ນຳສົ່ງພົນລະເມືອງຫວຽດນາມເກືອບ 300 ຄົນ ຈາກສະຫະລັດອາເມລິກາ ແລະ ຍີ່ປຸ່ນ ກັບຄືນປະເທດ

13:18 | 31/07/2020

ຍສໝ - ເພື່ອຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ, ສາຍການບິນໄດ້ປະຕິບັດບັນດາມາດຕະການຢ່າງເຂັ້ມງວດກ່ຽວກັບຄວາມປອດໄພ ແລະ ສຸຂະອະນາໄມໂລກລະບາດໃນເວລາບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນ ກາມແລງ, ຜູ້ເຂົ້າຮ່ວມໃນຖ້ຽວບິນແມ່ນຢູ່ພາຍໃຕ້ການຕິດຕາມກວດກາດ້ານການແພດ ແລະ ປະຕິບັດການແຍກຫ່າງຕາມທີ່ໄດ້ກຳນົດໄວ້.    

ນຳສ ງພ ນລະເມ ອງຫວຽດນາມເກ ອບ 300 ຄ ນ ຈາກສະຫະລ ດອາເມລ ກາ ແລະ ຍ ປ ນ ກ ບຄ ນປະເທດ ຊາວຫວຽດນາມເກືອບ 300 ຄົນ ຈາກເອີຣົບກັບຄືນປະເທດຢ່າງປອດໄພ
ນຳສ ງພ ນລະເມ ອງຫວຽດນາມເກ ອບ 300 ຄ ນ ຈາກສະຫະລ ດອາເມລ ກາ ແລະ ຍ ປ ນ ກ ບຄ ນປະເທດ ນຳສົ່ງພົນລະເມືອງ ຫວຽນາມ ຈຳນວນຫຼາຍກວ່າ 300 ຄົນ ຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ
ນຳສ ງພ ນລະເມ ອງຫວຽດນາມເກ ອບ 300 ຄ ນ ຈາກສະຫະລ ດອາເມລ ກາ ແລະ ຍ ປ ນ ກ ບຄ ນປະເທດ
ນຳສົ່ງພົນລະເມືອງຫວຽດນາມເກືອບ 300 ຄົນ ຈາກສະຫະລັດອາເມລິກາ ແລະ ຍີ່ປຸ່ນ ກັບຄືນປະເທດ.(ພາບ:baoquocte.vn)

ໃນລະຫວ່າງວັນທີ 29-30 ກໍລະກົດ, ບັນດາອົງການເຈົ້າໜ້າທີ່ຫວຽດນາມ, ບັນດາອົງການຕົວແທນຫວຽດນາມ ປະຈໍາສະຫະລັດອາເມລິກາ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ຮ່ວມມືກັບບັນດາອົງການເຈົ້າໜ້າທີ່ສະຫະລັດອາເມລິກາ ເພື່ອນຳສົ່ງພົນລະເມືອງຫວຽດນາມເກືອບ 300 ຄົນ ຈາກສະໜາມບິນສາກົນ San Francisco, ສະຫະລັດອາເມລິກາ ແລະ Narita, ຍີ່ປຸ່ນ ກັບຄືນປະເທດດ້ວຍຄວາມປອດໄພ.

ເພື່ອຊ່ວຍພົນລະເມືອງຫວຽດນາມ ສຳເລັດຂັ້ນຕອນທີ່ຈຳເປັນ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ San Francisco, ສະຫະລັດອາເມລິກາ ແລະ ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ ໄດ້ສົ່ງພະນັກງານໄປສະໜາມບິນໂດຍກົງເພື່ອປະສານງານກັບສາຍການບິນເພື່ອຊ່ວຍເຫຼືອພົນລະເມືອງຫວຍດນາມໃນການເຮັດສຳເລັດຂັ້ນຕອນທີ່ຈຳເປັນໃນການຂຶ້ນເຮືອບິນໂດຍໄວ ແລະ ປອດໄພ.

ເພື່ອຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ, ສາຍການບິນໄດ້ປະຕິບັດບັນດາມາດຕະການຢ່າງເຂັ້ມງວດກ່ຽວກັບຄວາມປອດໄພ ແລະ ສຸຂະອະນາໄມໂລກລະບາດໃນເວລາບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນ ກາມແລງ, ຜູ້ເຂົ້າຮ່ວມໃນຖ້ຽວບິນແມ່ນຢູ່ພາຍໃຕ້ການຕິດຕາມກວດກາດ້ານການແພດ ແລະ ປະຕິບັດການແຍກຫ່າງຕາມທີ່ໄດ້ກຳນົດໄວ້.

ນຳສ ງພ ນລະເມ ອງຫວຽດນາມເກ ອບ 300 ຄ ນ ຈາກສະຫະລ ດອາເມລ ກາ ແລະ ຍ ປ ນ ກ ບຄ ນປະເທດ
ເພື່ອຊ່ວຍພົນລະເມືອງຫວຽດນາມ ສຳເລັດຂັ້ນຕອນທີ່ຈຳເປັນ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ San Francisco, ສະຫະລັດອາເມລິກາ ແລະ ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ ໄດ້ສົ່ງພະນັກງານໄປສະໜາມບິນໂດຍກົງເພື່ອປະສານງານກັບສາຍການບິນເພື່ອຊ່ວຍເຫຼືອພົນລະເມືອງຫວຍດນາມໃນການເຮັດສຳເລັດຂັ້ນຕອນທີ່ຈຳເປັນໃນການຂຶ້ນເຮືອບິນໂດຍໄວ ແລະ ປອດໄພ.(ພາບ:baoquocte.vn)

ໂດຍປະຕິບັດຕາມການຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ, ໃນໄລຍະຈະມາເຖິງ, ໂດຍອີງໃສ່ການແຜ່ລະບາດຂອງພະຍາດ ຢູ່ ພາຍໃນ ແລະ ຕ່າງປະເທດ, ຄວາມມຸ້ງມາດປາດຖະໜາ ຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຢູ່ບັນດາທ້ອງຖິ່ນ, ບັນດາອົງການຕົວແທນຂອງຫວຽດນາມ ຢູ່ຕ່າງປະເທດ ແລະ ສາຍການບິນພາຍໃນປະເທດຫວຽດນາມຈະສືບຕໍ່ຈັດບັນດາຖ້ຽວບິນເພື່ອນຳສົ່ງພົນລະເມືອງຫວຽດນາມຖືກຕົກຄ້າງຢູ່ຕ່າງປະເທດ ຍ້ອນ ໂລກລະບາດ ໂຄວິດ - 19 ກັບຄືນປະເທດ.

ໄລ່ຮອດເວລາ 18 ໂມງ ຂອງວັນທີ 30 ກໍລະກົດ, ຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ສະສົມ 464 ຄົນ, ໃນນັ້ນມີຜູູ້ຕິດເຊື້ອຈໍານວນ 276 ຄົນ ແມ່ນກັບມາຈາກຕ່າງປະເທດ ແລະ ຖືກແຍກຕົວເມື່ອເຂົ້າເມືອງຫວຽດນາມ ໃນທັນທີ. ຈໍານວນຜູ້ຕິດເຊື້ອໃໝ່ພາຍໃນປະເທດ ແຕ່ວັນທີ 25 ກໍລະກົດ ຮອດວັນທີ 30 ກໍລະກົດ ແມ່ນ 48 ກໍລະນີ, ແຕ່ຍັງບໍ່ທັນມີຜູ້ໃດເສຍຊີວິດເທື່ອ.

ໄລ່ຮອດເວລາ 1 ໂມງຂອງ ວັນທີ 30 ກໍລະກົດ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 17.170.000 ຄົນ ແລະ ມີ 669.225 ຄົນເສຍຊີວິດ.ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 4.567.000 ຄົນ ແລະ ມີກ່ວາ 153.700 ຄົນເສຍຊີວິດ. ໃນວັນທີ 29 ກໍລະກົດ, ອາເມລິກາ ໄດ້ຢັ້ງຢືນວ່າ ມີ 1.461 ຄົນເສຍຊີວິດຍ້ອນ ໂຄວິດ-19, ໃນເວລາ 1 ນາທີມີຜູ້ດສຍຊີວິດ 1 ຄົນ.

ນຳສ ງພ ນລະເມ ອງຫວຽດນາມເກ ອບ 300 ຄ ນ ຈາກສະຫະລ ດອາເມລ ກາ ແລະ ຍ ປ ນ ກ ບຄ ນປະເທດ ໂລກມີຜູ້ຕິດໂລກລະບາດໃໝ່ແມ່ນ 212.700 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 4.862 ຄົນ

ຍສໝ - ໂລກມີຜູ້ຕິດໂລກລະບາດໃໝ່ແມ່ນ 212.700 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 4.862 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດໂລກລະບາດໂຄວິດ- 19 ຂຶ້ນກວ່າ 14,4 ລ້ານຄົນ ແລະ ຜູ້ເສຍຊີວິດແມ່ນ 604.058 ຄົນ.

ນຳສ ງພ ນລະເມ ອງຫວຽດນາມເກ ອບ 300 ຄ ນ ຈາກສະຫະລ ດອາເມລ ກາ ແລະ ຍ ປ ນ ກ ບຄ ນປະເທດ ນໍາສົ່ງພົນລະເມືອງຫວຽດນາມ 346 ຄົນ ຫວຽດນາມ ຈາກສະຫະລັດອາເມລິກາ ກັບຄືນປະເທດ

ຍສໝ - ຖ້ຽວບິນຈາກວໍຊິງຕັນດີຊີ ໄດ້ນໍາສົ່ງພົນລະເມືອງຫວຽດນາມ ຈາກຫລາຍລັດຂອງສະຫະລັດອາເມລິກາກັບຄືນປະເທດໃນວັນທີ 8-9 ກໍລະກົດ.

ນຳສ ງພ ນລະເມ ອງຫວຽດນາມເກ ອບ 300 ຄ ນ ຈາກສະຫະລ ດອາເມລ ກາ ແລະ ຍ ປ ນ ກ ບຄ ນປະເທດ ພົນລະເມືອງຫວຽດນາມເກືອບ 300 ຄົນ ຈາກຣັດເຊຍ ກັບຄືນປະເທດ

ຍສໝ - ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ຫ້ອງການຜູ້ຕາງໜ້າ ຫວຽດນາມ ຢູ່ ລັດເຊຍ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ລັດເຊຍ ເພື່ອນໍາສົ່ງພົນລະເມືອງຫວຽດນາມ ເກືອບ 300 ຄົນ ຈາກຣັດເຊຍ ກັບຄືນປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.