ເພີ່ມທະວີຄວາມສາມາດຟື້ນຟູເສດຖະກິດຂອງອາຊຽນເພື່ອຮັບມືກັບໂລກລະບາດ Covid – 19

07:26 | 13/03/2020

ຍສໝ - ໃນ ຕອນບ່າຍວັນທີ 11 ມີນາ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ວາງອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີຄວາມສາມາດຟື້ນຟູເສດຖະກິດຂອງອາຊຽນເພື່ອຮັບມືກັບໂລກລະບາດ Covid – 19.

ຖະແຫຼງການຮ່ວມໄດ້ສົ່ງຄວາມເຫັນໃຈໄປຍັງບັນດາປະເທດຢູ່ໃນ ແລະ ນອກອາຊຽນເຊິ່ງພວມໄດ້ຮັບຜົນສະທ້ອນຈາກໂລກລະບາດນີ້, ຢ້ຳຄືນຖະແຫຼງການຂອງປະເທດທີ່ເປັນປະທານອາຊຽນ ກ່ຽວກັບອາຊຽນເປັນເຈົ້າການຮັບມືຕໍ່ການລະບາດຂອງ ໂລກພະຍາດ Covid – 19.

ເພີ່ມທະວີຄວາມສາມາດຟື້ນຟູເສດຖະກິດຂອງອາຊຽນເພື່ອຮັບມືກັບໂລກລະບາດ Covid – 19

ຫົວໜ້າຄະນະຜູ້ແທນບັນດາປະເທດຖ່າຍຮູບລວມຢູ່ກອງປະຊຸມ . (ພາບ: baomoi.com)

ຖະແຫຼງການຮ່ວມກໍ່ຮັບຮູ້ຄວາມມານະພະຍາຍາມໃນປະຈຸບັນຂອງທຸກປະເທດສະມາຊິກອາຊຽນ, ບັນດາອົງການຂະແໜງອາຊຽນ ກໍ່ຄືບັນດາພື້ນຖານເສດຖະກິດອື່ນໃນການຄວບຄຸມການແຜ່ລະບາດ ແລະສົ່ງຜົນສະທ້ອນຂອງເຊື້ອພະຍາດ COVID-19; ຍ້ອງຍໍຊົມເຊີຍການປະກອບສ່ວນຂອງບັນດາພາລະກອນຂະແໜງສາທາລະນະສຸກ ແລະພາກສ່ວນທີ່ບໍ່ແມ່ນພາລະກອນຂະແໜງສາທາລະນະສຸກທີ່ໄດ້ຊ່ວຍເຫຼືອຜູ້ທີ່ຖືກຜົນສະທ້ອນຈາກເຊື້ອພະຍາດ COVID-19.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.