ຮັກ​ສາກົນ​ໄກ​​ຄວບ​ຄຸມລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນແລະເຂດ​ພາກ​ໃຕ້ ເມື່ອ​ຜ່ອນ​ຜັນ​ການ​ແຍກ​​ຫ່າງສັງ​ຄົມ

16:25 | 01/10/2021

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 28 ກັນ​ຍາ, ຢູ່​ສະ​ຖານ​ທີ່​ເຊື່ອມ​ຕໍ່ຖ່າຍທອດສົດນະ​ຄອນ​ໂຮ່​ຈີ​ມິນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວູ​ດຶກ​ດາມໄດ້​ເຮັດ​ວຽກ​ທາງ​ໄກກັບ​ນະ​ຄອນ​ໂຮ່​ຈີ​ມິນ, ບັນ​ດາ​ແຂວງ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມແລະໄຕ​ງວຽນ ​ກ່ຽວ​ກັບ​ການ​ກະ​ກຽມ​ຜ່ອນ​ຜັນ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມພາຍຫຼັງ​ວັນ​ທີ 30 ກັນ​ຍາ.

ການ​ປຶກ​ສາ​ຫາ​ລືລະ​ຫວ່າງກົມ​ການ​ຂ່າວແລະ ສື່ມວນ​ຊົນ​ກະ​ຊວງ​ການ​ຕ່າງ​ປະ​ເທດລະ​ຫວ່າງ​ສອງ​ປະ​ເທດຫວຽດ​ນາມ - ສະ​ຫະ​ພັນລັດ​ເຊຍ ການ​ປຶກ​ສາ​ຫາ​ລືລະ​ຫວ່າງກົມ​ການ​ຂ່າວແລະ ສື່ມວນ​ຊົນ​ກະ​ຊວງ​ການ​ຕ່າງ​ປະ​ເທດລະ​ຫວ່າງ​ສອງ​ປະ​ເທດຫວຽດ​ນາມ - ສະ​ຫະ​ພັນລັດ​ເຊຍ
ນະ​ຄອນ​ໂຮ່​ຈີ​ມິນ​ສື​ບ​ຕໍ່​ສະ​ເໜີຫຼຸດ​ຜ່ອນ​ພາ​ສີອາ​ກອນ, ດອກ​ເບ້ຍ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ ນະ​ຄອນ​ໂຮ່​ຈີ​ມິນ​ສື​ບ​ຕໍ່​ສະ​ເໜີຫຼຸດ​ຜ່ອນ​ພາ​ສີອາ​ກອນ, ດອກ​ເບ້ຍ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ
ຮັກ​ສາກົນ​ໄກ​​ຄວບ​ຄຸມລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນແລະເຂດ​ພາກ​ໃຕ້ ເມື່ອ​ຜ່ອນ​ຜັນ​ການ​ແຍກ​​ຫ່າງສັງ​ຄົມ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວູ​ດຶກ​ດາມ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: TTXVN)

ທີ່​ການ​ເຮັດ​ວຽກ, ບັນ​ດາ​ຄຳ​ເຫັນ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ເລື່ອງ​ຕ້ອງ​ການ​ຜ່ອນ​ຜັນ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ ຢູ່​ນະ​ຄອນ​ໂຮ່​ຈີ​ມິນແລະ​ເຂດ​ພາກ​ໃຕ້ ໃນ​ສະ​ພາບ​ການ​ບັນ​ດາ​ທ້ອງ​ຖິ່ນ​ຄວບ​ຄຸມ​ໂລກ​ລະ​ບາດ​ໄດ້​ໂດຍ​ພື້ນ​ຖານ​ແລ້ວ, ຮຽກ​ຮ້ອງ​ການ​ຜ່​ອນ​ຜັນ​​ການ​ແຍກ​ຫ່າງ​ໃນ​ສັງ​ຄົມເພື່ອຟື້ນ​ຟູ​ການ​ພັດ​ວະ​ນາ​ເສດ​ຖະ​ກິດ, ນຳ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກັບ​ຄືນ​ສູ່​ສະ​ພາບ​ການ​ທີ່​ເປັນ​ປົກ​ກະ​ຕິໃນ​ປັດ​ຈຸ​ບັນ​ແມ່ນ​ສິ່ງ​ຈຳ​ເປັນ​ທີ່​ສຸດ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວູ​ດຶກ​ດາມເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ຄຳ​ເຫັນ​ຂອງ​ບັນ​ດາ​ທ້ອງ​ຖິ່ນນັ້ນ​ແມ່ນສືບ​ຕໍ່​ຮັກ​ສາ​ກົນ​ໄກ​ຄວບ​ຄຸມຜູ້​ເຂົ້າ​ອອກ​ນະ​ຄອນ​ໂຮ່​ຈີ​ມິນແລະຄຸ້ມ​ຄອງ​ການ​ເດີນ​ທາງ​ໄປ​ມາ​ລະ​ຫວ່າງ​ບັນ​ດາ​ແຂວງ, ນະ​ຄອນ​ຄື​ໃນ​ປັດ​ຈຸ​ບັນ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຮຽກ​ຮ້ອງ​ໃຫ້​ນະ​ຄອນ​ຕ້ອງ​ກະ​ກຽມ​ຢ່າງ​ຄົບ​ຊຸດ, ສ້າງ​ເງື່ອນ​ໄຂ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ, ວັກ​ຊິນ, ບ່ອນ​ພັກ​ອາ​ໄສ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ, ບັນ​ດາ​ມາດ​ຕະ​ການ​ຮັບ​ກຳ​ມະ​ກອນ​ຈາກ​ບັນ​ດາ​ທ້ອງ​ຖິ່ນ​ກັບ​ຄືນ​ນະ​ຄອນ​ຕ້ອງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ສ້າງ​ເງື່ອນ​ໄຂ​ດີ່​ທີ່​ສຸດ​ໃນ​ການ​ສັກ​ວັກ​ຊິນໃຫ້​ແກ່​ຜູ້​ອອກ​ແຮງ​ງານ .

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຮຽກ​ຮ້ອງ​ໃຫ້​ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ, ຮັບ​ປະ​ກັນ​ການ​ສັກ​ວັກ​ຊິນ​ສ້າງ​ພູມ​ຕ້ານ​ທານ​ໃນ​ປະ​ຊາ​ຄົມ, ຫັນ​ບັນ​ດາ​ທ້ອງ​ຖິ່ນ​ໃຫ້​ປອດ​ໄພ​ໂດຍ​ໄວເພື່ອ​ນຳ​ຊີ​ວິດ​ການ​ເປ​ັນ​ຢູ່​ຂອງປະ​ຊາ​ຊົນກັບ​ຄືນ​ສູ່​ສະ​ພາບ​ການ​ທີ່​ເປັນ​ປົກ​ກະ​ຕິ​ໃໝ່.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.