ສະມາຄົມຄົນເກົ່າຫຼີຢູ່ຫວຽດນາມ ໄດ້ສົ່ງເງີນຊ່ວຍເຫຼືອ 1,8 ຕື້ ມາຮອດບັນດາສູນແຍກອອກຫ່າງສະກັດກັ້ນ Covid - 19.

12:36 | 11/03/2020

ຍສໝ - ເມື່ອບໍ່ດົນມານີ້, ບັນດາຂອງຂວັນມີຄຸນຄ່າປະມານ 1,1 ຕື້ໂດງເງີນສົດ ແລະ ບັນດາພະລິດຕະພັນທີ່ມີຄຸນຄ່າ 700 ລ້ານໂດງ ປະກອບມີ ຜ້າຫົ່ມ, ນໍ້າຢາລ້າງມື, ເຂົ້າໜົມ ແລະ ອື່ນໆ ໄດ້ສົ່ງມາຮອດ ສູນແຍກອອກຫ່າງ 16 ແຫ່ງ.

ສູນແຍກອອກຫ່າງນີ້ມີທັງຄົນຫວຽນນາມ ແລະ ຄົນເກົ່າຫຼີ ທີ່ສົງໃສຕິດເຊື້ອພະຍາດ Covid - 19. ບັນດາອົງການທີ່ເຂົ້າຮ່ວມການບໍລິຈາກປະກອບມີ ສະມາຄົມຄົນເກົ່າຫຼີຢູ່ຮ່າໂນ້ຍ, ສະມາຄົມນັກທຸລະກິດເກົ່າຫຼີ, ສະມາຄົມນັກທຸລະກິດຂະໜາດກາງ ແລະ ນ້ອຍ ເກົ່າຫຼີ, ສະມາຄົມຄອບຄົວຫວຽດນາມ-ເກົ່າຫຼີ.

ສະມາຄົມຄົນເກົ່າຫຼີຢູ່ຫວຽດນາມ ໄດ້ສົ່ງເງີນຊ່ວຍເຫຼືອ 1,8 ຕື້ ມາຮອດບັນດາສູນແຍກອອກຫ່າງສະກັດກັ້ນ Covid - 19.

ຜູ້ຕາງໜ້າສະມາຄົມ ສ. ເກົາຫຼີ ຢູ່ຫວຽດນາມ ໄດ້ມອບຂອງຂວັນໃຫ້ບັນດາຈຸດທີ່ແຍກອອກຫ່າງສະກັດກັ້ນ Covid - 19 ຢູ່ໂຮງຮຽນການທະຫານ ແຂວງຮວ່າບິ່ງ. (ພາບ: thoidai.com.vn)

ທ່ານ Park Noh-wan ເອກອັກຄະລັດຖະທູດເກົ່າຫຼີປະຈຳຢູ່ຫວຽດນາມ ໃຫ້ຮູ້ວ່າ ມີປະມານ 300 ຄົນເກົ່າຫຼີຢູ່ສູນແຍກອອກຫ່າງ ໂຄວິດ-19 ຂອງຫວຽດນາມ, ໃນນັ້ນ, ຢູ່ຮ່າໂນ້ຍມີ 174 ຄົນ, ດານັງມີ 19 ຄົນ ແລະ ນະຄອນໂຮ່ຈິມີງມີ 145 ຄົນ. ໃນຈຳນວນ 170.000 ຄົນເກົ່າຫຼີກຳລັງດຳລົງຊີວິດຢູ່ຫວຽນນາມ, ບໍ່ມີຄົນຕິດເຊື້ອພະຍາດ ໂຄວິດ-19.

Covid - 19 ໄດ້ເກີດຂຶ້ນຢູ່ຫຼາຍກວ່າ 100 ປະເທດ, ອານາເຂດ ຫຼັງຈາກການເລີ່ມລະບາດຢູ່ວູຫານ ເດືອນ 12/2019. ເຊື້ອພະຍາດເຮັດໃຫ້ຫຼາຍກວ່າ 106.000 ຄົນຕິດ, 3.600 ຄົນເສຍຊີວິດ. ປັດຈຸບັນ ເກົ່າຫຼີເປັນປະເທດທີ່ມີເຊື້ອພະຍາດໃຫຍ່ທີສອງໃນໂລກ, ມີຫຼາຍກວ່າ 7000 ຄົນຕິດ ແລະ ນ້ອຍສຸດແມ່ນ 50 ຄົນເສຍຊີວິດ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.