ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນສາຍພົວພັນພິເສດ ຫວຽດນາມ - ລາວ

09:06 | 20/01/2024

ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນສາຍພົວພັນພິເສດ ຫວຽດນາມ - ລາວ

ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ
ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດໜ້າທີ່່ການທະຫານ-ການປ້ອງກັນຊາດເປັນຢ່າງດີ ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດໜ້າທີ່່ການທະຫານ-ການປ້ອງກັນຊາດເປັນຢ່າງດີ

ຕອນບ່າຍວັນທີ 18 ມັງກອນ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຝຸ່ງສີ໊ເຕີນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ໄປຍັງສຳນັກງານກະຊວງປ້ອງກັນປະເທດລາວ ຢູ່ນະຄອນຫຼວງວຽງຈັນ ເພື່ອອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ. ທ່ານພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຕ້ອນຮັບຄະນະ.

ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນສາຍພົວພັນພິເສດ ຫວຽດນາມ - ລາວ

ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ. ພາບ: TTXVN

ຕາງໜ້າການນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ ຝຸ່ງສີ໊ເຕີນ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດມາຍັງບັນດາສະຫາຍການນໍາພ້ອມດ້ວຍພະນັກງານ, ນັກຮົບກອງທັບປະຊາຊົນລາວ ທຸກຖ້ວນໜ້າເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ. ທ່ານພົນໂທ ຝຸ່ງສີ໊ເຕີນ ເນັ້ນໜັກວ່າ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ລາວ ໃນໄລຍະຜ່ານມາສືບຕໍ່ໄດ້ຮັບການຊຸກຍູ້ ແລະຜັນຂະຫຍາຍຢ່າງມີປະສິດທິຜົນ, ພິເສດແມ່ນໃນບັນດາຂົງເຂດ ຄື: ການແລກປ່ຽນຄະນະຜູ້ແທນ (ພິເສດແມ່ນຄະນະຜູ້ແທນຂັ້ນສູງ), ການບຳລຸງສ້າງຊັບພະຍາກອນມະນຸດ, ການໂຄສະນາເຜີຍແຜ່ກ່ຽວກັບການພົວພັນສາມັກຄີລະຫວ່າງສອງປະເທດ ແລະສອງກອງທັບ, ການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ...; ເນື່ອງໃນໂອກາດນີ້, ທ່ານພົນໂທ ຝຸ່ງສີ໊ເຕີນ ໄດ້ສົ່ງຈົດໝາຍອວຍພອນຂອງທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມາຍັງທ່ານພົນເອກ ຈັນສະໝອນ ຈັນຍາລາດ.

ສ່ວນທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ມາອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ; ເນັ້ນໜັກວ່າ: ໃນຕະຫຼອດ 75 ປີແຫ່ງວັນສ້າງຕັ້ງ, ການສູ້ຮົບ ແລະເຕີບໃຫຍ່ເຂັ້ມແຂງຂອງກອງທັບປະຊາຊົນລາວ ຍາມໃດກໍ່ມີການສະໜັບສະໜູນ, ການຊ່ວຍເຫຼືອຂອງພັກ, ລັດຖະບານ, ກອງທັບ ແລະປະຊາຊົນຫວຽດນາມ; ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຂອບອົກຂອບໃຈການຊ່ວຍເຫຼືອອັນຈິງໃຈ ເຊິ່ງພັກ, ລັດ, ລັດຖະບານ, ກອງທັບ ແລະປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ພັກ, ລັດ, ລັດຖະບານ, ກອງທັບ ແລະປະຊາຊົນລາວ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ ແລະທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

ບູນມີ

ເຫດການ
302 Found

Found

The document has moved here.