ບັນດາປະເທດອາຊຽນ ເຂົ້າຮ່ວມກອງປະຊຸມອອນໄລ ເພື່ອປຶກສາຫາລືກ່ຽວກັບວິທີການສະກັດກັ້ນ Covid-19

16:58 | 01/04/2020

ຍສໝ - ວັນທີ 31 ມີນາ, ກອງປະຊຸມທາງອອນໄລຄັ້ງທຳອິດ ຂອງກຸ່ມປະຕິບັດງານຂຶ້ນກັບສະພາປະສານງານ ອາຊຽນ ວ່າດ້ວຍການຮັບມືຕໍ່ບັນດາສະຖານະການສຸກເສີນ ດ້ານສາທາລະນະສຸກໄດ້ເກີດຂື້ນ.

ບ ນດາປະເທດອາຊຽນ ເຂ າຮ ວມກອງປະຊ ມອອນໄລ ເພ ອປ ກສາຫາລ ກ ຽວກ ບວ ທ ການສະກ ດກ ນ covid 19 ທະນາຄານພັດທະນາອາຊີ ໝັ້ນໝາຍວ່າ ຈະໜູນຊ່ວຍຫວຽດນາມ ຮັບມືກັບໂລກລະບາດ Covid – 19
ບ ນດາປະເທດອາຊຽນ ເຂ າຮ ວມກອງປະຊ ມອອນໄລ ເພ ອປ ກສາຫາລ ກ ຽວກ ບວ ທ ການສະກ ດກ ນ covid 19 ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ

ຄະນະປະຕິບັດງານ ໄດ້ສ້າງຕັ້ງຂຶ້ນພາຍໃຕ້ການສະເໜີຂອງຫວຽດນາມ, ປະທານອາຊຽນ, ເພື່ອສົ່ງເສີມການປະສານງານຂອງປະຊາຄົມ ອາຊຽນ ທັງໝົດເພື່ອຮັບມືກັບການຜັນແປທີ່ສັບສົນຂອງການລະບາດ Covid-19. ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢູງ, ຫົວໜ້າກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM) ຫວຽດນາມ, ເປັນປະທານກອງປະຊຸມ.

ກອງປະຊຸມອອນໄລຄັ້ງນີ້ ໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບສະພາບການລະບາດ Covid-19 ຢູ່ບັນດາປະເທດສະມາຊິກອາຊຽນ, ແລະ ກ່ຽວກັບມາດຕະການທີ່ປະຕິບັດໂດຍແຕ່ລະປະເທດ ກໍ່ຄື ບັນດາອົງການຊ່ຽວຊານ ແລະ ປະຊາຄົມອາຊຽນ ນັບຕັ້ງແຕ່ການລະບາດຂອງພະຍາດ ຮອດປະຈຸບັນ.

ບ ນດາປະເທດອາຊຽນ ເຂ າຮ ວມກອງປະຊ ມອອນໄລ ເພ ອປ ກສາຫາລ ກ ຽວກ ບວ ທ ການສະກ ດກ ນ covid 19
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ (ພາບ: baoquocte.vn)

ບັນດາເຈົ້າໜ້າທີ່ອາວຸໂສ ຂອງ ປະຊາຄົມອາຊຽນ ໄດ້ເປັນເອກະພາບກັນວ່າ ຈະສະເໜີຕໍ່ສະພາປະສານງານ ອາຊຽນ ກ່ຽວກັບບັນດາການປະຕິບັດຕົວຈິງ ເພື່ອສະໜັບສະໜູນກຳລັງແຮງຂອງປະຊາຄົມ ອາຊຽນ ທັງໝົດໃນການຄວບຄຸມ, ປ້ອງກັນການແຜ່ລະບາດຂອງພະຍາດ, ພ້ອມກັນນັ້ນ ໄດ້ຫຼຸດຜ່ອນຜົນຮ້າຍຂອງພະຍາດທີ່ມີຕໍ່ເສດຖະກິດ ແລະ ສັງຄົມຂອງບັນດາປະເທດສະມາຊິກ.

ອາຊຽນ ກໍ່ໄດ້ເພີ່ມທະວີການປະສານງານຈັດຕັ້ງປະຕິບັດມາດຕະການ ແລະ ນະໂຍບາຍທີ່ຄົບຖ້ວນ ເພື່ອຫຼຸດຜ່ອນຜົນກະທົບທາງເສດຖະກິດ ແລະ ສັງຄົມຂອງການລະບາດ, ລວມທັງການສະໜັບສະໜູນ ໃຫ້ນັກທຸລະກິດ ແລະ ປະຊາຊົນ, ໂດຍສະເພາະ ແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ; ໃຫ້ຄຳໝັ້ນສັນຍາ ທີ່ຈະຮັກສາການເປີດຕະຫຼາດ, ອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນສິນຄ້າ, ການຄ້າ ແລະ ການລົງທືນທີ່ໝັ້ນຄົງ, ຮັບປະກັນຄວາມປອດໄພທາງສັງຄົມ...

ທ່ານລັດຖະມົນຕີຊ່ວຍວ່າການ ຫງວຽນກວກຢູງ ໄດ້ຢືນຢັນວ່າ ໃນຖານະເປັນປະທານອາຊຽນ, ຫວຽດນາມ ຈະຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງອາຊຽນກັບບັນດາຄູ່ຮ່ວມມືໃນພາກພື້ນ ແລະ ໃນໂລກ ເພື່ອພະຍາຍາມຮ່ວມກັນຮັບມືກັບການລະບາດຂອງພະຍາດດັ່ງກ່າວ.

ບ ນດາປະເທດອາຊຽນ ເຂ າຮ ວມກອງປະຊ ມອອນໄລ ເພ ອປ ກສາຫາລ ກ ຽວກ ບວ ທ ການສະກ ດກ ນ covid 19 ໜັງ​ສື​ພິມ​ເຢຍ​ລະ​ມັນ​ຍ້ອງຍ​ໍ​ຊົມ​ເຊີຍຫວຽດ​ນາມ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19

ຍສໝ - ໜັງສືພິມລາຍວັນ Junge Welt ຂອງເຢຍລະມັນໄດ້ມີບົດຂຽນຍ້ອງຍໍຊົມເຊີຍການກະທຳຢ່າງທັນການແລະຂ້ຽວຂາດຂອງຫວຽດນາມໃນບັ້ນສະກັດກັ້ນໂລກລະບາດ Covid – 19 ທີ່ອັນຕະລາຍນີ້.

ບ ນດາປະເທດອາຊຽນ ເຂ າຮ ວມກອງປະຊ ມອອນໄລ ເພ ອປ ກສາຫາລ ກ ຽວກ ບວ ທ ການສະກ ດກ ນ covid 19 ເພີ່ມທະວີຄວາມສາມາດຟື້ນຟູເສດຖະກິດຂອງອາຊຽນເພື່ອຮັບມືກັບໂລກລະບາດ Covid – 19

ຍສໝ - ໃນ ຕອນບ່າຍວັນທີ 11 ມີນາ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ວາງອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີຄວາມສາມາດຟື້ນຟູເສດຖະກິດຂອງອາຊຽນເພື່ອຮັບມືກັບໂລກລະບາດ Covid – 19.

ບ ນດາປະເທດອາຊຽນ ເຂ າຮ ວມກອງປະຊ ມອອນໄລ ເພ ອປ ກສາຫາລ ກ ຽວກ ບວ ທ ການສະກ ດກ ນ covid 19 ສະມາຄົມຄົນເກົ່າຫຼີຢູ່ຫວຽດນາມ ໄດ້ສົ່ງເງີນຊ່ວຍເຫຼືອ 1,8 ຕື້ ມາຮອດບັນດາສູນແຍກອອກຫ່າງສະກັດກັ້ນ Covid - 19.

ຍສໝ - ເມື່ອບໍ່ດົນມານີ້, ບັນດາຂອງຂວັນມີຄຸນຄ່າປະມານ 1,1 ຕື້ໂດງເງີນສົດ ແລະ ບັນດາພະລິດຕະພັນທີ່ມີຄຸນຄ່າ 700 ລ້ານໂດງ ປະກອບມີ ຜ້າຫົ່ມ, ນໍ້າຢາລ້າງມື, ເຂົ້າໜົມ ແລະ ອື່ນໆ ໄດ້ສົ່ງມາຮອດ ສູນແຍກອອກຫ່າງ 16 ແຫ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.