ວິທະຍາຄານການແພດທະຫານຫວຽດນາມ - ລາວ ຮ່ວມມືບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ

00:00 | 24/01/2024

ຍສໝ - ວິທະຍາຄານການແພດທະຫານ ຫວຽດນາມ ແລະ ວິທະຍາຄານການແພດກອງທັ ບລາວ ໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັດບັນດາເນື້ອໃນຕາມແຜນການຮ່ວມມືປະຈຳປີຂອງກະຊວງປ້ອງກັນປະເທດ 2 ປະເທດກ່ຽວກັບການບຳລຸງສ້າງພະນັກງານຂະແໜງການແພດທະຫານໃຫ້ແກ່ກອງທັບປະຊາຊົນລາວ. ນອກ​ນັ້ນ, ​ກໍ່ໄດ້​ສົ່ງ​ນັກ​ຊ່ຽວຊານ ​ຫວຽດນາມ ໄປ​ລາວ ​ເພື່ອ​ໜູນ​ຊ່ວຍ​ການບຳລຸງສ້າງ; ຈັດຕັ້ງບັນດາຊຸດຮຽນບຳລຸງ, ການ​ຝຶກ​ອົບ​ຮົມ ​ແລະ ບຳລຸງສ້າງຄູອາຈານ; ​ຮັບ​ເອົາການ​ບຳລຸງສ້າງໄລ​ຍະ​ສັ້ນ​ໃຫ້​ພະ​ນັກ​ງານ, ອາຈານສອນ, ນັກເຕັກນິກຂອງວິທະຍາຄານການແພດກອງທັບ ລາວ; ການບຳລຸງສ້າງ​ໄລ​ຍະ​ສັ້ນໃນການປະຕິບັດກວດວິເຄາະພະຍາດຢູ່ບັນດາໂຮງໝໍ, ສູນຂຶ້ນກັບວິທະຍາຄານການແພດທະຫານ ຫວຽດນາມ. ຈັດ​ຕັ້ງ​ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ​ລະ​ຫວ່າງ​ບັນດາໂຮງຮຽນວິທະຍາຄານການແພດທະຫານ ຫວຽດນາມ - ວິທະຍາຄານການແພດກອງທັບລາວ ໃນທຸກໆ 2 ປີຕໍ່ເທື່ອ; ຮ່ວມມື​ກັນ​ຜັນຂະຫຍາຍ​ບັນດາ​ໂຄງການ​ຄົ້ນຄວ້າ​ວິທະຍາສາດ​ໃນ​ຂົງ​ເຂດການແພດການທະຫານ, ຮັບປະກັນ​ການ​ແພດ​ທະຫານ ​ແລະ ​ແພດສາດ​ພື້ນຖານ​ຕາມ​ຫຼັກການ​ການ​ທູດ​ການ​ທະຫານ​ລະຫວ່າງ 2 ປະ​ເທດ.

ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັນໃນການຊຸກຍູ້ການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງ 2 ປະເທດ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັນໃນການຊຸກຍູ້ການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງ 2 ປະເທດ
ຫວຽດນາມ - ລາວ: ການພົວພັນດ້ານການເມືອງ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ ຫວຽດນາມ - ລາວ: ການພົວພັນດ້ານການເມືອງ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ

ຕາມ​ທ່ານ​ພົນຕີ ຫງວຽນ​ຊວນ​ກຽນ, ຜູ້ອຳນວຍການວິທະຍາຄານແພດທະຫານ ຫວຽດນາມ ແລ້ວ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ວິທະຍາ​ຄານ ຈະ​ປະກອບສ່ວນ​ເຂົ້າໃນການເພີ່ມພູນຄູນສ້າງ, ​ປັບປຸງ​ສາຍພົວພັນແບບ​ພິ​ເສດ ​ຫວຽດນາມ - ລາວ ​ເວົ້າ​ລວມ, ລະຫວ່າງກອງທັບ​ສອງ​ປະ​ເທດ ​ເວົ້າ​ສະ​ເພາະ. ນີ້​ກໍ່​ແມ່ນ​ພື້ນຖານ​ສຳຄັນ​ເພື່ອກໍສ້າງສອງວິທະຍາຄານໃຫ້​ກາຍ​ເປັນ​ບັນດາມະຫາວິທະຍາ​ໄລ​ນຳ​ໜ້າ​ໃນ​ຂົງ​ເຂດການ​ສຶກສາ​ດ້ານສຸຂະພາບ; ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ດ້ານ​ການຢາທີ່​ມີ​ຄຸນ​ນະພາ​ບສູງ ​ເພື່ອ​ປະຕິບັດໜ້າທີ່ກວດ ​ແລະ ປິ່ນປົວ​ພະຍາດ​ໃຫ້​ແກ່​ກອງທັບ ​ແລະ ປະຊາຊົນ 2 ປະ​ເທດ. ຜ່ານ​ນັ້ນ ກໍ່ຮັບໃຊ້ໃຫ້ພາລະກິດແຫ່ງການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພັດທະນາ​ຂະ​ແໜງ​ການ​ແພດ​ການ​ທະຫານ, ຂະ​ແໜງ​ສາທາລະນະ​ສຸກ ​ແລະ ລະບົບ​ການ​ສຶກສາ​ດ້ານສຸຂະພາບ​ຂອງ​ ຫວຽດນາມ - ລາວ.

ວິທະຍາຄານການແພດທະຫານຫວຽດນາມ - ລາວ ຮ່ວມມືບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ

ວິທະຍາຄານການແພດທະຫານ ຫວຽດນາມ ແລະ ວິທະຍາຄານການແພດກອງທັບ ລາວ ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍຈຳການຮ່ວມມື

ທ່ານ ຈັນສະໝອນ ມະຫາວົງ ຜູ້ອຳນວຍການວິທະຍາຄານການແພດກອງທັບ ລາວ ໃຫ້ຮູ້ວ່າ ການເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງກອງທັບ ເວົ້າລວມ, ລະຫວ່າງ 2 ວິທະຍາຄານ ເວົ້າສະເພາະ, ແຕ່ປີ 2017 ສອງວິທະຍາຄານ ໄດ້ແຮກສ່ຽວກັນເພື່ອສ້າງເງື່ອນໄຂເສີມຂະຫຍາຍການພົວພັນຮ່ວມມືໃຫ້ນັບມື້ນັບຢ່າງເລິກເຊິ່ງກ່ວາ. ນັບ​ແຕ່​ນັ້ນ​ມາ, ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື ກໍ່​ໄດ້​ຮັບ​ການຜັນຂະຫຍາຍ ແລະ ເກັບກ່ຽວໄດ້​ຜົນສຳ​ເລັດ​ຫຼາຍ​ຢ່າງ.

ທ່ານ​ເນັ້ນ​ໜັກ​ວ່າ ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍຈຳການຮ່ວມມືລະຫວ່າງ​ສອງ​ວິທະຍາຄານແພດທະຫານ ​ແມ່ນ​ບາດກ້າວ​ພັດທະນາ​ໃໝ່ຂອງການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງວິທະຍາຄານ. ນີ້ກໍ່ແມ່ນກາລະໂອກາດ ເພື່ອຊ່ວຍໃຫ້ວິທະຍາຄານແພດທະຫານ ກໍຄືຂະແໜງການແພດທະຫານຂອງກອງທັບະຊາຊົນ ລາວ ຄ່ອຍໆພັດທະນາຂຶ້ນສູ່ລະດັບດຽວກັນ ເພື່ອໃຫ້ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ໃນອະນາຄົດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.