ຍສໝ - ຕອນເຊົ້າວັນທີ 7 ພຶດສະພາ, ຢູ່ຫຼັກໝາຍຊາຍແດນເລກທີ 281 ໃນບໍລິເວນດ່ານຊາຍແດນ ແຕ໊ນຕັ່ນ, ປ້ອມປ້ອງກັນຊາຍແດນດ່ານຊາຍແດນ ແຕ໊ນຕັ່ນ (ແທງຮວາ) ໄດ້ມອບອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ແກ່ກອງໃຫຍ່ທະຫານເລກທີ 214, ກອງບັນຊາການແຂວງຫົວພັນ ແລະ ປ້ອມລະຫວ່າງຂະແໜງດ່ານຊາຍແດນ ສົມຫວັງ, ແຂວງຫົວພັນ (ລາວ).
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດ Bruno Rodriguez Parrilla ໄດ້ສະແດງຄວາມຊົມເຊຍຕໍ່ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸນແທັງເຊີນ; ທ່ານກໍ່ສະແດງຄວາມຂອບອົກຂອບໃຈແລະຖືເປັນສຳຄັນນ້ຳໃຈສາມັກຄີ, ການໜູນຊ່ວຍອັນລ້ຳຄ່າຂອງ ຫວຽ,ນາມ ທີ່ສະຫງວຽນໃຫ້ແກ່ກູບາໃນໄລຍະທີ່ຜ່ານມາ, ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ໃນຖານະເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ເດືອນມັງກອນ 2020 ແລະ ເດືອນເມສາ 2021).
ຫວຽດນາມ ນອນໃນຈຳນວນ 3 ສະຖານທີ່ເພື່ອໃຫ້ເຂົາເຈົ້າບຸລິມະສິດ ຊອກຫາແຫຼ່ງສະໜອງໃນຕົ້ນປີ 2021, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບກັບປີ 2019.
ຍສໝ - ໃນຊຸມປີຜ່ານມາ, ສະມາຄົມນັກຮົບເກົ່າຫວຽດນາມ ປະຈຳ ຢູແກຼນ ແລະ ບັນດາສະມາຄົມ ໄດ້ຕັ້ງໜ້າ ເຂົ້າຮ່ວມບັນດາການເຄື່ອນໄຫວໂດຍສະຖາທູດ ແລະ ອົງການການທະຫານ ຈັດຕັ້ງຄື: ວັນປົດປ່ອຍພາກໃຕ້, ວັນທະຫານເສຍອົງຄະ, ວັນວັດທະນະທຳ ຫວຽດນາມ, ວັນຊາດ ຫວຽດນາມ, ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ…
ຍສໝ - ໃນການໂອ້ລົມທາງໂທລະສັບ, ທ່ານພົນໂທ ຟານວັນຢາງ ໄດ້ຕີລາຄາສູງບົດບາດຂອງການາດາໃນໂລກ ແລະ ພາກພື້ນ, ປາດຖະໜາວ່າ ຢາກເພີ່ມທະວີການພົວພັນກັບການາດາ ບົນພື້ນຖານຄວາມສະເໝີພາບ ແລະ ມີຜົນປະໂຫຍດລວມ.
ຍສໝ - ທີ່ການຕ້ອນຮັບ, ທ່ານຕວງເນີຍຈຸຍ ຮັກສາການຫົວໜ້າຫ້ອງການດັ່ງກ່າວໄດ້ແຈ້ງໃຫ້ຊາບກ່ຽວກັບຮູບແບບ “ໜຶ່ງປະເທດ, ສອງລະບົບ” ຂອງຈີນ, ສະພາບການຜັນຂະຫຍາຍ ແລະ ປະຕິບັດກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ ຢູ່ ຮົ່ງກົງ, ແລະ ວິວັດການບູລະນະລະບົບເລືອກຕັ້ງຢູ່ເຂດປົກຄອງພິເສດຮົ່ງກົງ.
ຍສໝ - ວຽກງານຄົ້ນຫາ, ທ້ອນໂຮມອັດຖິບັນດານັກຮົບເສຍສະລະຊີວິດເພື່ອ ຊາດ ຢູ່ປະເທດເພື່ອນລາວ ກັບຄືນປະເທດ ແມ່ນແຜນນະໂຍບາຍໃຫຍ່ຂອງ ພັກ ແລະ ລັດ ຫວຽດນາມ, ທັງຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາ, ນ້ຳໃຈອັນຍິ່ງໃຫຍ່ຂອງແຕ່ລະຄອບຄົວພີ່ນ້ອງ ແລະ ປະຊາຊົນທົ່ວປະເທດ. ທັງສະແດງໃຫ້ເປັນຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນທີ່ເສຍສະຫຼະຊີວິດ ເພື່ອຊາດ ໃນການຕໍ່ສູ້ ແລະ ເສຍສະຫຼະຊີວິດໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ ແລະ ປະຕິບັດໜ້າທີ່ສາກົນອັນສູງສົ່ງ.
ຍສໝ - ນີ້ແມ່ນຄັ້ງທີ 35 ນັບແຕ່ປີ 1993, ແຂວງ ກວາງຈີ້ ຈັດພິທີໄວ້ອາໄລ ແລະ ປົງອັດຖິເຊິ່ງແມ່ນທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ປະເທດສປປ.ລາວ.
ເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ກໍຄື ຢູ່ແຂວງຈຳປາສັກ ໃຫ້ຫລຸດລົງ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ ແຂວງຈຳປາສັກ ໄດ້ອອກຄຳສັ່ງ ໃຫ້ຫົວໜ້າກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະ ຫງົບ, ພະແນກການ, ກົມກອງອ້ອມຂ້າງແຂວງ, ເຈົ້ານະຄອນປາກເຊ, ເຈົ້າເມືອງ, ນາຍບ້ານ, ພະ ນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ກໍາມະກອນ, ນັກຮຽນ-ນັກສຶກສາ, ຜູ້ປະກອບການ, ປະຊາຊົນລາວ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ດໍາລົງຊີວິດຢູ່ ແຂວງຈໍາປາສັກ ໃຫ້ສືບຕໍ່ປະຕິບັດ ຄໍາສັ່ງ ...
ຍສໝ - ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດການສົນທະນາຕາມກຳນົດເວລາກ່ຽວກັບສະຖານະການຂອງ Bosnia ແລະ Herzegovina. ທີ່ນີ້, ຫວຽດນາມ ໄດ້ສະແດງການສະໜັບ ສະໜູນຕໍ່ຄວາມໄກ່ເກ່ຍ, ພັດທະນາເສດຖະກິດຢູ່ Bosnia-Herzegovina.
ຍສໝ - ທີ່ການເຮັດວຽກສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບສະພາບການທີ່ສັບສົນ ແລະ ຜົນສະທ້ອນຂອງໂລກລະບາດໂຄວິດ - 19 ຢູ່ບັນດາປະເທດ ກໍ່ຄືບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍພາຍຫຼັງໂລກລະບາດໂຄວິດ - 19.
ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສະແດງຄວາມຊົມເຊີຍພັກກອມມູນິດກູບາ ທີ່ໄດ້ຈັດຕັ້ງສຳເລັດຜົນການຈັດຕັ້ງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 8, ສະແດງຄວາມຊົມເຊີຍໃຫ້ທ່ານ Miguel Díaz-Canel Bermudez ໃນການເລືອກຕັ້ງເປັນເລຂາທິການຜູ້ທີໜຶ່ງ.
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານ ພົນຈັດຕະວາ ບຸ່ຍມິງຖຶ້, ຫົວໜ້າຄະນະຕິດຕໍພົວພັນທະຫານອາສາສະໝັກ ແລະ ນັກຊ່ຽວຊາຍການທະຫານຊ່ວຍເຫຼືອລາວ ນະຄອນຮ່າໂນ້ຍໄດ້ສະແດງການແບ່ງເບົ່າຢ່າງເລິກເຊິ່ງຕໍ່ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງປະຊາຊົນລາວຕ້ອງປະເຊີນໜ້າ.
ຍສໝ - ຫົວໜ້າຄະນະຜູ້ຕາງໜ້າອິນເດຍ ແລະ ລາວ ປະຈຳສະຫະປະຊາຊາດ ໄດ້ຕີລາຄາສູງຕໍ່ບົດບາດທີ່ຕັ້ງໜ້າ ກໍ່ຄື ໂອກາດທີ່ຈະຮ່ວມມືກັບຫວຽດນາມ.
ຍສໝ - ໃນປີ 2020, ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດ COVID-19, ການຄ້າລະຫວ່າງຫວຽດນາມ ແລະ ແຂວງ British Columbia ຂອງການາດາ ຍັງບັນລຸເກືອບ 2 ຕື້ CAD (ປະມານ 1,6 ຕື້ໂດລາສະຫະລັດ).
ຍສໝ - ການຊ່ວຍເຫລືອໃນຄັ້ງນີ້ໄດ້ປະກອບສ່ວນອັນສໍາຄັນສ້າງຂວັນກໍາລັງໃຈອັນໃຫຍ່ຫລວງ ແລະ ເພີ່ມກໍາລັງແຮງ ໃຫ້ແກ່ບັນດາ ແພດໝໍຂອງລາວ ທີ່ມີຈຳນວນຈຳກັດ ທີ່ກໍາລັງເຮັດວຽກແຂ່ງຂັນກັບເວລາເພື່ອເບິ່ງແຍງປິ່ນປົວຜູ້ຕິດເຊື້ອທີ່ມີຈຳນວນເພີ່ມຂຶ້ນຫລາຍໃນທຸກມື້ ແລະ ກໍເປັນຂວັນກໍາລັງໃຈອັນປະເສີດແກ່ຄົນເຈັບຜູ້ທີ່ກຳລັງປິ່ນປົວຢູ່ໃນໂຮງໝໍຕ່າງໆ ໃນຂອບເຂດທົ່ວປະເທດ.
ຍສໝ - ທ່ານພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການແບ່ງປັນ, ການຊ່ວຍເຫຼືອຢ່າງທັນການຂອງກອງທັບປະຊາຊົນຫວຽດນາມ ສຳລັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງກະຊວງປ້ອງກັນປະເທດລາວ.
ໃນວັນທີ 1 ພຶດສະພາ 2021 ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ຈຳນວນ 3.091 ຕົວຢ່າງ ໂດຍຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 112 ຄົນ, ເຊິ່ງມາຮອດປັດຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດ ເຊື້ອສະສົມທັງໝົດ 933 ຄົນ.
ຍສໝ - ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງທ່ານ ພັນຄໍາ ວິພາວັນ, ຄວາມຕັດສິນໃຈຕ້ານພະຍາດໂຄວິດ-19 ຂອງບັນດາອົງການທີ່ກ່ຽວຂ້ອງ ແລະປະຊາຊົນທຸກຄົນ, ປະເທດຊາດ ແລະປະຊາຊົນລາວອ້າຍນ້ອງ ຈະສາມາດຄວບຄຸມພະຍາດໂຄວິດ-19 ໂດຍໄວ, ຟື້ນຟູເສດຖະກິດ-ສັງຄົມຢ່າງວ່ອງໄວ ແລະສືບຕໍ່ພັດທະນາແບບຍືນຍົງ.
ຍສໝ - ກ່າວຄຳເຫັນທີ ພິທີ, ທ່ານນາງ ຫງວຽນທິກິມແອັງ, ຫົວໜ້າໜ່ວຍມິດຕະພາບ ຫວຽດນາມ - ລາວ ເຮືອນລວມໝູ່ ເລກທີ 79 – 81 ຖະໜົນລີ໊ນາມເດ໊ ໃຫ້ຮູ້ວ່າ: ປີ 1959, ຄະນະປະຕິດງານພາກຕາເວັນອອກ ໄດ້ສ້າງຕັ້ງເພື່ອແນໃສ່ຊ່ວຍເຫຼືອໃຫ້ແກ່ການປະຕິວັດລາວໃນໄລຍະຕໍ່ສູ້ຕ້ານອາເມລິກາ. ຄະນະທີ່ມີສຳນັກງານລັບ ຢູ່ເຮືອນເລກທີ 79 – 81 ຖະໜົນ ລີ໊ນາມເດ໊ ໂດຍທ່ານພົນເອກ ຫວໍງວຽນຢາບ ເປັນຫົວໜ້າຄະນະ.
ຍສໝ - ທີ່ການໂອ້ລົມສົນທະນາ, ສະຫາຍ ເລຮ່ວາຍຈຸງ ໄດ້ສະແດງຄວາມຍິນດີ ຕໍ່ການພັດທະນາໃນການພົວພັນລະຫວ່າງສອງປະເທດ ແລະ ສອງພັກໃນໄລຍະທີ່ຜ່ານມາ ບົນຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດ; ຢືນຢັນວ່າ ພັກ ແລະ ລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາ ຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປຕື່ມອີກ.
ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ມາຢ້ຽມຢາມ, ລະດົມກໍາລັງໃຈ ແລະມອບຜ້າອັດປາກ ໃຫ້ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປະກອບສ່ວນເພີ່ມທະວີຄວາມສາມາດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.
ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ມີການສົນທະນາໂທລະສັບກັບທ່ານ Chung Eui Yong - ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ; ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທໍາອິດພາຍຫຼັງສອງທ່ານ ໄດ້ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ.
ຍສໝ - ສອງຝ່າຍເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ການຕິດຕໍ່ພົວພັນທຸກຂັ້ນ, ພ້ອມທັງຮັກສາ ທີ່ເປັນເປັນປະຈຳ ແລະ ປ່ຽນແປງໃໝ່ກົນໄກ ເພື່ອປຶກສາຫາລືດ້ານການເມືອງ ໃນລະດັບຮອງລັດຖະມົນຕີກະຊວງການຕ່າງປະເທດລະຫວ່າງ ກະຊວງການຕ່າງປະເທດຂອງສອງປະເທດ.
ຍສໝ - ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຍາມໃດກໍແມ່ນສ່ວນໜຶ່ງທີ່ສຳຄັນໃນການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ອາເມລິກາ ນັບແຕ່ເມື່ອຫັນການພົວພັນທາງການທູດເປັນປົກກະຕິເມື່ອປີ 1995.
ຕົວເລກຜູ້ຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ຍັງໜ້າເປັນຫ່ວງ, ຜົນກວດວັນທີ 27 ເມສາ 2021 ພົບຜູ້ຕິດເຊື້ອ ອີກ 93 ຄົນ; ໃນນີ້ ຢູ່ນະຄອນຫຼວງວຽງຈັນ 75 ຄົນ, ຈຳປາສັກ 11 ຄົນ, ຢູ່ສະຫວັນນະເຂດ 3 ຄົນ, ຫຼວງພະບາງ 4 ຄົນ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 604 ຄົນ, ປິ່ນປົວດີສະສົມ50 ຄົນ (ໃໝ່1ຄົນ).
ຍສໝ - ການນຳສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແນວໂຮມປະເທດຊາດ ເມືອງ ບິ່ງແທັກ ໄດ້ແບ່ງປັນ: ສ່ວນໜຶ່ງຂອງຂວັນຄືເມື່ອທຽບໃສ່ກັບວິວັດການຫາເງິນລ້ຽງຊີບຂອງປະຊາຊົນ ທີ່ຍັງບໍ່ຫຼາຍ ແຕ່ນັ້ນແມ່ນການແບ່ງເບົາ, ຮ່ວມເດີນທາງ, ຊ່ວຍເຫຼືອເຊິ່ງກັນແລະກັນໃນໄລຍະເກີດໂລກລະບາດໂຄວິດ - 19.
ຍສໝ - ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຍິນດີຕໍ່ການພົວພັນສາມັກຄີແບບພິເສດລະຫວ່າງ ລາວ ຫວຽດນາມ ທີ່ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງແຂວງ, ທ່ານສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ສະຫງວນໃຫ້ແກ່ ພັກ, ລັດ ແລະ ປະຊາຊົນ ລາວ ການຊ່ວຍເຫຼືອອັນຍິ່ງໃຫຍ່, ສຸດຈິດສຸດໃຈ ແລະ ມີປະສິດທິຜົນທີ່ສຸດແຕ່ກ່ອນມາຮອດປັດຈຸບັນ.
ຍສໝ - ນີ້ແມ່ນປະຖົມປັດໄຈ ແລະແມ່ນພື້ນຖານສຳຄັນ ເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມສະໜິດຕິດພັນ, ການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນເພື່ອພັດທະນາການພົວພັນຮ່ວມມືສອງຝ່າຍໃນຫຼາຍດ້ານລະຫວ່າງຫວຽດນາມ ແລະລາວ ກວ່າອີກ.
ກອງປະຊຸມ ຄະນະສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ໃນການຕ້ານ ການລະບາດພະຍາດ COVID-19 ແຂວງ ຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2021, ທີ່ສຳນັກງານຫ້ອງວ່າການ ແຂວງຈຳປາສັກ.