ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທຫງວຽນ: 15 ປີແຫ່ງວັນສ້າງຂົວມິດຕະພາບ

15:56 | 19/03/2024

ຍສໝ - ວັນທີ 15 ມີນານີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທຫງວຽນ ໄດ້ຈັດຕັ້ງການພົບປະເນື່ອງໃນສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງສະມາຄົມ (15 ມີນາ 2009 – 15 ມີນາ 2024). ​ໂດຍເຂົ້າ​ຮ່ວມ ​ມີ​ຜູ້ຕາງໜ້າ​ຈາກ​ບັນດາ​ຄະນະ, ຂະແໜງການ ແລະ ​ໂຮງຮຽນທີ່ມີນັກ​ສຶກສາລາວ ຮຽນໃນບໍລິເວນແຂວງ.

ກອງປະຊຸມຄັ້ງທີ 7 ມີປະລິມານນິຕິບັນຍັດໃຫຍ່ທີ່ສຸດນັບແຕ່ເລີ່ມຕົ້ນສະໄໝຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ມາຮອດປະຈຸບັນ ກອງປະຊຸມຄັ້ງທີ 7 ມີປະລິມານນິຕິບັນຍັດໃຫຍ່ທີ່ສຸດນັບແຕ່ເລີ່ມຕົ້ນສະໄໝຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ມາຮອດປະຈຸບັນ
ໜູນຊ່ວຍນັກສຶກສາມະຫາວິທະຍາໄລ ໄທຫງວຽນ ໄປຝຶກງານ ແລະ ເຮັດວຽກຢູ່ ຍີ່ປຸ່ນ ໜູນຊ່ວຍນັກສຶກສາມະຫາວິທະຍາໄລ ໄທຫງວຽນ ໄປຝຶກງານ ແລະ ເຮັດວຽກຢູ່ ຍີ່ປຸ່ນ

ສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງ ໄທຫງວຽນ ມີເກືອບ 100.000 ສະມາຊິກ, ໃນນັ້ນມີສະມາຊິກເປັນທາງການກວ່າ 2.000 ຄົນ ແລະ ສະມາຊິກຮ່ວມສຳພັນກວ່າ 95.000 ຄົນ, ເຄື່ອນໄຫວຢູ່ 6 ສະມາຄົມຂັ້ນເມືອງ, ສະມາຊິກກົມກອງລວມໝູ່ 19 ຄະນະ, ສາຂາສະມາຄົມຮາກຖານ 70 ຮາກຖານ.

ພາຍຫຼັງ 15 ປີ​ແຫ່ງ​ການ​ກໍ່ສ້າງ, ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ແຂວງ ​ໄທຫງວຽນ ຍາມ​ໃດ​ກໍ່​ແມ່ນ​ຂົວ​ຕໍ່ຜັນຂະຫຍາຍ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ. ສະມາຄົມ​ ກໍໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ, ​ແທດ​ຈິງ, ມີ​ປະສິດທິ​ຜົນ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ການ​ສຶກສາ - ບຳລຸງ​ສ້າງ, ສິລະ​ປະ, ກິລາ, ການທ່ອງທ່ຽວ.

ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທຫງວຽນ: 15 ປີແຫ່ງວັນສ້າງຂົວມິດຕະພາບ

ບັນຍາກາດທີ່ກອງ​ປະ​ຊຸມ. ພາບ: Thaiinguyen.gov.vn

ໃນນັ້ນ ສາມາດເລົ່າເຖິງບາງການເຄື່ອນໄຫວທີ່ພົ້ນເດັ່ນຄື: ການສຳມະນາຫົວ​ຂໍ້ສະເພາະການຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ພັດ​ທະ​ນາ​ເສດ​ຖະ​ກິດ ​ໄທຫງວຽນ ກັບ​ ລາວ; ຫົວ​ຂໍ້ “ຍົກ​ສູງ​ຄຸນ​ນະ​ພາບ​ການບຳລຸງສ້າງ​ໃຫ້​ນັກ​ສຶກ​ສາ ​ລາວ ​ຢູ່ ໄທຫງວຽນ”, ງານສະແດງສິລະປະ​, ກິ​ລາ​ ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ; ປະສານ​ສົມທົບ​ກັບ​ບັນດາ​ໂຮງຮຽນທີ່ມີນັກ​ສຶກສາ ລາວ ເພື່ອ​ຈັດ​ຕັ້ງ​ບຸນປີໃໝ່ ລາວ.

ສະມາຄົມ​ ​ໄດ້​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກັບ​ບັນດາ​ອົງການສື່ມວນຊົນ, ການສື່ສານໃນບໍລິເວນແຂວງ ​ເພື່ອຊຸກຍູ້ການໂຄສະນາ​ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ. ພົ້ນເດັ່ນແມ່ນ​ການ​ແຂ່ງ​ຂັນ​ເພື່ອ​ຮ່ຳ​ຮຽນ​ປະ​ຫວັດ​ສາດກ່ຽວ​ກັບສາຍ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ ເນື່ອງ​ໃນ​ໂອ​ກາດ​ປີ​​ສາ​ມັກ​ຄີ​, ມິດ​ຕະ​ພາບ​ຫວຽດ​ນາມ - ລາວ. ສະມາຄົມ ກໍໄດ້ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ 7 ເຫຼັ້ມ; ເປີດເວັບໄຊຂອງສະມາຄົມໃນອິນເຕີເນັດ; ຈັດຕັ້ງໃຫ້ບັນດາພະນັກງານສະມາຊິກ, ນັກຮຽນ, ນັກສຶກສາ ລາວ ແລະ ຫວຽດນາມ ຮັບຟັງການໂອ້ລົມສົນທະນາກ່ຽວກັບການພົວພັນແບບພິເສດ ຫວຽດນາມ-ລາວ.

ແຕ່ລະປີ, ສະມາຄົມໄດ້ສົມທົບກັບບັນດາອົງການຈັດຕັ້ງ, ສະມາຄົມພື້ນເມືອງ ຈັດຕັ້ງບັນດາການຢ້ຽມຢາມຮ່ອງຮອຍປະຫວັດສາດ, ການປະຕິວັດ ຫວຽດນາມ ແລະ ລາວ; ຈັດ​ຕັ້ງການປະຕິບັດໂຄງການ “homestay” - ​ເອົາ​ນັກສຶກສາ ລາວ ​ໄປ​ດຳລົງ​ຊີວິດ​ຢູ່ເຮືອນຂອງປະຊາຊົນຫວຽດນາມ. ໃນ​ໂອກາດ​ບຸນເຕັດຂອງ ຫວຽດນາມ, ບຸນປິໃໝ່ ລາວ, ສະມາຄົມກໍໄດ້​ສົມທົບ​ກັບ​ບັນດາ​ໂຮງຮຽນ​ ຈັດ​ຕັ້ງ​ບຸນ​ເຕັດ​ໃຫ້​ນັກ​ສຶກສາ ລາວ, ອວຍພອນບຸນປີໃໝ່ ສະຖານທູດ ລາວ ປະຈຳ ຫວຽດນາມ...

ສຳລັບ ​ໄທຫງວຽນ ແລ້ວ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ແຂວງ​ ໄດ້​ສ້າງ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ​ລາວ ​ຄື: ນະຄອນຫຼວງ​ວຽງ​ຈັນ ​ແລະ ບັນດາ​ແຂວງ​ ຫຼວງ​ພະ​ບາງ, ຊຽງຂວາງ, ຫົວພັນ... ປະຈຸ​ບັນ, ​ໃນບໍລິເວນແຂວງ ມີ​ນັກ​ສຶກ​ສາ​ລາວ​ເກືອບ 2.000 ຄົນທີ່​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ, ວິ​ທະ​ຍາ​ໄລ, ແລະ ​ໂຮງ​ຮຽນ​ວັດ​ທະ​ນະ​ທໍາທີ່ຂຶ້ນກັບະ​ຊວງ​ຕຳຫຼວດ 12 ແຫ່ງ​.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.