ຫວຽດນາມ - ຈີນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

15:19 | 30/07/2020

ຍສໝ - ທ່ານຫົວໜ້າຄະນະປະສານງານການພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໄດ້ສະແດງວ່າ ປະເທດຈີນປາດຖະໜາຢາກສືບຕໍ່ພ້ອມກັບຫວຽດນາມ ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນທຸກຂົງເຂດ.

ຫວຽດນາມ ຈ ນ ຊ ກຍ ການພ ວພ ນຄ ຮ ວມມ ຍ ດທະສາດຮອບດ ານ ຫວຽດນາມ ມີບັນດາການປະກອບສ່ວນໃຫ້ແກ່ວິວັດທະນາການເປີດກວ້າງການຮ່ວມມືຂອງອາຊຽນ
ຫວຽດນາມ ຈ ນ ຊ ກຍ ການພ ວພ ນຄ ຮ ວມມ ຍ ດທະສາດຮອບດ ານ ທະນາຄານກາງ ສ.ເກົາຫຼີ ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ VSAK

ຕອນບ່າຍວັນທີ 29 ກໍລະກົດ, ຢູ່ສຳນັກງານໃຫຍ່ຂອງຄະນະພົວພັນຕ່າງປະເທດສູນກາງພັກຫວຽດນາມ, ທ່ານຮ່ວາງບິ່ງກວນ - ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ມີການໂອ້ລົມກັບທ່ານ Song Tao - ກຳມະການສູນກາງພັກ, ຫົວໜ້າຄະນະປະສານງານການພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.

ກ່ຽວກັບການພົວພັນລະຫວ່າງສອງພັກ ແລະ ສອງປະເທດໃນໄລຍະຜ່ານມາ, ທ່ານຮວ່າງບິ່ງກວນ ໄດ້ກ່າວວ່າ, ໂດຍເວົ້ົ້າລວມ, ສອງປະເທດຫວຽດນາມ ແລະ ຈີນ ໄດ້ສືບຕໍ່ຮັກສາທ່ວງທ່າພັດທະນາຢ່າງຕັ້ງ ໜ້າ. ໃນສະພາບການລະບາດທີ່ສັບສົນຂອງພະຍາດ COVID-19, ສອງຝ່າຍຫວຽດນາມ ແລະ ຈີນ ໄດ້ໃຊ້ມາດຕະການທີ່ຄ່ອງແຄ້ວ ແລະ ສ້າງສັນເພື່ອຮັດແໜ້ນ ແລະ ຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ຫວຽດນາມ ຈ ນ ຊ ກຍ ການພ ວພ ນຄ ຮ ວມມ ຍ ດທະສາດຮອບດ ານ
ການໂອ້ລົມສົນທະນາຫວຽດນາມ - ຈີນ. (ພາບ: vietnam+)

ເຖິງຢ່າງໃດກໍ່ຕາມ, ນອກຈາກບັນດາໝາກຜົນທີ່ດີ, ສອງຝ່າຍຫວຽດນາມ ແລະ ຈີນຍັງມີອຸປະສັກໃນການພົວພັນສອງຝ່າຍ, ໂດຍສະເພາະແມ່ນສະພາບການທີ່ສັບສົນຢູ່ທະເລຕາເວັນອອກ. ທ່ານຮ່ວາງບິ່ງກວນ ໄດ້ສະເໜີໃຫ້ສອງຝ່າຍຄວນປະຕິບັດຕາມຄວາມຮັບຮູ້ທີ່ເປັນເອກະພາບກັນຂອງຜູ້ນຳຂອງສອງພັກ ແລະ ສອງປະເທດ, ປະຕິບັດແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ Song Tao ໄດ້ຢືນຢັນວ່າ ພັກ, ລັດຖະບານ ແລະ ປະຊາຊົນປະເທດຈີນ ຖືເປັນສຳຄັນຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຍຸດທະສາດຮອບດ້ານຈີນ - ຫວຽດນາມ; ສະແດງຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນແລກປ່ຽນ, ການຮ່ວມມືທີ່ຈຳເປັນໃນທຸກຂົງເຂດ.

ສອງຝ່າຍເຫັນດີເປັນເອກະສັນກັນວ່າ ຍ້ອນຜົນກະທົບຈາກການລະບາດຂອງພະຍາດ COVID-19, ການເຄື່ອນໄຫວແລກປ່ຽນ ແລະ ສົນທະນາການຮ່ວມມືຫຼາຍດ້ານສອງຝ່າຍ ເຊິ່ງບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການ; ເຖິງຢ່າງໃດກໍ່ຕາມ, ສອງຝ່າຍໄດ້ນຳໃຊ້ຮູບແບບການແລກປ່ຽນທີ່ຄ່ອງແຄ້ວຢ່າງວ່ອງໄວ, ເຊັ່ນ: ການໂອ້ລົມທາງອອນລາຍ ລະຫວ່າງຜູ້ນຳຂອງສອງພັກ ແລະ ສອງປະເທດ, ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃຫ້ສອດຄ່ອງກັບສະພາບການໃໝ່, ປະກອບສ່ວນເປັນສ່ວນໜຶ່ງຂອງການເສີມຂະຫຍາຍ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ເລິກເຊິ່ງເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ.

ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ກໍໄດ້ແຈ້ງຂ່າວໃຫ້ກັນໄດ້ຊາບກ່ຽວກັບສະພາບການຂອງແຕ່ລະພັກ ແລະ ແຕ່ລະປະເທດ, ກ້າວເຂົ້າສູ່ລວງເລິກໃນການແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນດາບັນຫາສຳຄັນ ໃນການພົວພັນສອງຝ່າຍ; ສະເໜີບັນດາມາດຕະການຕົວຈິງ ເພື່ອປະກອບສ່ວນເຮັດໃຫ້ການພົວພັນແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງພັກ, ສອງປະເທດ ໄດ້ເລິກເຊິ່ງກວ່າອີກ, ສືບຕໍ່ຊຸກຍູ້ການພົວພັນ ແລະ ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງຫວຽດນາມ - ຈີນ ໄດ້ຮັບຄວາມໝັ້ນຄົງເຂັ້ມແຂງ ແລະ ຍາວນານ.

ສອງຝ່າຍຢືນຢັນຈະສືບຕໍ່ຮ່ວມມືກັບສາກົນ ເພື່ອພ້ອມກັນສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ທົ່ວໂລກ.

ຫວຽດນາມ ຈ ນ ຊ ກຍ ການພ ວພ ນຄ ຮ ວມມ ຍ ດທະສາດຮອບດ ານ ຫວຽດນາມ - ນິວຊີແລນ ແນໃສ່ຊຸກຍູ້ວົງເງິນການຄ້າໄດ້ບັນລຸ 1,7 ຕື້ USD

ຍສໝ - ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 16 ຂອງນິວຊີແລນ, ໃນນັ້ນຫວຽດນາມແມ່ນປະເທດສົ່ງອອກໃຫຍ່ອັນດັບທີ 15 ເຂົ້າທ້ອງຕະຫລາດນີ້ ແລະ ເປັນປະເທດນຳເຂົ້າໃຫຍ່ອັນດັບທີ 18 ຂອງນິວຊີແລນ.

ຫວຽດນາມ ຈ ນ ຊ ກຍ ການພ ວພ ນຄ ຮ ວມມ ຍ ດທະສາດຮອບດ ານ ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເອກອັກຄະລັດຖະທູດ Mozambique ເພື່ອຊຸກຍູ້ການພົວພັນກັບຫວຽດນາມ

ຍສໝ - ທ່ານ Gamiliel Sepulveda Joao Munguambe ກ່າວວ່າຫຼຽນໄຊແມ່ນຄວາມຮັບຮູ້ ແລະ ເປັນກຳລັງໃຈອັນໃຫຍ່ຫຼວງຂອງຫວຽດນາມ ສຳລັບຄວາມມານະພະຍາຍາມຂອງທ່ານ ແລະ ມີຄວາມໝາຍເພື່ອໃຫ້ກຽດແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ Mozambique ແລະຫວຽດນາມ.

ຫວຽດນາມ ຈ ນ ຊ ກຍ ການພ ວພ ນຄ ຮ ວມມ ຍ ດທະສາດຮອບດ ານ ບັນດານັກຊ່ຽວຊານລັດເຊຍ ໄດ້ຕີລາຄາສູງການປະກອບສ່ວນໃຫຍ່ຂອງຫວຽດນາມ ສຳຫຼັບອາຊຽນ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີທີ່ຫວຽດນາມເຂົ້າເປັນສະມາຊິກອາຊຽນຂອງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (28 ກໍລະກົດ 1995 - 28 ກໍລະກົດ 2020), ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳນະຄອນຫຼວງ Moskva ໄດ້ໃຫ້ສຳພາດກັບຜູ້ຊ່ຽວຊານລັດເຊຍ Grigory Pavlovich Trofimchuk - ປະທານສະພາຊ່ຽວຊານຂອງກອງທຶນຄົ້ນຄ້ວາແນວຄວາມຄິດອາຊີ - ເອີຣົບ ກ່ຽວກັບບົດບາດ ແລະ ...

ຄຳຮຸ່ງ

302 Found

Found

The document has moved here.