ຫວຽດນາມ - ລາວ ເພີ່ມທະວີການປົກປັກຮັກສາປ່າໄມ້ຢູ່ເຂດຊາຍແດນ

07:00 | 09/04/2024

ຫວຽດນາມ - ລາວ ເພີ່ມທະວີການປົກປັກຮັກສາປ່າໄມ້ຢູ່ເຂດຊາຍແດນ

ນຳ​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ພັດທະນາ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ, ສົມກັບທີ່​ຕັ້ງ, ລະດັບໃໝ່. ນຳ​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ພັດທະນາ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ, ສົມກັບທີ່​ຕັ້ງ, ລະດັບໃໝ່.
ຫວຽດນາມ ​​ໄດ້ເຂົ້າ​ຮ່ວມການສຳມະນາໂດຍ IMF ຈັດຂຶ້ນຢູ່ ລາວ ຫວຽດນາມ ​​ໄດ້ເຂົ້າ​ຮ່ວມການສຳມະນາໂດຍ IMF ຈັດຂຶ້ນຢູ່ ລາວ

ວັນທີ 4 ເມສາ, ຢູູ່ຄ້າຍທະຫານຊາຍແດນບາດມອດ, ຫ້ອງກວດກາປ່າໄມ້ ເມືອງ ເທື່ອງຊວນ (ແຂວງແທງຮວາ, ຫວຽດນາມ) ແລະຫ້ອງການກະສິກຳ ແລະປ່າໄມ້ເມືອງຊຳເໜືອ (ແຂວງຫົວພັນ, ລາວ) ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືວຽກງານສົມທົບກັນປົກປັກຮັກສາປ່າໄມ້, ປ້ອງກັນໄຟໄໝ້ປ່າ.

ທີ່ກອງປະຊຸມ, ບັນດາກຳລັງປົກປັກຮັກສາປ່າໄມ້ຂອງສອງຝ່າຍໄດ້ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານປົກປັກຮັກສາປ່າໄມ້, ປ້ອງກັນໄຟໄໝ້ປ່າ ໃນປີ 2023.

ຫວຽດນາມ - ລາວ ເພີ່ມທະວີການປົກປັກຮັກສາປ່າໄມ້ຢູ່ເຂດຊາຍແດນ

ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກຢູ່ກອງປະຊຸມ. ພາບ: congly.vn

ຕາມນັ້ນແລ້ວ, ຄະນະກຳມະການປະຊາຊົນຕາແສງບາດມອດ (ເມືອງ ເທື່ອງຊວນ) ໄດ້ສົມທົບຢ່າງແໜ້ນແຟ້ນກັບຄ້າຍທະຫານຊາຍແດນບາດມອດ, ຫ້ອງກວດກາປ່າໄມ້ເມືອງເທື່ອງຊວນ, ອຳນາດການປົກຄອງກຸ່ມບ້ານໂພນໄຊ, ເມືອງຊຳເໜືອ (ລາວ) ຈັດຕັ້ງຫຼາຍຮູບການໂຄສະນາ, ສຶກສາ, ເຜີຍແຜ່ກົດໝາຍໃຫ້ແກ່ພະນັກງານ, ມະຫາຊົນ, ປະຊາຊົນທີ່ຢູ່ສອງຟາກຊາຍແດນຢ່າງເລິກເຊິ່ງກວ້າງຂວາງ; ປຸກລະດົມປະຊາຊົນເຂົ້າຮ່ວມການເຊັນຄຳໝັ້ນສັນຍາ 185 ສະບັບກ່ຽວກັບການປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມສະຫງົບຊາຍແດນແຫ່ງຊາດ. ສອງຝ່າຍໄດ້ສົມທົບກັນຈັດການລາດຕະເວນສອງຝ່າຍ, ຝ່າຍດຽວ ໂດຍຕິດພັນກັບການປົກປັກຮັກສາອະທິປະໄຕ, ຄວາມສະຫງົບຊາຍແດນ.

ຍ້ອນກົດໝາຍວ່າດ້ວຍການປົກປັກຮັກສາປ່າໄມ້ຂອງສອງປະເທດບໍ່ຄືກັນ, ສະຕິໃນການຈັດຕັ້ງປະຕິບັດກົດໝາຍຂອງປະຊາຊົນໃນວຽກງານປົກປັກຮັກສາປ່າໄມ້ຍັງມີຄວາມແຕກຕ່າງກັນ, ວຽກງານແລກປ່ຽນຂໍ້ມູນຂ່າວສານເປັນແຕ່ລະໄລຍະບໍ່ເປັນປົກກະຕິ, ສະນັ້ນຍັງມີຄວາມຫຍຸ້ງຍາກຫຼາຍຢ່າງຈຳເປັນຕ້ອງໄດ້ແກ້ໄຂ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບກ່ຽວກັບການແກ້ໄຂການສົມທົບກັນປະຕິບັດວຽກງານປົກປັກຮັກສາປ່າໄມ້, ປ້ອງກັນໄຟໄໝ້ປ່າຢູ່ເຂດຊາຍແດນຂອງສອງຝ່າຍໃນໄລຍະຈະມາເຖິງ ຄື: ສືບຕໍ່ເພີ່ມທະວີການສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງວຽກງານປົກປັກຮັກສາປ່າໄມ້, ປ້ອງກັນໄຟໄໝ້ປ່າ; ເພີ່ມທະວີການລາດຕະເວນສອງຝ່າຍເພື່ອປົກປັກຮັກສາປ່າໄມ້, ຮ່ວມມືແລກປ່ຽນເຕັກນິກ, ບົດຮຽນກ່ຽວກັບການປົກປັກຮັກສາປ່າໄມ້, ການປ້ອງກັນໄຟໄໝ້ປ່າ...

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.