ເອກອັກຄະລັດຖະທູດບັນດາປະເທດອາຊຽນ ປະຈຳລັດເຊຍ ໄດ້ຕີລາຄາສູງບົດບາດຂອງຫວຽດນາມ

19:28 | 02/08/2020

ຍສໝ - ບັນດາເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ຄວາມມານະພະຍາຍາມຂອງຫວຽດນາມໃນຖານະເປັນປະທານອາຊຽນ, ໂດຍສະເພາະໃນການຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ດ້ວຍຮູບການຖ່າຍທອດສົດຢ່າງເປັນທາງການ.

ເອກອ ກຄະລ ດຖະທ ດບ ນດາປະເທດອາຊຽນ ປະຈຳລ ດເຊຍ ໄດ ຕ ລາຄາສ ງບ ດບາດຂອງຫວຽດນາມ ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ (EU) - ຫວຽດນາມ (EVFTA), ເປັນສັນຍາການຄ້າຮອບດ້ານທີ່ສຸດ
ເອກອ ກຄະລ ດຖະທ ດບ ນດາປະເທດອາຊຽນ ປະຈຳລ ດເຊຍ ໄດ ຕ ລາຄາສ ງບ ດບາດຂອງຫວຽດນາມ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ຕີລາຄາສູງວຽກງານບໍາລຸງສ້າງຊັບພະຍາກອນມະນຸດຂອງແຂວງເຊີນລາ ໃຫ້ແກ່ບັນດາແຂວງພາກເໜືອຂອງລາວ

ວັນທີ 1 ສິງຫາ, ທ່ານ ໂງດຶກແມັງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ, ປະທານຄະນະກຳມະການອາຊຽນຢູ່ ນະຄອນຫຼວງ Moskva (AMC) ໄດ້ເປັນປະທານກອງປະຊຸມ AMC ດ້ວຍການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດຂອງ 10 ປະເທດອາຊຽນ ປະຈຳສະຫະພັນລັດເຊຍ.

ນີ້ແມ່ນກອງປະຊຸມຄະນະກຳມະການອາຊຽນຄັ້ງທີ 2 ຢູ່ນະຄອນຫຼວງ Moskva ໃນປີທີ່ທ່ານເອກອັກຄະລັດຖະທູດຫວຽດນາມ ໄດ້ຮັບຜິດຊອບບົດບາດເປັນປະທານຄະນະກຳມະການນີ້ ແລະ ແມ່ນກອງປະຊຸມຄັ້ງທຳອິດພາຍຫຼັງ 4 ເດືອນທີ່ປະຕິບັດແຍກຫ່າງທາງສັງຄົມ ຍ້ອນການລະບາດຂອງ COVID-19 ຢູ່ສະຫະພັນລັດເຊຍ.

ເອກອ ກຄະລ ດຖະທ ດບ ນດາປະເທດອາຊຽນ ປະຈຳລ ດເຊຍ ໄດ ຕ ລາຄາສ ງບ ດບາດຂອງຫວຽດນາມ
ຫວຽດນາມຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ດ້ວຍຮູບການອອນລາຍ. (ພາບ: TTXVN)

ທີ່ກອງປະຊຸມ, ປະທານຄະນະກຳມະການອາຊຽນ ຢູ່ ນະຄອນຫຼວງ Moskva ໃນປີ 2020, ທ່ານ ໂງດຶກແມັງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ແບ່ງປັນກ່ຽວກັບສະພາບການປ້ອງກັນສະກັດກັ້ນການຕິດເຊື້ອພະຍາດລະບົບຫາຍໃຈ ທີ່ເກີດຈາກເຊື້ອໄວຣັດ SARS-CoV-2 (COVID-19) ຢູ່ ຫວຽດນາມ ແລະ ການເຄື່ອນໄຫວຂອງຫວຽດນາມ ໃນຖານະເປັນປະທານອາຊຽນໃນປີ 2020, ແລະ ສະເໜີບາງມາດຕະການເພື່ອເພີ່ມທະວີການປະສານງານໃນຂອບ AMC ກັບບັນດາຄູ່ຮ່ວມມືລັດເຊຍ.

ບັນດາເອກອັກຄະລັດຖະທູດເຂົ້າຮ່ວມກອງປະຊຸມ ໄດ້ຕີລາຄາສູງບົດບາດ ແລະ ຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປັນປະທານອາຊຽນ ເຊິ່ງໄດ້ປະຕິບັດຫລາຍໆກິດຈະກຳເພື່ອນຳພາຈັດຕັ້ງປະຕິບັດແຜນການເຮັດວຽກ, ໂດຍສະເພາະແມ່ນການຈັດຕັ້ງທີ່ປະສົບຜົນສຳເລັດ ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ດ້ວຍຮູບການອອນລາຍຢ່າງເປັນທາງການ ໃນສະພາບການຜັນແປຢ່າງສັບສົນພະຍາດ COVID-19 ຍັງສັບສົນຢູ່.

ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດ ໄດ້ແບ່ງປັນວ່າການລະບາດຂອງພະຍາດ COVID-19 ແມ່ນພະຍາດລະບາດທີ່ບໍ່ເຄີຍມີມາກ່ອນ, ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງປະຊາຊົນ, ລະບົບການຮັກສາການແພດ ແລະ ກໍ່ໃຫ້ເກີດການສູນເສຍທາງດ້ານເສດຖະກິດຢ່າງຫລວງຫລາຍ, ແລະ ສົ່ງຜົນກະທົບທາງລົບຕໍ່ສັງຄົມສຳລັບທຸກໆປະເທດໃນໂລກໂດຍທົ່ວໄປ ແລະ ອາຊຽນໂດຍສະເພາະ.

ດ້ວຍຈິດໃຈດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມ ຂອງອຳນາດການປົກຄອງທີ່ລັດເຊຍ ໃນການຄວບຄຸມພະຍາດ COVID-19 ຢ່າງມີປະສິດທິຜົນ, ພ້ອມທັງຊ່ວຍເຫຼືອບັນດາສຳນັກງານການທູດຂອງບັນດາປະເທດອາຊຽນ ໃນການປ້ອງກັນ ແລະ ຄວບຄຸມພະຍາດນີ້.

ເອກອ ກຄະລ ດຖະທ ດບ ນດາປະເທດອາຊຽນ ປະຈຳລ ດເຊຍ ໄດ ຕ ລາຄາສ ງບ ດບາດຂອງຫວຽດນາມ ນຳສົ່ງພົນລະເມືອງຫວຽດນາມເກືອບ 300 ຄົນ ຈາກສະຫະລັດອາເມລິກາ ແລະ ຍີ່ປຸ່ນ ກັບຄືນປະເທດ

ຍສໝ - ເພື່ອຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ, ສາຍການບິນໄດ້ປະຕິບັດບັນດາມາດຕະການຢ່າງເຂັ້ມງວດກ່ຽວກັບຄວາມປອດໄພ ແລະ ສຸຂະອະນາໄມໂລກລະບາດໃນເວລາບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນ ກາມແລງ, ຜູ້ເຂົ້າຮ່ວມໃນຖ້ຽວບິນແມ່ນຢູ່ພາຍໃຕ້ການຕິດຕາມກວດກາດ້ານການແພດ ແລະ ປະຕິບັດການແຍກຫ່າງຕາມທີ່ໄດ້ກຳນົດໄວ້.

ເອກອ ກຄະລ ດຖະທ ດບ ນດາປະເທດອາຊຽນ ປະຈຳລ ດເຊຍ ໄດ ຕ ລາຄາສ ງບ ດບາດຂອງຫວຽດນາມ ຫວຽດນາມ ແລະ ອາເຈນຕິນາ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າ

ຍສໝ - ທີ່ກອງປະຊຸມສຳມະນາ, ທ່ານນາງ Perié ໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນຕ້ອງການເພີ່ມທະວີການເຄື່ອນໄຫວຕ່າງໆ ໃນກົນໄກການຮ່ວມມືສອງຝ່າຍ ໂດຍອີງໃສ່ການສະໜັບສະໜູນລະຫວ່າງພື້ນຖານເສດຖະກິດປະເທດອາເຈນຕິນາ ແລະ ຫວຽດນາມ.

ເອກອ ກຄະລ ດຖະທ ດບ ນດາປະເທດອາຊຽນ ປະຈຳລ ດເຊຍ ໄດ ຕ ລາຄາສ ງບ ດບາດຂອງຫວຽດນາມ ຫວຽດນາມ - ຈີນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ຍສໝ - ທ່ານຫົວໜ້າຄະນະປະສານງານການພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໄດ້ສະແດງວ່າ ປະເທດຈີນປາດຖະໜາຢາກສືບຕໍ່ພ້ອມກັບຫວຽດນາມ ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນທຸກຂົງເຂດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.