9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ສືບຕໍ່ຮ່ວມມືຮອບດ້ານ

14:26 | 06/03/2024

9 ແຂວງຂອງ 3 ປະເທດຫວຽດນາມ - ລາວ - ໄທ ສືບຕໍ່ຮ່ວມມືຮອບດ້ານ

ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ
ການຢ້ຽມຢາມ ລາວ - ໄທ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ບັນລຸໄດ້ບັນດາຄາດໝາຍ, ຂໍ້ກຳນົດທີ່ວາງອອກທັງສອງຝ່າຍ ແລະ ຫຼາຍຝ່າຍ. ການຢ້ຽມຢາມ ລາວ - ໄທ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ບັນລຸໄດ້ບັນດາຄາດໝາຍ, ຂໍ້ກຳນົດທີ່ວາງອອກທັງສອງຝ່າຍ ແລະ ຫຼາຍຝ່າຍ.

ວັນທີ 28 ກຸມພາ, ຢູ່ແຂວງ Sakon Nakhon, ປະເທດໄທ ໄດ້ດໍາເນີນກອງປະຊຸມຂັ້ນສູງຄັ້ງທີ 23 ຂອງ 9 ແຂວງ 3 ປະເທດ ຫວຽດນາມ - ລາວ - ໄທ ທີ່ນຳໃຊ້ເສັ້ນທາງເລກ 8 ແລະເສັ້ນທາງເລກທີ 12. ຄະນະຜູ້ແທນແຂວງ ເງະອານ ນຳໂດຍສະຫາຍ ເຈິ່ນແຄ໋ງທູກ, ຫົວໜ້າພະແນກພົວພັນຕ່າງປະເທດ.

9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ສືບຕໍ່ຮ່ວມມືຮອບດ້ານ

ບັນຍາກາດທີ່ກອງປະຊຸມ. ພາບ: baohatinh.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Natavath wiriyanaphaphon, ເຈົ້າແຂວງ Sakon Nakhon ສະເໜີບັນດາຜູ້ແທນບັນດາແຂວງມີຂໍ້ສະເໜີລະອຽດ ເພື່ອເພີ່ມທະວີປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງ.


ທີ່ກອງປະຊຸມ, ທ່ານ Niphon Niyom, ຫົວໜ້າຫ້ອງວ່າການແຂວງ Sakon Nakhon ໄດ້ລາຍງານໝາກຜົນການຮ່ວມມືລະຫວ່າງ 9 ແຂວງໃນການຜັນຂະຫຍາຍການປະຕິບັດບັນດາເນື້ອໃນບົດບັນທຶກກອງປະຊຸມສຸດຍອດຄັ້ງທີ 22 ທີ່ຈັດຕັ້ງຢູ່ແຂວງ ຮ່າຕິ້ງ ໃນເດືອນກັນຍາ 2019.

ກ່າວຄຳເຫັນທີ່ກອງປະຊຸມ, ສະຫາຍ ເຈິ່ນແຄ໋ງທູກ ຫົວໜ້າຄະນະຜູ້ແທນແຂວງເງະອານ ໄດ້ແບ່ງປັນບາງໝາກຜົນການຮ່ວມມືລະຫວ່າງແຂວງເງະອານ ກັບບັນດາແຂວງໃນໄລຍະຜ່ານມາ. ແຂວງເງະອານ ຍູ້ແຮງການຮ່ວມມືກັບວິສາຫະກິດທ່ອງທ່ຽວບັນດາແຂວງ: ຄຳມ່ວນ ແລະບໍລິຄຳໄຊ ຂອງລາວ; Nong Khai, Nakhon Phanom, Sakon Nakhon, Beungkan ຂອງໄທ ເພື່ອແນໃສ່ຂຸດຄົ້ນການທ່ອງທ່ຽວຈາກແຂວງເງະອານ ໄປຫາດ່ານຊາຍແດນ ເກົ່າແຈວ/ຈາລໍ່ ໄປເຖິງບັນດາແຂວງເຫຼົ່ານັ້ນ ແລະກົງກັນຂ້າມຕາມເສັ້ນທາງເລກ 8 ແລະເສັ້ນທາງເລກທີ 12.

9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ສືບຕໍ່ຮ່ວມມືຮອບດ້ານ
ບັນດາຜູ້ແທນຖ່າຍຮູບລວມ. ພາບ: baohatinh.vn

ແຂວງເງະອານ ປາດຖະໜາຢາກຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 9 ແຂວງໃນໄລຍະຈະມາເຖິງ, ສ້າງເງື່ອນໄຂດີທີ່ສຸດ ເພື່ອຊຸກຍູ້ວິສາຫະກິດຮ່ວມມື; ຮຽກຮ້ອງໃຫ້ຄະນະຜູ້ແທນແຂວງບໍລິຄຳໄຊ ລາຍງານຕໍ່ອໍານາດການປົກຄອງແຂວງບໍລິຄຳໄຊ ສະເໜີຕໍ່ລັດຖະບານລາວ ປະກາດດ່ານນ້ຳອ່ອນ ເປັນດ່ານຊາຍແດນຫຼັກໂດຍໄວ, ສ້າງເງື່ອນໄຂຊຸກຍູ້ການເຄື່ອນໄຫວນຳເຂົ້າ-ສົ່ງອອກ, ການເຂົ້າ-ອອກເມືອງຢ່າງສະດວກ.

ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນ 9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ທີ່ໃຊ້ເສັ້ນທາງເລກ 8 ແລະເສັ້ນທາງເລກທີ 12 ໄດ້ຮັບຮອງເອົາ ແລະໄດ້ລົງນາມໃນບົດບັນທຶກກອງປະຊຸມ. ການຮ່ວມມືລະຫວ່າງ 9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ທີ່ນຳໃຊ້ສັ້ນທາງເລກ 8 ແລະເສັ້ນທາງເລກທີ 12 ໃນໄລຍະຜ່ານມາໄດ້ປະກອບສ່ວນຍົກສູງສາຍພົວພັນມິດຕະພາບລະຫວ່າງ 3 ປະເທດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະແຂວງ ແລະໃນທົ່ວພາກພື້ນ, ປະກອບສ່ວນສ້າງປະຊາຄົມອາຊຽນ ສັນຕິພາບ ແລະວັດທະນາຖາວອນ.

ບູນມີ

ເຫດການ
302 Found

Found

The document has moved here.