃນ​ໂອກາດ​ນີ້, ກອງບັນຊາການທະຫານປ້ອງກັນຊາຍແດນ ຫວຽດນາມ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ 1 ກົມກອງລວມໝູ່ ​ແລະ 5 ບຸກຄົນ; ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈີ້ ​ໄດ້​ມອບ​ໃບ​ຍ້ອງຍໍໃຫ້ 15 ກົມກອງລວມໝູ່ ​ ແລະ 28 ບຸກ​ຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະຕິບັດ “ວັນ​​ປ້ອງ​ກັນ​ຊາຍ​ແດນ​ທົ່ວ​ປວງ​ຊົນ” ​ໄລຍະ 2019-2024; ກອງບັນຊາການທະຫານປ້ອງກັນຊາຍແດນ ຫວຽດນາມ ໄດ້ມອບຫຼຽນກາລະນຶກ “ເພື່ອອະທິປະໄຕຄວາມໝັ້ນຄົງຂອງຊາຍແດນແຫ່ງຊາດ" ໃຫ້ແກ່ 6 ບຸກຄົນຢູ່ແຂວງ ກວາງຈີ້.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.