ກະຊວງປອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື

07:02 | 08/03/2024

ຍສໝ - ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມໃນວົງແຄບກະຊວງປອງກັນປະເທດ ອາ​ຊຽນ (ADMM ແຄບ), ຕອນ​ບ່າຍ​ວັນ​ທີ 4 ມີນາ, ຢູ່​ແຂວງ ຫລວງ​ພະ​ບາງ, ​ແຂວງ​ພາກ​ເໜືອ​ຂອງ​ລາວ, ທ່ານ​ພົນໂທ ຫງວຽນ​ເຕີນເກືອງ - ຫົວໜ້າເສນາທິການໃຫຍ່ ກອງທັບ​ປະຊາຊົນ​ ຫວຽດນາມ, ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ ໄດ້ມີບັນດາການພົບພະຫຼາຍຝ່າຍກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ລາວ ​ແລະ ທ່ານ​ພົນ​ເອກTea Seiha - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ກຳປູ​ເຈຍ.

ໂຄງການຄອບຄົວຊາວຫວຽດນາມ ໄດ້ທູນຫົວນັກສຶກສາ ລາວ ແລະ ກຳປູເຈຍ ໄດ້ສ້າງສັນພັນແຫ່ງມິດຕະພາບ ໂຄງການຄອບຄົວຊາວຫວຽດນາມ ໄດ້ທູນຫົວນັກສຶກສາ ລາວ ແລະ ກຳປູເຈຍ ໄດ້ສ້າງສັນພັນແຫ່ງມິດຕະພາບ
ວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການຮ່ວມມື, ການລົງທຶນເຂົ້າໃນ ຫວຽດນາມ ວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການຮ່ວມມື, ການລົງທຶນເຂົ້າໃນ ຫວຽດນາມ

ທີ່ການພົບປະກັບທ່ານ ຈັນສະໝອນ ຈັນຍາລາດ, ພົນໂທ ຫງວຽນເຕີນເກືອງ ຢືນຢັນວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວ ທີ່ຈະໜູນຊ່ວຍກະຊວງປ້ອງກັນປະເທດ ລາວ ຈັດຕັ້ງບັນດາເຫດການທະຫານ - ປ້ອງກັນຊາດໃນຂອບເຂດອາຊຽນ 2024 ຢ່າງສຳເລັດຜົນ.

ສ່ວນທ່ານພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຊົມເຊີຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມ ADMM ວົງແຄບ, ເຊື່ອໝັ້ນວ່າ ການເຂົ້າຮ່ວມຂອງຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ຈະປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ.

ກະຊວງປອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື

ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ລາວ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ພົບພະສອງຝ່າຍກັບທ່ານ​ພົນໂທ ຫງວຽນ​ເຕີນເກື່ອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າເສນາທິການໃຫຍ່ ກອງທັບ​ປະຊາຊົນ​ ຫວຽດນາມ

2 ຝ່າຍ​ໄດ້​ຕີ​ລາຄາ​ກ່ຽວກັບ​ໝາກຜົນ​ການ​ຮ່ວມ​ມື​ໃນ​ໄລຍະທີ່ຜ່ານມາ, ​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ບັນດາ​ເນື້ອ​ໃນ​ຄື: ວຽກ​ງານ​ພັກ, ວຽກ​ງານ​ການ​ເມືອງ; ການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ການບຳລຸງສ້າງ, ການເຝິກອົບຮົມພະນັກງານ ແລະ ວຽກງານນັກຊ່ຽວຊານ; ຂະແໜງອຸດສາຫະກຳປ້ອງກັນຊາດ... ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຫວັງວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ຈະສະໜັບສະໜູນກຸ່ມຊ່ຽວຊານ ADMM+ ກ່ຽວກັບ​ກະທຳໝາກມິນມະນຸດສະທຳຮອບວຽນ 2024-2027 ໂດຍ ລາວ ແລະ ລັດເຊຍ ເປັນປະທານຮ່ວມ.

ທີ່ການພົບປະສອງຝ່າຍກັບທ່ານພົນເອກ Tea Seiha, ທ່ານພົນໂທ ຫງວຽນເຕີນເກືອງ ໄດ້ສະແດງຄວາມພໍໃຈຕໍ່ໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນປີ 2023 ທີ່ຜ່ານມາ. ສອງຝ່າຍ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ໃນ​ບັນດາ​ຂົງ​ເຂດ​ຄື ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ແລກປ່ຽນ​ພະນັກງານ​ໜຸ່ມ… ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ​2 ກອງທັບ, 2 ປະ​ເທດ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະພາບວ່າ ກອງທັບ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ຮັກສາ​ມູນເຊື້ອ​ແຫ່ງ​ການ​ຮ່ວມ​ມື, ສາມັກຄີ, ​ຕິດພັນ, ​ເປັນເສົາ​ຄ້ຳ​ສຳຄັນ​ຂອງ​ການ​ພົວພັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມິດຕະພາບ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ, ຄວາມໝັ້ນຄົງອັນຍາວ​ນານ ຫວຽດນາມ - ກຳປູ​ເຈຍ.

2 ຝ່າຍ​ເຫັນ​ດີເປັນເອກະພາບສືບ​ຕໍ່​ເອົາ​ໃຈ​ໃສ່, ຊີ້​ນຳ​ບັນດາ​ອົງການ, ຫົວໜ່ວຍ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ຜັນ​ຂະຫຍາຍ​ບັນດາ​ຈຸດສຸມການ​ຮ່ວມ​ມື​ຫຼາຍ​ດ້ານ​ຄື ການ​ພົບພະແລກປ່ຽນ​ຄະນະ​ຜູ້​ແທນ, ວຽກງານ​ໂຄສະນາ​ສຶກສາ​ກ່ຽວ​ກັບມູນເຊື້ອການພົວພັນລະຫວ່າງສອງປະເທດ, ສອງກອງທັບ; ແລກປ່ຽນພະນັກງານຊາວໜຸ່ມ; ຮ່ວມ​ມື​ດ້ານ​ການ​ບຳລຸງ​ສ້າງແຫຼ່ງ​ຊັບພະຍາກອນ​ມະນຸດ, ​ຖືເປັນ​ສຳຄັນການບຳລຸງ​ສ້າງ​ພາສາ​ຂອງ​ກັນ ​ແລະ ​ກັນ, ພິ​ເສດ​ແມ່ນ​ບັນດາ​ຫົວໜ່ວຍ​ຢູ່​ເຂດ​ຊາຍ​ແດນ; ຊີ້​ນຳ​ບັນດາ​ອົງການ, ຫົວໜ່ວຍ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສະຫຼຸບ​ການ​ປະຕິບັດ​ອະນຸສັນຍາກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ໄລຍະ 2020-2024; ສ້າງອະນຸສັນຍາໄລຍະ 2025-2029.

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ພົນໂທ ຫງວຽນເຕີນເກືອງ ໄດ້​ໃຫ້​ກຽດ​ເຊີນ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກອງທັບພະບໍລົມວົງສານຸວົງ ແລະ ບັນດາ​ວິ​ສາ​ຫະກິດ ກຳປູ​ເຈຍ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ ​ຫວຽດນາມ ​ແລະ ງານ​ວາງສະ​ແດງ​ປ້ອງ​ກັນຊາດ​ສາກົນ ​ຄັ້ງ​ທີ 2 ທີ່ຄາດວ່າຈະຈັດຂຶ້ນໃນທ້າຍປີ 2024.

ມິງດຶກ

ເຫດການ
302 Found

Found

The document has moved here.